ພຽງເພັນ ຫົງທອງ ຫຼື ທີ່ຮູ້ກັນໃນນາມ ເພັນ ຫົງທອງ ເຈົ້າຂອງປື້ມຄົວກິນ 2 ເຫຼັ້ມ ໄດ້
ເຂົ້າມາເຖິງສະຫະລັດ ຕອນອາຍຸ 18 ປີ. ເພັນເປັນລູກຄົນທີ່ 3 ຂອງອ້າຍເອື້ອຍນ້ອງທັງ
ໝົດ 9 ຄົນ. ອົບພະຍົບເຂົ້າມາຢູ່ເມືອງ Long Island ລັດ New York ໃນປີ 1980.
ເພັນເລົ່າສູ່ຟັງວ່າ ຕອນຍັງນ້ອຍນັ້ນ ໄດ້ຊ່ອຍແມ່ເຖົ້າແຕ່ງຢູ່ແຕ່ງກິນມາຕະຫຼອດ ຈົນກາຍ
ມາເປັນຄວາມເຄີຍຊິນແລະມັກຮັກໃນການຄົວກິນຕັ້ງແຕ່ນັ້ນມາ ຊຶ່ງລາວເລົ່າໃຫ້ຟັງວ່າ:
"ເພາະວ່າມີເອື້ອຍອ້າຍນ້ອງຫຼາຍຄົນ ຊ່ອຍແມ່ຖົ້າຕະຫຼອດ ແມ່ເພິ່ນກະມີແຕ່ມີລູກທຸກປີ ກະໄດ້ຊອ່ຍແມ່ເຖົ້າເຣັດຄົວກິນຕະຫຼອດ ແມ່ເຖົ້າກະມີແຕ່ສວນຜັກ ກະຊ່ອຍຄົວກິນມາ
ຕະຫຼອດ ກະເລີຍມັກ ຕັ້ງແຕ່ອາຍຸນ້ອຍໆ 8-9 ປີ."
ນັບວ່າໂຊກເຂົ້າຂ້າງເພັນ ທີ່ເຖິງແມ່ນວ່າຈະມາຮອດສະຫະລັດຕອນອາຍຸ 18 ປີ ຊຶ່ງເລີຍ
ເວລາຮຽນມັດທະຍົມປາຍແລ້ວ ແຕ່ກໍໄດ້ເຂົ້າຮໍ່າຮຽນໃນລະດັບມັດທະຍົມປາຍເຖິງ 3 ປີ
ກ່ອນໄດ້ເຊົ້າສຶກສາຕໍ່ທີ່ວິທະຍາໄລ ຈົນໄດ້ເຮັດວຽກງານດີໃນຫ້ອງການໃນຕໍ່າແໜ່ງດີ ແຕ່
ຄວາມມັກຮັກໃນການປຸງແຕ່ງອາຫານ ພ້ອມທັງຄວາມທີ່ຢາກໃຫ້ຊາວອະເມຣິກັນແລະຊາດ
ອື່ນໆ ເຂົ້າໃຈແລະຮັບຮູ້ເຖິງ ຂະນົບປະເພນີຂອງລາວ ຮວມທັງວັດທະນະທໍາ, ວິຖີຊີວິດ,
ແມ້ນກະທັງອາຫານການກິນ ຈຶ່ງໄດ້ເກັບກໍາວິທີການປຸງແຕ່ງອາຫານລາວນີ້ໄວ້ ເປັນປີໆ.
ພະຍາຍາມຊອກຄົ້ນຫາ ເພື່ອຢາກຂຽນປື້ມຄົວກິນລາວ ຊຶ່ງເພັນຕ້ອງໃຊ້ເວລາເປັນນານປີ
ຈຶ່ງໃນທີສຸດກໍມີ ວັນນີ້ຈົນໄດ້.
ການຂຽນປື້ມເປັນຂອງຕົວເອງບໍ່ແມ່ນຂອງງ່າຍ ຕ້ອງໄດ້ໃຊ້ເວລາຫຼາຍແລະຄົ້ນຫາຜູ້ທີ່ຈະ
ເປັນຜູ້ພິມຈໍາໜ່າຍປື້ມນັ້ນ ຊ່າງຍາກເຢັນຫລາຍ. ແຕ່ແລ້ວໃນທີ່ສຸດປື້ມເຫຼັ້ມທໍາອິດ ກໍອອກ
ມາຈົນໄດ້ ຊຶ່ງເພັນໃຫ້ຊື່ປື້ມວ່າ: "Simple Laotian Cooking.”ຈຸດປະສົງຫຼັກກໍແມ່ນ ຢາກ
ຈະເຮັດອາຫານລາວໃຫ້ຊາວອະເມຣິກັນ ໄດ້ຊິມແລະລອງເຮັດກິນເບິ່ງແບບງ່າຍໆ.
ດັ່ງທີ່ໄດ້ສໍາພາດກັບເພັນ ຫົງທອງ ໄປແລ້ວໃນພາກທໍາອິດທີ່ວ່າ ການເລີ່ມຕົ້ນທີ່ຢາກຈະ
ຂຽນປື້ມຄົວກິນອາຫານລາວນີ້ ກໍບໍ່ແມ່ນຂອງງ່າຍ, ຕ້ອງຜ່ານຜ່າອຸບປະສັກຕ່າງໆນາໆ
ໄດ້ເກັບເລັກປະສົມນ້ອຍ ຮີບໂຮມເອົາລາຍການປຸງແຕ່ງອາຫານຈົນຮວມເປັນເຫຼັ້ມແລ້ວ
ກໍຍັງຕ້ອງຊອກຫາຜູ້ທີ່ຈະມາອຸບປະຖໍາ ເປັນຜູ້ພິມນັ້ນໄດ້ແສນຍາກ. ທັງນີ້ທັງນັ້ນກໍຕ້ອງ
ໄດ້ໃຊ້ເວລາມາເປັນນານປີ.
ປື້ມຄົວກິນເຫຼັ້ມທໍາອິດ "Simple Laotian Cooking" ກໍໄດ້ອອກວາງຕະຫຼາດເປັນທີ່
ຮຽບຮ້ອຍແລ້ວ ໄດ້ມີການຂາຍໃນເວັບໄຊ້ທຸຂອງຜູ້ກ່ຽວເອງ www.laochef.com ແລະ
ອີກສວ່ນນຶ່ງກໍໄດ້ນໍາໄປຈໍາໝ່າຍດ້ວຍຕົວເອງ ໃນເວລາທີ່ເພັນອອກໄປສາທິດສະແດງຄົວ
ກິນຕາມສະຖານທີ່ຕ່າງໆ ຊື່ງກໍເລີ່ມເປັນທີ່ຮູ້ຈັກຂອງທັງປະຊາຄົມລາວແລະຊາວຕ່າງປະ
ເທດ ໂດຍສະເພາະໃນເຂດເມືອງ Long Island, ລັດ New York ແລະຄວາມພາກພູມ
ໃຈອີກອັນນຶ່ງຂອງເພັນນັ້ນ ນອກຈາກໄດ້ເຫັນຊື່ຂອງຕົວເອງ, ໄດ້ເຫັນອາຫານລາວທີ່ຕົວ
ເອງໄດ້ປະດິດຄິດສ້າງ ແລະດັດແປງການປຸງແຕ່ງ ເພື່ອໃຫ້ເຂົ້າກັບຍຸກກັບສະໄໝແລ້ວນັ້ນ
ເພັນຍັງໄດ້ກ່າວຢ່າງປື້ມໃຈເປັນທີ່ສຸດທີ່ວ່າ ໄດ້ມີສ່ວນນຶ່ງໃນການນໍາສະເໜີໃຫ້ຊາວອະເມ
ຣິກັນທີ່ຢາກຮຽນຮູ້ກ່ຽວກັບວັດທະນະທໍາ, ວິຖີຊີວິດ ແລະການປຸງແຕ່ງອາຫານລາວນັ້ນ
ໄດ້ໄປຢ້ຽມຢາມປະເທດລາວ ເພື່ອສໍາພັດດ້ວຍຕົວເອງ ຊຶ່ງເພັນເລົ່າສູ່ຟັງວ່າ:
"ຫຼັງຈາກທີ່ຂ້ອຍໄດ້ເຣັດ demonstration ໄດ້ຫຼາຍປີແລ້ວ ເພາະວ່າ ໄປເຮັດຢູ່
ບ່ອນທີ່ມີແຕ່ຄົນຮັ່ງໆຢູ່ເຂດ Hampton, Long Island ດຽວນີ້ຄົນອະເມຮິກັນ
ເຂົາເຈົ້າຢູ່ Hampton ກໍໄດ້ໄປເມືອງລາວຫຼາຍ ກະດີໃຈເພາະວ່າພວກເຂົາເຈົ້າ
ກະໄດ້ໄປແລະມາບອກວ່າ ຂ້ອຍດີໃຈ, ຂ້ອຍມັກເມືອງລາວຫຼາຍ ຕົວເອງແລ້ວ
ກະພູມໃຈທີ່ສຸດທີ່ໄດ້ສົ່ງຊາວອະເມຣິກັນເມືອເມືອງລາວຫັ້ນນ໋າ. "
ເພັນ ຫົງທອງ ບໍ່ໄດ້ຢຸດເຊົາແຕ່ພຽງເທົ່ານັ້ນ ນອກຈາກປື້ມເຫຼັ້ມທໍາອິດໄດ້ອອກວາງຂາຍ
ແລ້ວ ເພັນຍັງໄດ້ດໍາເນີນງານສືບຕໍ່ ສາທິດ ສະແດງການປຸງແຕ່ງອາຫານແລະຈັດທໍາປື້ມ
ເຫຼັ້ມທີ 2 ຊຶ່ງກໍໄດ້ອອກວາງຂາຍໃນປີ 2009 ທີ່ມີຊື່ວ່າ "Healthy Lao Cuisine".
ເພັນໄດ້ເວົ້າກ່ຽວກັບຜົນງານເຫຼັ້ມທີ 2 ພ້ອມທັງອະທິບາຍເຖິງໂຄງການໃນອະນາຄົດ
ແລະກ່າວຝາກຝັງປື້ມຄົວກິນທັງ 2 ເຫຼັ້ມ ດັ່ງໃນບົດສໍາພາດຕໍ່ໄປນີ້.
ຄລິກຢູ່ບ່ອນນີ້ ເພື່ອຟັງບົດສໍາພາດຕອນທີສອງ
ຫລືຈະຄລິກບ່ອນ ແອັມພີ3 (MP3) ຂ້າງເທິງຂວາມືກໍໄດ້ ເພື່ອຮັບຟັງການສໍາພາດ.
ທ່ານທີ່ຢາກຈະຊາບລາຍລະອຽດເພີ່ມຕື່ມ ເຊີນເຂົ້າໄປຄົ້ນຫາທີ່ http://www.laochef.com