ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ.ນ. ເພໂລຊີ ໄດ້ສະເໜີ ໃຫ້ປະທານາທິບໍດີ ທຣຳ ເລື່ອນເວລາ ໃນການກ່າວ ຄຳປາໄສ ຕໍ່ ປະເທດຊາດ


ປະທານສະພາ ທ່ານນາງ Nancy Pelosi ໄດ້ຈັດກອງປະຊຸມ
ເທື່ອໃໝ່ ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ ວັນທີ 10 ມັງກອນ 2019.
ປະທານສະພາ ທ່ານນາງ Nancy Pelosi ໄດ້ຈັດກອງປະຊຸມ ເທື່ອໃໝ່ ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ ວັນທີ 10 ມັງກອນ 2019.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ໄດ້ສະເໜີແນະ ໃນວັນພຸດວານ ນີ້ວ່າ ນອກຈາກວ່າ ການປິດລັດຖະບານລົງບາງສ່ວນ ຈະຖືກແກ້ໄຂໃນສັບປະ ດານີ້ ບໍ່ດັ່ງ
ນັ້ນ ປະທານາທິບໍດີ ດໍໂນລ ທຣຳ ຄວນເລື່ອນ ການກ່າວຄຳປາໄສ ກ່ຽວກັບສະພາບ
ການຂອງປະເທດຊາດຂອງເພິ່ນອອກໄປ ຫຼືບໍ່ກໍໃຫ້ພິຈາລະນາ ວ່າ ຈະສົ່ງຄຳປາໄສ
ອອກມາ ເປັນລາຍລັກອັກສອນເອົາ.

ທ່ານນາງ ເພໂລຊີ ໄດ້ເວົ້າເຖິງເລື້ອງການກະກຽມ ທີ່ຈຳເປັນ ດ້ານຄວາມປອດ ໄພ ສຳລັບເຫດການຍິ່ງໃຫຍ່ປະຈຳປີ ຊ້ອງໜ້າສະພາ ຊຶ່ງກຳນົດໃສ່ວັນທີ 29 ມັງກອນນີ້.

ໃນຈົດໝາຍສະບັບນຶ່ງ ທີ່ສົ່ງເຖິງປະທານາທິບໍດີທຣຳນັ້ນ ທ່ານນາງໄດ້ໃຫ້ຂໍ້ສັງ ເກດ
ວ່າ ໜ່ວຍ​ຄຸ້ມ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ ຫຼື Secret Service ຂອງ ສະຫະລັດ ຊຶ່ງຮັກສາ
ຄວາມປອດໄພໃຫ້ແກ່ປະທານາທິບໍດີພ້ອມຄອບຄົວ ແລະກະຊວງຮັກ ສາຄວາມປອດ
ໄພພາຍໃນ ບໍ່ໄດ້ຮັບທຶນບໍລິຫານ ໃນລະຫວ່າງ ການອັດລັດຖະ ບານນີ້ “ຊຶ່ງການບໍ່ໃຫ້
ພະນັກງານ ມາປະຕິບັດໜ້າທີ່ ແມ່ນເປັນການຈຳກັດຮັດ ແຄບຢ່າງໃຫຍ່ຕໍ່ສະມັດຖະ
ພາບທີ່ຈຳເປັນຂອງວຽກງານ.” ພວກພະນັກງານຮັກ ສາຄວາມປອດໄພໃຫ້ທ່ານທຣຳ
ໄດ້ເຮັດວຽກມາ ໂດຍບໍໄດ້ຮັບເງິນເດືອນ ນັບ ຕັ້ງແຕ່ມື້ປິດລັດຖະບານມາ ໃນວັນທີ
22 ທັນວາ.

ແຕ່ທ່ານນາງ ຄຣິສເຈັນ ນຽລເຊັນ ລັດຖະມົນຕີກະຊວງຮັກສາຄວາມປອດໄພ ພາຍໃນ
ເວົ້າວ່າ ພວກອົງການຕ່າງໆ “ແມ່ນພ້ອມແລ້ວຢ່າງເຕັມສ່ວນເພື່ອສະ ໜັບສະໜູນ ແລະ
ໃຫ້ຄວາມປອດໄພແກ່ກ່າວຄຳປາໄສ ກ່ຽວກັບສະພາບການ ຂອງປະເທດຊາດ. ພວກ
ເຮົາຂໍຂອບໃຈພະແນກດັ່ງກ່າວ ສຳລັບວຽກງານຂອງ ເຂົາເຈົ້າ ທີ່ເອົາໃຈໃສ່ແລະການ
ເສຍສະຫລະ ແລະທຸກສິ່ງທຸກຢ່າງທີ່ພວກເຂົາ ເຈົ້າເຮັດ ໃນແຕ່ລະມື້ ສຳລັບການຮັກ
ສາຄວາມປອດໄພໃຫ້ແກ່ປະເທດຊາດ.”

ທ່ານນາງ ເພໂລຊີ ຄັດຄ້ານການເອົາເງິນ 5 ພັນລ້ານໂດລາ ຂອງພວກເສຍ ພາສີໄປ
ເຮັດກຳແພງຊາຍແດນລະຫວ່າງສະຫະລັດກັບເມັກຊິກໂກ. ທ່ານທຣຳ ກ່າວວ່າ ກຳ
ແພງເປັນສິ່ງຈຳເປັນ ເພື່ອຢຸດຢັ້ງພວກຄົນເຂົ້າເມືອງມາໃນປະເທດ ຢ່າງຜິກົດໝາຍ
ແລະຢຸດຢັ້ງ ການຫລັ່ງໄຫລຂອງຢາເສບຕິດ ທີ່ຜິດກົດໝາຍ. ທັງທ່ານນາງເພໂລຊີ
ແລະພວກພວກຜູ້ນຳເດໂມແຄຣັດຫຼາຍທ່ານຕ່າງກໍກ່າວວ່າ ກຳແພງເປັນສິ່ງທີ່ແພງ ແລະເປັນການແກ້ໄຂບັນຫາ ທີ່ບໍ່ມີປະສິດທິຜົນ ແລະ ເວົ້າວ່າ ເງິນກ້ອນທີ່ນ້ອຍກວ່າ ຈະນຳໄປໃຊ້ເພື່ອມາດຕະການແນວອື່ນ ສຳລັບ ປ້ອງກັນຄວາມປອດໄພຊາຍແດນ.

ການເລື່ອນເວລາການກ່າວຄຳປາໄສອອກໄປ ກາຍເວລາການປິດລັດຖະບານ ຈະ
ເປັນການປະຕິເສດລາຍການອັນສູງສົ່ງ ທີ່ມອງເຫັນໄດ້ຢ່າງຈະແຈ້ງ ທີ່ວ່າ ທ່ານທຣຳ ຈະໃຊ້ຄວາມກົດດັນໃສ່ພວກເດໂມແຄຣັດ ໃຫ້ກະທຳຕາມຄວາມປະ ສົງຂອງຕົນ.

ທ່ານທຣຳບໍ່ໄດ້ໃຫ້ຄວາມເຫັນໃດໆຕໍ່ປວງຊົນ ໃນວັນພຸດວານນີ້.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG