ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂັ້ນຕອນ ການພິຈາລະນາ ລົງໂທດ ທ້າວ Dzhokhar Tsarnaev ໄດ້ເລີ້ມຕົ້ນຂຶ້ນແລ້ວ


ພາບແຕ້ມຢູ່ໃນສານຂອງທ້າວ Dzhokhar Tsarnaev (ຜູ້ທີ 2 ຈາກຊ້າຍ) ແມ່ນຢືນຄຽງຂ້າງ ບັນດາທະນາຍຄວາມຕໍ່ສູ້ຂອງຜູ້ກ່ຽວ ທີ່ມີ ທ່ານ William Fick (ຊ້າຍ) ທ່ານນາງ Judy Clarke (ຜູ້ທີ 2 ຈາກຂວາ) ແລະ ທ່ານ David Bruck (ຂວາ) ໃນຂະນະທີ່ ຄະນະຕຸລາການ ນຳສະເໜີ ຄຳຕັດສິນຂອງພວກຕົນ, ວັນທີ 8 ເມສາ 2015.
ພາບແຕ້ມຢູ່ໃນສານຂອງທ້າວ Dzhokhar Tsarnaev (ຜູ້ທີ 2 ຈາກຊ້າຍ) ແມ່ນຢືນຄຽງຂ້າງ ບັນດາທະນາຍຄວາມຕໍ່ສູ້ຂອງຜູ້ກ່ຽວ ທີ່ມີ ທ່ານ William Fick (ຊ້າຍ) ທ່ານນາງ Judy Clarke (ຜູ້ທີ 2 ຈາກຂວາ) ແລະ ທ່ານ David Bruck (ຂວາ) ໃນຂະນະທີ່ ຄະນະຕຸລາການ ນຳສະເໜີ ຄຳຕັດສິນຂອງພວກຕົນ, ວັນທີ 8 ເມສາ 2015.

ເກືອບ​ສອງ​ອາທິດ​ຜ່ານ​ມາ​ແລ້ວ ຫຼັງຈາກ​ທີ່ ທ້າວ Dzhokhar
Tsarnaev ​ໄດ້​ຖືກ​ຕັດສິນ​ວ່າ​ຜິດ ໃນ​ການວາງ​ລະ​ເບີດ ​ທີ່​ຮ້າຍ
​ແຮງເຖິງແກ່​ຊີວິດ ​ໃນ Boston Marathon ປີ 2013 ຊຶ່ງ​ຄະນະ
ຕຸລາການ ​ລັດຖະບານ​ກາງ ຈະ​ກັບ​ຄືນ​ມາ​ທຳ​ງານ​ ໃນ​ວັນ​ອັງຄານ
​ມື້​ນີ້ ​ເພື່ອ​ທີ່​ຈະ​ພິຈາລະນາ​ເບິ່ງ​ວ່າ ຈະ​ລົງ​ໂທດ​ ​ປະຫານ​ຊີວິດຜູ້ກ່ຽວ
ຫຼື ໃຫ້​ຈຳ​ຄຸກ​ຕະຫລອດ​ຊີວິດ.

ບັນດາ​ໄອ​ຍະ​ການ ພວມ​ຫາ​ທາງ ​ຢາກໃຫ້ລົງໂທດປະຫານ​ຊີວິດ
ຕໍ່ ​ທ້າວ Tsarnaev ອົບ​ພະຍົບຊາວ Chechen ​ໄວ 21 ປີ ຍ້ອນ
​ຄາດ​ຕະກຳ 3 ຄົນ​ໃນ​ການວາງ​ລະ​ເບີດ ຊຶ່ງ​ໄດ້​ເກີດ​ຂຶ້ນຢູ່​ເສັ້ນ​ໄຊ
ຂອງ​ການ​ແ​ຂ່ງຂັນ ​ແລ່ນ​ມາຣາທອນນັ້ນ. ​ແຕ່​ພໍ່​ແມ່​ຂອງ​ຜູ້​ທີ່​ເສຍ
​ຊີວິດ​ຄົນ​ນຶ່ງ ອາຍຸ 8 ປີ ຊື່ວ່າ Martin Richard ​ໄດ້​ຂໍ​ຮ້ອງ​ໃຫ້ກະຊວງ​ຍຸດຕິ​ທຳ ສະ​ເໜີໃຫ້
ທ້າວ Tsarnaev ຮັບ​ເອົາ​ການ​ລົງ​ໂທດ​ ຈຳ​ຄຸກ​ຕະຫລອດ​ຊີວິດ ​ໂດຍ​ປາດ​ສະ​ຈາກ​ການ​
ປ່ອຍ​ໂຕ​ ຫລື ການອຸທອນໃດໆ ເພື່ອ​ແລກປ່ຽນກັບ ການບໍ່ລົງໂທດ​ປະຫານ​ຊີວິດ.

ທ່ານ Bill ​ແລະ ທ່ານນາງ Denise Richard ​ໄດ້​ຂຽນ​ບົດ​ຄວາມ​ສະບັບ​ນຶ່ງ​ໃນ ໜັງສືພິມ The Boston Globe ​ເມື່ອ​ອາທິດ​ແລ້ວ​ນີ້ ​ທີ່ກ່າວ​ວ່າ “ພວກ​ຂ້າ​ພະ​ເຈົ້າ ຮູ້​ດີວ່າ ລັດ
ຖະບານ ມີ​ເຫດຜົນ​ຂອງ​ຕົນ ສຳ​ຫລັບ​ການ​ຫາທາງ​ໃຫ້ລົງໂທດ​ປະຫານ​ຊີວິດ ​ແຕ່​
ການ​ສືບ​ຕໍ່ຊອກຫາ​ ​ລົງ​ໂທດ​ນັ້ນ ອາດ​ຈະ​ພາໃຫ້ມີ​ການ​ຂໍ​ອຸທອນ​ ເປັນ​ເວລາ​ຫຼາຍປີ ​
ແລະ ຈະ​ເຮັດ​ໃຫ້​ຄວາມ​ເຈັບ​ປວດຂອງ​ມື້ນັ້ນ​ ໃນ​ຊີວິດ​ຂອງ​ພວກ​ເຮົາ ແກ່ຍາວອອກ​
ໄປອີກ.”

ທ່ານ​ນາງ Jessica Kensky ​ແລະ Patrick Downes ຄູ່​ສາມີພັນລະຍາ ຈາກ​ນະຄອນ
Boston ທີ່​ໄດ້​ສູນ​ເສຍ​ຂາ ​ໃນ​ການ​ໂຈມ​ຕີນັ້ນ ຍັງ​ໄດ້​ຮຽກຮ້ອງ​ ​ບັນດາ​ໄອ​ຍະ​ການ ໃຫ້ຍົກ​
ເລີກ​ຄວາມ​ພະຍາ​ຍາມຂອງ​ພວກ​ເຂົາ​ເຈົ້າ ທີ່​ຈະລົງ​ໂທດ​ປະຫານ​ຊີວິດ​ຕໍ່ທ້າວ Dzhokhar
Tsarnaev.

Boston Jury to Mull Life or Death for Tsarnaev
please wait

No media source currently available

0:00 0:03:18 0:00

XS
SM
MD
LG