ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ເລືອກທ່ານ McMaster ເປັນທີ່ ປຶກສາດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ


Trump National Security
please wait

No media source currently available

0:00 0:00:58 0:00

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ຄັດ​ເລືອກ​ເອົາ​ທີ່​ປຶກສາດ້ານ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້ ຄື ພົນ​ໂທ ທະຫານ​ບົກ ທ່ານ H.R. McMaster ນັກ​ຍຸດ​ທະ​ສາດ ທີ່​ທຸ່ມເທຊີວິດທັງ​ໝົດ​ ​ຂອງ​ທ່ານ ​ໃສ່ການປະຕິບັດພະລະ​ກິດ​ໃນກອງ​ກຳລັງ ທະຫານ​ສະ​ຫະລັດ.

ທ່ານ Trump ເອີ້ນ​ທ່ານ McMaster ​ໄວ 54 ປີ ວ່າ “​ເປັນ​ຜູ້​ຊາຍ​ທີ່​ມີ​ຄວາມ​ສາມາດ​ຍິ່ງໃຫຽ່ ​ແລະ​ມີ​ປະສົບ​ປະການ​ທີ່​ເປັນ​ເລີດ.”

.

ທ່ານປະທານາທິບໍດີ​ ​ໄດ້​ປະກາດ​ຈາກສະຖານ​ທີ່​ຕາກ​ອາກາດ ​ໃນ​ລັດ Florida
Mar-a-Lago ​ແຄມ​ຝັ່ງ​ມະຫາ​ສະໝຸດ Atlantic ພົນໂທ​ເບ້ຍ​ບຳນານ ທ່ານ Keith
Kellogg ຜູ້​ຊຶ່ງ​ໄດ້​ຮັບ​ຕຳແໜ່​ງ​ເປັນ​ທີ່​ປຶກສາ​ຊົ່ວຄາວ ຈະ​ໄປ​ກຳ​ຕຳ​ແໜ່ງເປັນ​ເສນາ​ທິການ​
ໃນ​ຄະນະ​ກຳມາ​ທິການຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ

ປັດຈຸ​ບັນ​ນີ້ ທ່ານ McMaster ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ອຳນວຍການ ສູນ​ກາງ​ປະສານ​ງານ
ຄວາມ​ອາດ​ສາມາດ​ຂອງທະຫານ​ບົກ ກອງທັບ​ທະຫານ​ບົກ ທີ່​ມີ​ພາລະກິດ ​ໃນ​ການ​ປະສົມ​ປະສານ “ຄວາມ​ອາດ​ສາມາດ​ໃນ​ການ​ຕໍ່ສູ້​ໃນ​ສົງຄາມ ​ເຂົ້າ​ໃນ​ກອງ​ກຳລັງ” ​ແລະຮ່ວມ​ກັບ
​ໜ່ວຍ​ງານ​ອື່ນໆຂອງລັດຖະບານ. ທ່ານ Trump ​ໄດ້​ຄັດ​ເລືອກ​ເອົາ​ທ່ານ ​ໃນຈຳນວນ​ຜູ້​ເຂົ້າ​ແຂ່ງຂັນຢ່າງ​ນ້ອຍ 3 ທ່ານ ຊຶ່ງ​ຮວມທັງ ທ່ານ Kellogg ນຳ.

ພົນໂທເບຍບຳນານ Keith Kellogg ຮັບຟັງທ່ານ Trump ປະກາດໃຫ້ ພົນໂທ H.R. McMaster ເປັນທີ່ປຶກສາດ້ານ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ
ພົນໂທເບຍບຳນານ Keith Kellogg ຮັບຟັງທ່ານ Trump ປະກາດໃຫ້ ພົນໂທ H.R. McMaster ເປັນທີ່ປຶກສາດ້ານ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ

ທ່ານ McMaster ຈະ​ມາ​ຮັບ​ຕຳ​ແໜ່​ງ​ແທນທ່ານ Michael Flynn ນາຍ​ພົນ​ເບ້ຍ​ບຳນານ ກອງທັບ​ບົກ ທີ່ທ່ານ​ໄລ່​ອອກ​ຈາກ​ຕາ​ແໜ່​ງ​ໃນ​ນຶ່ງສັບປະດາ​ມາ​ແລ້ວ ຫຼັງ​ຈາກ​ທີ່ ​ເຂົ້າກຳ​
ຕຳ​ແໜ່​ງ​ໄດ້​ພຽງ​ແຕ່ 24 ​ມື້​ເທົ່າ​ນັ້ນ ​ໃນ​ຕອນ​ທີ່​ທ່ານ Trump ​ເຂົ້າກຳ​ອຳນາດໃນ​ວໍ​ຊີງ​ຕັນ. ປະທານາທິບໍດີ​ ຄົນ​ໃໝ່ ​ໄດ້​ກ່າວ​ໃນ​ສັບ​ປະດາ​ແລ້ວ​ນີ້​ວ່າ ​ເປັນ​ການ​ຮັບ​ເອົາ​ບໍ່​ໄດ້​ທີ່​ທ່ານ
Flynn ກ່າວ​ຂີ້ຕົວະ ຮອງ​ປະທານາທິບໍດີ Mike Pence ກ່ຽວ​ກັບການ​ຕິດ​ຕໍ່​ພົວພັນ​ກັບ​ເອກອັກຄະ​ລັດຖະທູດຣັດ​ເຊຍ ປະຈຳ​ນະຄອນຫຼວງ​ວໍ​ຊີງ​ຕັນ ​ໃນ​ຫຼາຍໆ​ສັບປະດາ ກ່ອນ
​ການ​ເຂົ້າ​ສາບານ​ຕົວ​ຂອງ​ທ່ານ Trump ນຶ່ງ​ເດືອນ​ກ່ອນ​ໜ້າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ຮອງປະທານາທິບໍດີສະຫະລັດ ທ່ານ Pence ທີ່ກ່າວເຖິງທ່ານ Flynn

Pence: 'Disappointed' in General Flynn
please wait

No media source currently available

0:00 0:01:01 0:00
XS
SM
MD
LG