ໃນວັນອັງຄານວານນີ້ ຮອງປະທານາທິບໍດີ ທ່ານ Mike Pence ໄດ້ທຳໜ້າທີ່ສາບານໂຕ
ທ່ານນາງ Betsy DeVos ເຂົ້າຮັບຕຳແໜ່ງເປັນລັດຖະມົນຕີ ກະ ຊວງສຶກສາທິການ ຫຼັງ
ຈາກ ທ່ານໄດ້ລົງຄະແນນສຽງໃນສະພາສູງ ທີ່ສະເໝີກັນ ເພື່ອຮັບຮອງເອົາ ຜູ້ທີ່ປະທານາ
ທິບໍດີ ດໍໂນລ ທຣຳ ສະເໜີຊື່ ເຂົ້າຮັບຕຳແໜ່ງດັ່ງກ່າວ ທີ່ເປັນບັນຫານອງນັນນັ້ນ. ມັນເປັນ
ຄັ້ງທຳອິດ ໃນປະຫວັດສາດ ຂອງອາເມຣິກາ ທີ່ຮອງປະທານາທິບໍດີ ຈຳເປັນຕ້ອງໄດ້ລົງ
ຄະແນນສຽງ ເພື່ອຮັບຮອງເອົາການແຕ່ງຕັ້ງ ໃນຄະນະລັດຖະບານ.
ທ່ານນາງ DeVos ໄດ້ປະຕິຍານ ຢູ່ໃນພິທີສາບານໂຕເຂົ້າຮັບຕຳແໜ່ງ ເມື່ອຕອນແລງ
ວັນອັງຄານວານນີ້ ວ່າ ຕົນຈະ “ສະໜັບສະໜູນ ແລະປ້ອງກັນ ສະ ຫະລັດ ຈາກສັດຕູ ທີ່ຢູ່ຕ່າງປະເທດ ຫຼື ຢູ່ພາຍໃນປະເທດ ທັງມວນ.” ໃນຄຳ ສາບານໂຕ ທີ່ເປັນທາງການ
ຂອງທ່ານນາງນັ້ນ ທ່ານນາງຍັງໄດ້ປະຕິຍານວ່າ ຈະປະຕິບັດພາລະກິດ ຂອງຫ້ອງການ
ທ່ານນາງ ເປັນຢ່າງ “ດີ ແລະ ດ້ວຍຄວາມຊື່ສັດ”. ພິທີສາບານໂຕ ໄດ້ມີຂຶ້ນ ຢ່າງວ່ອງໄວ
ແລະ ປາດສະຈາກຄວາມຊັກຊ້າໃດໆ ຍົກເວັ້ນ ແຕ່ສຽງດັງຂອງພວກກ້ອງຖ່າຍຮູບ
ທັງຫຼາຍ ແລະ ອຸປະກອນຂອງສື່ມວນຊົນ. ພາຍຫຼັງຈາກພິທີອັນສັ້ນໆ ໄດ້ສິ້ນສຸດລົງແລ້ວ
ພວກຜູ້ຊົມກຸ່ມນ້ອຍກຸ່ມນຶ່ງ ຂອງຄອບຄົວ ແລະ ເພື່ອນມິດ ທ່ານນາງ DeVos ໄດ້ພາກັນ
ຕົບມື ຢ່າງມີມາລະຍາດ.
ເມື່ອຕອນເຊົ້າຂອງມື້ວານນີ້ ສະມາຊິກສະພາສູງ ຈາກພັກຣີພັບບລີກັນ ສອງທ່ານ ໄດ້ລົງ
ຄະແນນສຽງ ເຫັນພ້ອມກັບພັກເດໂມແຄຣັດ ໃນການຄັດຄ້ານ ຕໍ່ທ່ານນາງ DeVos ຜູ້ທີ່
ເປັນນັກຕໍ່ສູ້ ເພື່ອອະນຸຍາດໃຫ້ ຄອບຄົວທັງຫຼາຍ ນຳໃຊ້ກອງທຶນຂອງໂຮງຮຽນຫຼວງ ເພື່ອ
ສົ່ງລູກຫຼານຂອງເຂົ້າເຈົ້າ ໄປໂຮງຮຽນເອກກະຊົນຕ່າງໆໄດ້. ຜົນການລົງຄະແນນສຽງ
ແມ່ນ 50 ຕໍ່ 50 ສຽງ ກ່ອນທີ່ທ່ານ Pence ຈະຕ້ອງໄດ້ລົງຄະແນນສຽງຂອງທ່ານ ເພື່ອ
ຕັດສິນຊີ້ຂາດ ອັນເປັນກົດຂອງລັດຖະທຳມະນູນ ທີ່ບັນຍັດໄວ້ ໃນເວລາ ທີ່ສະພາ ບໍ່
ສາມາດຕົກລົງກັນໄດ້ ນັ້ນ.
ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ Lamar Alexander ຈາກລັດ Tennessee
ຜູ້ທີ່ເຄີຍຮັບໃຊ້ເປັນ ລັດຖະມົນຕີກະຊວງສຶກສາທິການ ຂອງປະທານາທິບໍດີ George
H. W. Bush ເມື່ອຕົ້ນຊຸມປີ 1990 ກ່າວວ່າ “ທ່ານນາງ DeVos ຈະເປັນລັດຖະມົນຕີ
ກະຊວງສຶກສາທິການ ທີ່ດີເລີດ.” ທ່ານໄດ້ໂຕ້ຖຽງວ່າ ໂຄງການລິເລີ້ມການເລືອກໂຮງ
ຮຽນ ທີ່ທ່ານນາງ DeVos ສະໜັບສະໜູນ ຈະນຳມາການແຂ່ງຂັນກັນ ໃນດ້ານການ
ສຶກສາຂອງຫຼວງ ແລະ ຈະເຮັດໃຫ້ພວກນັກຮຽນ ຜູ້ທີ່ຄອບຄົວມີລາຍໄດ້ຕ່ຳ ມີໂອກາດ
ເທົ່າທຽມກັນກັບ ພວກນັກຮຽນທີ່ມາຈາກຄອບຄົວທີ່ມີຊັບສິນພຽບພ້ອມ.
ສະມາຊິກສະພາສູງທ່ານນີ້ ກ່າວຕື່ມວ່າ “ແນວຄິດ ທີ່ວ່າ ເດັກນ້ອຍຈາກຄອບ ຄົວທີ່ມີ
ລາຍໄດ້ຕ່ຳ ຄວນມີໂອກາດທີ່ຈະໄປໂຮງຮຽນເອກກະຊົນ ໄດ້ຄືກັນກັບ ຄອບຄົວຄົນ
ຮັ່ງມີນັ້ນ ເຊິງຂ້າພະເຈົ້າເຫັນວ່າ ເປັນແນວຄິດຂອງຊາວອາເມຣິກັນໝົດທຸກຄົນ.”