ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ທຳນຽບຫ້າແຈເວົ້າວ່າ ຜູ້ຕ້ອງສົງໄສຖືກຂ້າຕາຍ ໃນລະຫວ່າງການໂຈມຕີ ຢູ່ສູນກາງການເດີນທາງ


ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງກຳລັງກວດເບິ່ງທາງໃນລົດ ຢູ່ທຳນຽບຫ້າແຈ (Pentagon) ວັນທີ 3 ສິງຫາ 2021.
ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງກຳລັງກວດເບິ່ງທາງໃນລົດ ຢູ່ທຳນຽບຫ້າແຈ (Pentagon) ວັນທີ 3 ສິງຫາ 2021.

ເຈົ້າໜ້າທີ່ຕຳຫຼວດທຳນຽບຫ້າແຈຄົນນຶ່ງໄດ້ເສຍຊີວິດຍ້ອນການໂຈມຕີຢູ່ສູນກາງສະຖານີຂົນສົ່ງທີ່ທຳນຽບຫ້າແຈ ໃນວັນອັງຄານວານນີ້, ອີງຕາມສະມາຊິກ ສະພາສູງຄົນນຶ່ງ.

ສະມາຊິກສະພາສູງມາກ ວານເນີ (Mark Warner) ຈາກລັດເວີຈີເນຍ ຊຶ່ງເປັນລັດນຶ່ງຂອງສະຫະລັດທີ່ທຳນຽບຫ້າແຈຕັ້ງຢູ່ນັ້ນ ໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີສວ່າ ທ່ານຮູ້ສຶກເສົ້າສະລົດໃຈທີ່ຊາບຂ່າວນໃນວັນອັງຄານ ວານນີ້ວ່າ ເຈົ້າໜ້າທີ່ຄົນນຶ່ງໄດ້ເສຍຊີວິດໄປ. ອີງຕາມລາຍງານອຂງອົງການຂ່າວເອພີ (AP) ທີ່ໄດ້ອ້າງເຖິງຄໍາເວົ້າຂອງບັນດາເຈົ້າໜ້າທີ່ທີ່ກ່າວບໍ່ປະສົງອອກນາມ ເພາະວ່ າເຂົາເຈົ້າບໍ່ໄດ້ຮັບອະນຸຍາດສົນທະນາກ່ຽວກັບເລື້ອງນີ້ທີ່ບອກວ່າ ເຈົ້າ ໜ້າທີ່ຄົນດັ່ງກ່າວໄດ້ຖືກແທງ ແລະຜູ້ຕ້ອງສົງໄສໄດ້ຖືກຍິງ ໂດຍເຈົ້າໜ້າທີ່ ຕຳຫຼວດ ແລະໄດ້ເສຍຊີວິດຄາທີ່.

ຫົວໜ້າຕຳຫຼວດ, ທ່ານວູດໂດຣ ເຄີຊຊີ ທີ່ນຳພາຕຳຫຼວດຢູ່ທຳນຽບຫ້າແຈກ່າວຕໍ່ ກອງປະຊຸມຖະແຫລງຂ່າວວ່າ ໄດ້ມີການຍິງກັນ ແລະຫຼາຍຄົນໄດ້ຮັບບາດເຈັບ.

ທ່ານເຄີຊຊີ ບໍ່ໄດ້ໃຫ້ຂໍ້ມູນກ່ຽວກັບຜູ້ໂຈມຕີ ຫຼືສາເຫດທີ່ພາໃຫ້ເກີດຂຶ້ນໄດ້.

ທ່ານກ່າວວ່າ“ແລະຂ້າພະເຈົ້າບໍ່ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ຊາບລາຍລະອຽດ ເພີ້ມເຕີມ ໂດຍດ່ວນໄດ້ ແຕ່ຂ້າພະເຈົ້າບໍ່ສາມາດເຜີຍແຜ່ເລື້ອງເຫລົ່ານີ້ໄດ້ ໃນປັດຈຸບັນນີ້.”

ທ່ານສເຄີຊຊີກ່າວອີກວ່າ “ມື້ເຊົ້ານີ້ປະມານ 10 ໂມງ 37 ນາທີ ເຈົ້າໜ້າທີ່ຕຳ ຫຼວດທຳນຽບຫ້າແຈໄດ້ຖືກໂຈມຕີຢູ່ສະຖານີລົດເມ. ໄດ້ມີການຍິງກັນ. ແລະໄດ້ມີ ຜູ້ໄດ້ຮັບບາດເຈັບຫຼາຍຄົນ. ເຫດການສິ້ນສຸດລົງແລ້ວ ບ່ອນເກີດເຫດໄດ້ມີຄວາມປອດໄພແລະສິ່ງສຳຄັນທີ່ສຸດກໍຄື ບໍ່ມີການຂົ່ມຂູ່ຕໍ່ປະຊາຄົມຂອງ ພວກເຮົາຕໍ່ໄປອີກແລ້ວ.”

ທ່ານກ່າວວ່າ ຕຳຫຼວດສັນຕິບານກາງ ຫລື FBI ກຳລັງນຳພາການສືບສວນນີ້ຢູ່.

ທຳນຽບຫ້າແຈໄດ້ຖືກປິດຫ້າມຄົນເຂົ້າອອກເປັນເວລາຫຼາຍຊົ່ວໂມງ ແລະການ ຂົນສົ່ງສາທາລະນະໄດ້ຖືກໃຫ້ປ່ຽນທິດໄປທາງອື່ນ. ທຳນຽບຫ້າແຈກໍໄດ້ເປີດໃຫ້ຄົນເຂົ້າໄດ້ອີກໃນເວລາຕໍ່ມາ.

ອົງການກຳລັງປ້ອງກັນທຳນຽບຫ້າແຈ ກ່າວວ່າຂົງເຂດດັ່ງກ່າວຍັງເປັນບ່ອນ “ທີ່ມີການກໍ່ອາຊະຍາກຳຫລາຍ” ອີກດ້ວຍ.

ການໂຈມຕີໃນປີ 2010 ໄດ້ເຮັດໃຫ້ເຈົ້າໜ້າທີ່ກຳລັງປ້ອງກັນທຳນຽບຫ້າແຈ ສອງຄົນໄດ້ຮັບບາດເຈັບ ຫລັງຈາກມືປືນຄົນນຶ່ງໄດ້ເຂົ້າໄປຫາເຂົາເຈົ້າ ຢູ່ບ່ອນກວດຄົນເພື່ອປ້ອງກັນຄວາມປອດໄພ. ພວກເຈົ້າໜ້າທີ່ໄດ້ຍິງ ແລະສັງ ຫານພວກໂຈມຕີດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG