ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເພັນສ໌ ຖິ້ມໂທດໃສ່ ພວກຄົນໜຸ່ມ ສຳລັບ ການເພີ້ມສູງຂຶ້ນ ຂອງກໍລະນີຕິດເຊື້ອໄວຣັສ ໂຄໂຣນາ ໃນສະຫະລັດ 


ປ້າຍປະການດແມ່ນເຫັນໄດ້ ຢູ່ທີ່ເສັ້ນທາງຕາມຊາຍຫາດຂອງເມືອງຄຣາກ ໃນລະຫວ່າງ ການລະບາດຂອງ COVID-19 ຂະນະທີ່ຜູ້ຄົນໄປໂຮມກັນ ຢູ່ໃນເມືອງແອບແວັນສ໌ຕັນ ລັດອີລີນອຍ, ເມື່ອວັນອັງຄານ ທີ 23 ມິຖຸນາ 2020.
ປ້າຍປະການດແມ່ນເຫັນໄດ້ ຢູ່ທີ່ເສັ້ນທາງຕາມຊາຍຫາດຂອງເມືອງຄຣາກ ໃນລະຫວ່າງ ການລະບາດຂອງ COVID-19 ຂະນະທີ່ຜູ້ຄົນໄປໂຮມກັນ ຢູ່ໃນເມືອງແອບແວັນສ໌ຕັນ ລັດອີລີນອຍ, ເມື່ອວັນອັງຄານ ທີ 23 ມິຖຸນາ 2020.

ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ໃນວັນອາທິດວານນີ້ ໂດຍສ່ວນໃຫຍ່ໄດ້ຖິ້ມໂທດໃສ່ພວກຄົນໜຸ່ມສຳລັບຈຳນວນກໍລະນີຕິດເຊື້ອໄວຣັສທີ່ໄດ້ຖືກຢັ້ງຢືນທີ່ສູງຂຶ້ນຫຼາຍໃນບໍ່ເທົ່າໃດວັນ ມໍ່ໆມານີ້ຢູ່ໃນປະເທດ ໂດຍກ່າວໄປວ່າ ພວກເຂົາເຈົ້າແມ່ນບໍ່ຫົວຊານຳການລະມັດລະວັງ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ.

ທ່ານເພັນສ໌ ໃນການໃຫ້ສຳພາດແກ່ລາຍການ “Face the Nation” ຂອງໂທ ລະພາບ CBS ນັ້ນ ທ່ານໄດ້ກ່າວວ່າ ມັນເປັນ “ການທີ່ໂຕ້ຖຽງບໍ່ໄດ້” ທີ່ວ່າ ການກວດທີ່ເພີ້ມຂຶ້ນໃນສະຫະລັດ ໂດຍກວດ 500,000 ຄົນຕໍ່ມື້ ນຳໄປສູ່ການຢັ້ງຢືນວ່າ ມີຄົນຕິດເຊື້ອໄວຣັສໂຄໂຣນາຫຼາຍຂຶ້ນ. ແຕ່ທ່ານໄດ້ກ່າວວ່າ “ຊາວອາເມຣິກັນໜຸ່ມນ້ອຍ ໄດ້ໄປໂຮມກັນໃນທາງທີ່ອາດຈະບໍ່ເອົາໃຈໃສ່ ຂໍ້ຊີ້ນຳທີ່ພວກເຮົາໄດ້ແຈ້ງອອກໄປ ກ່ຽວກັບລະດັບ ຂອງລັດຖະບານສຳລັບທຸກຂັ້ນຕອນຂອງການເປີດທຸລະກິດຄືນໃໝ່ນັ້ນ.”

ຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາໃນສະຫະລັດໄດ້ເພີ້ມສູງຂຶ້ນຢ່າງຫຼວງ ຫຼາຍ ໃນສອງສາມວັນຜ່ານມານີ້ ໂດຍສະເພາະໃນສາມລັດທົ່ວເຂດພາກໃຕ້ຂອງສະຫະລັດ ເຊັ່ນ ລັດຟລໍຣີດາ ເທັກຊັສ ແລະອາຣີໂຊນາ ຊຶ່ງແຕ່ລະລັດຫ່າງກັນໂດຍເສັ້ນທາງຫຼາຍຮ້ອຍກິໂລແມັດ. ໃນຈຳນວນທັງໝົດ ສະຫະລັດ ໄດ້ລາຍງານວ່າ ມີຫຼາຍກວ່າ 40,000 ກໍລະນີໃໝ່ໃນວັນສຸກຜ່ານມາ ຊຶ່ງຫຼາຍເປັນປະຫວັດການໃນພຽງມື້ດຽວ ສຳລັບລາຍງານຂອງໂຣກລະບາດ ຢູ່ໃນສະຫະລັດ ຕະຫຼອດໄລຍະ 6 ເດືອນຜ່ານມານີ້.

ທ່ານເພັນສ໌ ກໍໄດ້ຍົກເລີກການເດີນທາງໄປຫາສຽງ ໃນສັບປະດາຈະມາເຖິງນີ້ ຢູ່ທີ່ລັດຟລໍຣີດາ ແລະອາຣີໂຊນາ ຍ້ອນຄວາມລະມັດລະວັງ ເພາະຈຳນວນກໍລະນີຕິດເຊື້ອໄວຣັສທີ່ເພີ້ມສູງຂຶ້ນຢູ່ໃນສອງລັດດັ່ງກ່າວ.

ທ່ານເພັນສ໌ ໄດ້ກ່າວອີກວ່າ ສະຫະລັດ ມີອຸປະກອນດ້ານການແພດພຽບພ້ອມເພື່ອຮັບມືກັບຈຳນວນຄົນປ່ວຍຕ້ອງໄດ້ຮັບການຮັກສາປິ່ນປົວໃນໂຮງໝໍທີ່ອາດຈະມີຫຼາຍຂຶ້ນກວ່າທີ່ມີໃນຕົ້ນປີນີ້.

ແຕ່ທ່ານໄດ້ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ແລະທ່ານ ສະໜັບສະໜຸນມາດຕະການຕ່າງໆທີ່ບັນດາຜູ້ປົກຄອງລັດໄດ້ວາງອອກ ໃນລັດຟລໍຣີດາ ແລະເທັກຊັສ ທີ່ຈະປິດຮ້ານກິນດື່ມຫຼືບາທັງຫຼາຍຄືນອີກເທື່ອນຶ່ງ ໃນການສະກັດກັ້ນບໍ່ໃຫ້ພວກຄົນຊຸມແຊວກັນ ໂດຍຢູ່ໃກ້ຄຽງກັນ ໃນຂະນະທີ່ບໍ່ເອົາຫົວຊານຳຄຳຕັກ ເຕືອນຈາກບັນດານັກຊ່ຽວຊານດ້ານການແພດ ທີ່ບອກໃຫ້ໃສ່ໜ້າກາກ ແລະໃຫ້ຢູ່ຫ່າງກັນໃນສັງຄົມໂດຍຢ່າງໜ້ອຍ 2 ແມັດ.

ທ່ານເພັນສ໌ໄດ້ເວົ້າວ່າ “ມັນເປັນທີ່ຈະແຈ້ງວ່າ ການກວດບໍ່ພຽງແຕ່ເປັນເຫດຜົນ ເທົ່ານັ້ນ ທີ່ພວກເຮົາເຫັນວ່າ ມີກໍລະນີຕິດເຊື້ອຫຼາຍຂຶ້ນ ແຕ່ມັນເປັນເຫດຜົນທີ່ສຳຄັນ” ໃນຂະນະດຽວກັນ ທ່ານເວົ້າອີກວ່າ “ມັນເປັນທີ່ຈະແຈ້ງ ໃນທົ່ວເຂດລັດທັງຫຼາຍຢູ່ທາງພາກໃຕ້ຂອງສະຫະລັດ ຫຼື Sunbelt ທີ່ມີບາງສິ່ງບາງຢ່າງກຳລັງເກີດຂຶ້ນໂດຍສະເພາະພາຍໃນກຸ່ມພວກຄົນໜຸ່ມຊາວອາເມຣິກັນທັງຫຼາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG