ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ເພັນສ໌ ມີຈຸດປະສົງ ທີ່ຈະຕອບໂຕ້ ການໂຈມຕີ ກິລາໂອລິມປິກ ໂດຍເກົາຫຼີເໜືອ


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ແລະ ພັນລະຍາທ່ານນາງ ແຄເຣັນ, ຍົກມີລາ ໃນຂະນະທີ່ພວກເພິ່ນ
ກຽມເດີນທາງອອກຈາກສະໜາມບິນສາກົນ ເບັນ ກູຣີອອນ ໃກ້ກັບນະຄອນຫຼວງ ແທລ ອາວີຟ, ປະເທດ ອິສຣາແອລ. 23 ມັງກອນ, 2018.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ແລະ ພັນລະຍາທ່ານນາງ ແຄເຣັນ, ຍົກມີລາ ໃນຂະນະທີ່ພວກເພິ່ນ ກຽມເດີນທາງອອກຈາກສະໜາມບິນສາກົນ ເບັນ ກູຣີອອນ ໃກ້ກັບນະຄອນຫຼວງ ແທລ ອາວີຟ, ປະເທດ ອິສຣາແອລ. 23 ມັງກອນ, 2018.

ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ "Mike Pence" ໄດ້ເລີ່ມການເດີນ
ທາງຢ້ຽມ ເອເຊຍຕາເວັນອອກສຽງເໜືອໃນສັບປະດານີ້ ເຊິ່ງມີຈຸປະສົງທີ່ຈະຍົກລະດັບ
ແນວທາງຂອງທ່ານ, ທ່ານມີແຜນທີ່ຈະໄປຢ້ຽມ ຢາມຫຼາຍເຖິງ 10 ປະເທດໃນປີນີ້ ແລະ
ເພື່ອຊ່ວຍຕອບໂຕ້ການໂຄສະນາສະໜັບສະໜູນຂອງ ເກົາຫຼີເໜືອ ທີ່ການແຂ່ງຂັນກິ
ລາໂອລິມປິກລະດູໜາວ.

ເຈົ້າໜ້າທີ່ອາວຸໂສທຳນຽບຂາວ ຜູ້ທີ່ໄດ້ລົມນຳບັນດານັກຂ່າວເມື່ອບໍ່ດົນມານີ້ໄດ້ກ່າວ
ວ່າ “ຂ້າພະເຈົ້າຄິດວ່າຮອງປະທານາທິບໍດີຫຼາຍຄົນໃນເມື່ອກ່ອນໄດ້ໄປກິລາໂອລິມປິກ
ເພື່ອເປັນພິທີຊື່ໆ ແລະ ນັ້ນແມ່ນສິ່ງທີ່ພວກໄດ້ເຮົາເຮັດ ແລະ ມັນກໍດີຫຼາຍ. ພວກເພິ່ນ
ໄປຕັດແຖບຜ້າ, ໝາຍຊື່ຂອງເພິ່ນໃນບັນຊີ, ພວກເຮົາຄົງຈະບໍ່ທຳການເດີນທາງໃນຄັ້ງ
ນີ້ ຖ້າມັນມີແຕ່ເຮັດເທົ່ານັ້ນ.”

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ເວົ້າວ່າ ໃນທາງກົງກັນຂ້າມ, ການມີໜ້າຂອງທ່ານ ເພັນສ໌ ຈະ
ແມ່ນຍ້ອນ “ຄວາມເປັນຫ່ວງຢ່າງຍິ່ງ” ຂອງທ່ານວ່າ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈອງ
ອຶນ “ຈະລັກສົ່ງຂໍ້ຄວາມ” ອ້ອມກິລາໂອລິມປິກ. ຊາວ ເກົາຫຼີເໜືອ ໄດ້ຊຳນານໃນການ
ເຮັດແບບນີ້ໃນອະດີດ. ເຂົາເຈົ້າແມ່ນປະເທດທີ່ອັນຕະລາຍຍິ່ງ.

ເຈົ້າໜ້າທີ່ຄົນນັ້ນໄດ້ກ່າວວ່າ ດ້ວຍການທີ່ໄດ້ເດີນທາງໄປແຫຼມ ເກົາຫຼີ ໃນສັບປະດານີ້,
ທ່ານ ເພັນສ໌ ແມ່ນ “ຈະໄປຮັບປະກັນວ່າ, ຈາກທັດສະນະຂໍ້ຄວາມນັ້ນ, ມັນຈະບໍ່ກາຍ
ເປັນງານໂຄສະນາຊວນເຊື່ອສອງສັບປະດາ. “ເຂົາເຈົ້າເວົ້າຄວາມຈິງຢູ່ໃນເວທີ່ໂລກ,
ເຊິ່ງກົງກັນຂ້າມກັບສິ່ງທີ່ປະຊາຊົນຊາວ ເກົາຫຼີເໜືອ ເຮັດ.”

ຫຼັງຈາກທ່ານໄດ້ຮັບການລາຍງານສັ້ນ ກ່ຽວກັບ ລະບົບປ້ອງກັນລູກສອນໄຟຂີປະນາ
ວຸດໃນວັນຈັນທີ່ຜ່ານມາ ໃນຖານທັບອາກາດທີ່ລັດ ອາລັສກາ ນັ້ນ, ທ່ານ ເພັນສ໌ ຈະສືບ
ຕໍ່ເດີນທາງດ້ວຍເຮືອບິນ ແອ ຟອສ ທູ "Air Force Two" ໄປປະເທດ ຍີ່ປຸ່ນ.

ໃນນະຄອນຫຼວງ ໂຕກຽວ, ທ່ານຈະພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ
ອາເບະ "Shinzo Abe" ໃນວັນພຸດ, ເຊິ່ງທ່ານຈະຈັດງານລ້ຽງອາຫານຄໍ່າຕ້ອນຮັບ
ທ່ານ ເພັນສ໌.

ໃນນະຄອນຫຼວງ ໂຊລ ວັນພະຫັດມື້ຕໍ່ມາ, ທ່ານ ເພັນສ໌ ຈະຈັດການກ່າວຄຳປາໄສກັບ
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ "Moon Jae-In" ພ້ອມກັບຜູ້ທີ່ທ່ານຈະ
ຮັບປະທານອາຫານດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG