ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄມ​ຄ໌ ເພັນ​ສ໌ ຮ່າງ​ເອ​ກະ​ສານ ເພື່ອ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ


ອະ​ດີ​ດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໄມ​ຄ໌ ເພັນ​ສ໌ ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ ໃນ​ລະ​ຫວ່າງ​ງານ​ພົບ​ປະ​ສົນ​ທະ​ນາ​ກັນ​ຢູ່​ເມືອງ ເດ ມ​ອຍ, ລັດ ໄອ​ໂອ​ວາ, 23 ພຶດ​ສະ​ພາ 2023.
ອະ​ດີ​ດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໄມ​ຄ໌ ເພັນ​ສ໌ ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ ໃນ​ລະ​ຫວ່າງ​ງານ​ພົບ​ປະ​ສົນ​ທະ​ນາ​ກັນ​ຢູ່​ເມືອງ ເດ ມ​ອຍ, ລັດ ໄອ​ໂອ​ວາ, 23 ພຶດ​ສະ​ພາ 2023.

ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ຮ່າງ​ເອ​ກະ​ສານ​ເມື່ອ​ວັນ​ຈັນ​ວານນີ້ ​ທີ່ປະ​ກາດ​ວ່າ​ ທ່ານ​ຈະ​ລົງ​ແຂ່ງ​ຂັນ​ສຳ​ລັບ​ການ​ສະ​ເໜີ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ປີ 2024, ເຊິ່ງ​ເປັນ​ການ​ພະ​ຍາ​ຍາມ​ທີ່​ມີ​ໂອ​ກາດ​ໜ້ອຍຫຼາຍທີ່​ຈະ​ເອົາ​ຊະ​ນະ​ອະ​ດີດ​ຫົວ​ໜ້າ​ຂອງ​ທ່ານ​ຄື ທ່ານ ດໍ​ໂນ​ລ ທ​ຣຳ, ເພື່ອ​ກາຍ​ເປັນ​ຜູ້​ນຳ​ຂອງ​ພັກ​ ທີ່​ຈະ​ພະ​ຍາ​ຍາມ​ຍາດ​ເອົາ​ທຳ​ນຽບ​ຂາວ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ.

ທ່ານເພັນ​ສ໌, ເຊິ່ງ​ແມ່ນ​ອະ​ດີດ​ຜູ້​ປົກ​ຄອງ​ລັດ ອິນ​ດຽນນາ ທີ່​ມີ​ຫົວ​ອະ​ນຸ​ລັກ​ນິ​ຍົມ, ໄດ້​ເປັນ​ຜູ້​ທີ່​ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ໝາຍ​ເລກ​ສອງ​ເປັນ​ເວ​ລາ​ສີ່​ປີ​ຕໍ່​ທ່ານ ທ​ຣຳ ແຕ່​ໄດ້​ມີ​ການ​ຜິດ​ຖຽງ​ກັບ​ທ່ານ​ເວ​ລາ​ທີ່​ທ່ານ ເພັນ​ສ໌ ໄດ້​ປະ​ຕິ​ເສດ​ການ​ຮຽກ​ຮ້ອງ​ຂອງ​ທ່ານ ທ​ຣຳ ທີ່​ຈະ​ຕ່າວ​ປີ້ນ​ການ​ຢືນ​ຢັນ​ຜົນ​ການ​ເລືອກ​ຕັ້ງ​ປີ 2020 ຂອງ​ລັດ​ຖະ​ສະ​ພາ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ຜ່າຍ​ແພ້, ຈົນ​ນຳ​ໄປ​ສູ່​ເຫດ​ການ​ວັນ​ທີ 6 ມັງ​ກອນ, ເຊິ່ງ​ແມ່ນ​ການ​ກໍ່​ຈະ​ລາ​ຈົນ​ໂດຍ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ ​ໃນ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ແລະ ການ​ຈັບ​ກຸມຫຼາຍ​ກວ່າ 1,000 ຄົນ.

ທ່ານ ເພັນ​ສ໌, ຜູ້​ທີ່ບໍ່​ມີ​ອຳ​ນາດ​ທາງ​ລັດ​ຖະ​ທຳ​ມະ​ນູນ​ເພື່ອ​ຕ່າ​ວ​ປີ້ນ​ການ​ເລືອກ​ຕັ້ງ, ໄດ້ຫຼົບ​ໄປ​ຫາ​ຄວາມ​ປອດ​ໄພ​ໃນ​ວັນ​ນັ້ນ, ໂດຍ​ຫຼົບ​ລີ້​ກັບ​ຄອບ​ຄົວ​ຂອງ​ທ່ານ ແລະ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ ​ຢູ່​ບ່ອນ​ຂົນ​ເຄື່ອງ​ຂຶ້ນ​ລົງ​ລົດ​ບັນ​ທຸກ​ຢູ່​ຫໍ​ລັດ​ຖະ​ສະ​ພາ ໃນ​ຂະ​ນະ​ທີ່​ພວກ​ປະ​ທ້ວງ​ບາງ​ຄົນ​ຮ້ອງວ່າ “ແຂວນ​ຄໍ​ທ່ານ ເພັນ​ສ໌!” ແລະ ໄດ້​ຕັ້ງ​ຮາງ​ແຂວນ​ຄໍ​ທີ່​ເຮັດ​ຂຶ້ນ​ມາ​ເອງ​ຢູ່​ສະ​ໜາມຫຼວງ ​ໃກ້​ກັບ​ຫໍ​ລັດ​ຖ​ະ​ສະ​ພາ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ, “ທານ ເພັນ​ສ໌ ບໍ່​ໄດ້​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຄວນ​ຖືກ​ເຮັດ.” ທ່ານ ເພັນ​ສ໌ ໄດ້​ກ່າວ​ວ່າ ທ່ານ ທ​ຣຳ “ໄດ້​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ມີ​ອັນ​ຕະ​ລາຍ ແລະ ທຸກ​ຄົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ໃນ​ວັນ​ນັ້ນ” ແລະ ວ່າ​ປະ​ຫວັດ​ສາດ​ຈະ​ນຳ​ເອົາ​ລາວ​ມາ​ຮັບ​ຜິດ​ຊອບ. ເມື່ອບໍ່​ດົນ​ມານີ້, ທ່ານ ເພັນ​ສ໌ ໄດ້​ໃຫ້​ປາກ​ຄຳ ​ຕໍ່​ຄະ​ນະ​ຕຸ​ລາ​ການ ​ທີ່​ສືບ​ສວນ​ສອບ​ສວນ​ທ່ານ ທ​ຣຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG