ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Pence ກ່າວວ່າ ອີແມລ ຂອງທ່ານ ປຽບໃສ່ ຂອງທ່ານນາງ Clinton ບໍ່ໄດ້


Pence: Emails 'No Comparison Whatsoever' to Hillary Clinton
please wait

No media source currently available

0:00 0:00:54 0:00

ຮອງປະທານາທິບໍດີ ສຫລ ທ່ານ Pence ກ່າວວ່າ ອີແມລ ຂອງ ທ່ານປຽບທຽບໃສ່ ຂອງທ່ານນາງ Clinton ບໍ່ໄດ້.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ກ່າວ​ວ່າ ບໍ່​ມີ “ການ​ປຽບທຽບ
ໃດໆ” ລະຫວ່າງ​ການ​ໃຊ້​ບັນຊີອີ​ແມ​ລ ສ່ວນ​ໂຕຂອງ​ທ່ານ ​ໃນ​ຖານະ​ເປັນ​ຜູ້​ປົກຄອງ
​ລັດ Indiana ໜ້າ​ທີ່​ການ​ຂອງ​ທ່ານ ​ກ່ອນ​ໄດ້​ມາ​ເປັນ​ຜູ້​ລົງ​ສະໝັກແຂ່ງ​ຂັນ ​ຮ່ວມກັບ
ປະທານາທິບໍດີ Donald Trump ​ແລະ​ບັນຫາ​ອີ​ແມ​ລຂອງ​ອະດີດ ລັດຖະມົນຕີ​ຕ່າງ
ປະ​ເທດ ທ່ານ​ນາງ Hillary Clinton​.

ທ່ານ Pence ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ລັດ Wisconsin ​ໃນ​ວັນ​ສຸກ​ວານ​ນີ້ ວ່າ
ບັນຫາ​ຂອງ​ທ່ານ​ນາງ Clinton ​ແມ່ນຮວມທັງ “ການມີເຄື່ອງ​ບໍລິການ​ສ່ວນ​ໂຕ ​ໃຊ້​ຂໍ້​
ມູນ​ລັບ​ທີ່​ບໍ່​ຖືກຕ້ອງ ທຳ​ລາຍ​ອີ​ແມ​ລ ​ເວລາ​ລັດຖະສະພາຮ້ອງ​ຂໍ​ໃຫ້​ນຳ ​ອີ​ແມ​ລ​ເຫຼົ່າ
ນັ້ນ​ໄປສະ​ເໜີ.

ໝັງ​ສື​ພິມ The Indianapolis Star ​ໄດ້​ລາຍ​ງານ​ການ​ໃຊ້​ອີ​ແມ​ລຂອງ​ທ່ານ Pence
​ເທື່ອ​ທຳ​ອິດ ຊຶ່ງ​ມີບັນຊີ​ສ່ວນ​ໂຕ​ກັບ AOL ອະດີດບໍລິ​ສັດທີ່ຮູ້ກັນໃນ​ຊື່ American
Online. ໜັງ​ສື​ພິມສະບັບ​ນີ້ ​ໄດ້​ກ່າວ​ວ່າ ທ່ານ Pence ​ໄດ້​ໃຊ້​ອີ​ແມ​ລຂອງ​ທ່ານ​ສົນ
ທະນາ​ເລື່ອງທີ່​ສຳຄັນໆ ຮວມທັງ​ບັນຫາຄວາມ​ໝັ້ນຄົງ​ຕ່າງໆ ຂອງ​ປະ​ເທດ.

ລາຍ​ງານ​ຍັງ​ກ່າວອີກ​ວ່າ​ ບັນຊີ​ນີ້ໄດ້ເຊື່ອ​ມຕໍ່​ເຂົ້າ​ໃສ່​ແຜນການ​ຫຼອກລວງ​ໃນ​ລະດູ
ບານໃໝ່​ປີ​ກາຍ​ ​ເວລາ​ພວກ​ຕິດ​ຕໍ່​ຫາ​ທ່ານ Pence ໄດ້​ຮັບອີ​ແມ​ລຂີ້​ຕົວະ ອ້າງ​ວ່າ
ທ່ານ​ໄດ້​ຕິດ​ຄ້າງ​ຢູ່​ປະ​ເທດ​ຟິລິບ​ປິນ ​ແລະ​ຕ້ອງການ​ເງິນດ່ວນ.

ບັນດາ​ຜູ້​ຊ່ວຍ​ຂອງຮອງ​ປະທານາທິບໍດີ ​ໄດ້​ປະຕິ​ເສດ​ຕໍ່ການ​ປຽບ​ທຽບ​ໃດໆ​ຂອງ​
ອີ​ແມ​ລທ່ານ ​ໃສ່​ກັບຂອງ​ທ່ານ​ນາງ Clinton ​ເພາະເຂົາ​ເຈົ້າ ​ກ່າວ​ວ່າ ມັນ​ຖືກ ຕ້ອງ​

ຕາມ​ກົດໝາຍ ​ທີ່​ບັນ​ດາ​ເຈົ້າ​ໜ້ທີ່ຂອງ​ລັດຖະບານໃນ​ລັດ Indiana ສາມາດ ​ໃຊ້​ບັນ
ຊີ​ອີ​ແມ​ລສ່ວນ​ໂຕ. ​ເຂົາເຈົ້າ​ກ່າວ​ເພີ້​ມອີກວ່າ ບໍ່​ຄື​ທ່ານນາງ Clinton ຜູ້​ປົກຄອງ​ລັດ
ທ່ານ Pence ບໍ່​ໄດ້​ກຳກັບ​ນຳ​ຂໍ້​ມູນ​ລັບ​ໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG