ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງເພໂລຊີ ໃຫ້ສັນຍານ ກ່ອນໜ້າ ການເລືອກຕັ້ງ ເສັ້ນຕາຍຂອງທຶນຊ່ອຍເຫຼືອບັນເທົາທຸກ ໄວຣັສໂຄໂຣນາ ຊຸດໃໝ່


ປະທານສະພາຕ່ຳ ສະຫະລັດ ທ່ານນາງ ແນນຊີ ເພໂລຊີ ສັງກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ, ພົບປະກັລບັນດານັກຂ່າວ ຢູ່ລັດຖະສະພາ Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ຕຸລາ 2020.
ປະທານສະພາຕ່ຳ ສະຫະລັດ ທ່ານນາງ ແນນຊີ ເພໂລຊີ ສັງກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ, ພົບປະກັລບັນດານັກຂ່າວ ຢູ່ລັດຖະສະພາ Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ຕຸລາ 2020.

ປະທານສະພາຕ່ຳສະຫະລັດ ທ່ານນາງແນນຊີ ເພໂລຊີ ໃນວັນອາທິດວານນີ້ ໄດ້ກ່າວວ່າ ຂໍ້ຕົກລົງກັບລັດຖະບານທ່ານທຣຳ ກ່ຽວກັບການຊ່ອຍເຫຼືອບັນເທົາທຸກໄວຣັສໂຄໂຣນາຊຸດໃໝ່ ຈະຕ້ອງໃຫ້ບັນລຸພາຍໃນ 48 ຊົ່ວໂມງຂ້າງໜ້ານີ້ ຫຼືມັນຈະບໍ່ຮັບຜ່ານໄດ້ ກ່ອນວັນເລືອກຕັ້ງປະທານາທິບໍດີແຫ່ງຊາດ ໃນວັນທີ 3 ພະຈິກ.

ທ່ານນາງເພໂລຊີ ໄດ້ພົວພັນເຈລະຈາ ກັບລັດຖະມົນຕີກະຊວງການເງິນທ່ານ ສຕີບເວັນ ມນູຈິນ ຜູ້ຕາງໜ້າປະທານາທິບໍດີ ດໍໂນລ ທຣຳ ມາໄດ້ສອງສາມອາທິດແລ້ວ ແຕ່ທັງສອງເຈົ້າໜ້າທີ່ດັ່ງກ່າວ ບໍ່ສາມາດທີ່ຈະບັນລຸຂໍ້ຕົກລົງໃດໆໄດ້ເລີຍ ເຖິງແມ່ວ່າ ໃນຂະນະທີ່ຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາ ແມ່ນກຳລັງສູງຂຶ້ນອີກເທື່ອນຶ່ງຢູ່ໃນສະຫະລັດກໍຕາມ ແລະການຟື້ນຟູເສດຖະກິດ ກໍຍັງຊັກຊ້າຢູ່.

ທ່ານນາງເພໂລຊີ ແລະທ່ານມະນູຈິນ ພວມເຈລະຈາ ເພື່ອໃຫ້ບັນລຸ ຊຸດຊ່ອຍເຫຼືອທີ່ອາດໃຊ້ທຶນລະຫວ່າງ 1 ພັນ 8 ຮ້ອຍຕື້ໂດລາແລະ 2 ພັນ 2 ຮ້ອຍຕື້ໂດລາ ແຕ່ກໍຍັງບໍ່ທັນໄດ້ຕົກລົງກັນ ໃນເງືອນໄຂທີ່ສະເພາະເຈາະຈົງຂອງແຜນຍຸດທະສາດແຫ່ງຊາດ ໃນການກວດຫາໄວຣັສ ລວມທັງເລື້ອງບັນຫາອື່ນໆນຳອີກ. ເຖິງແມ່ນວ່າ ພວກເພິ່ນໄດ້ບັນລຸຂໍ້ຕົກລົງກັນ ບັນດາສະມາຊິກສະພາສູງສັງກັດພັກຣີພັບບລີກັນບາງສ່ວນ ກ່າວວ່າ ພວກເພິ່ນຈະຄັດຄ້ານຕໍ່ການໃຊ້ຈ່າຍເຊັ່ນຈຳນວນເພີ້ມຕື່ມໃສ່ທຶນຊ່ອຍເຫຼືອບັນເທົາທຸກຍ້ອນໄວຣັສໂຄໂຣນາ ທີ່ໄດ້ຮັບຜ່ານໄປແລ້ວມູນຄ່າ 3 ພັນຕື້ໂດລາ ໃນບໍ່ເທົ່າໃດເດືອນຜ່ານມາ ໂດຍລັດ ຖະສະພາ.

ທ່ານນາງເພໂລຊີ ກ່າວຕໍ່ລາຍການ “This Week” ຂອງອົງການຂ່າວ ABC ວ່າ ບໍ່ວ່າທ່ານນາງບັນລຸຂໍ້ຕົກກັບທ່ານມະນູຈິນ ໃນວັນອັງຄານ ຫຼືບໍ່ນັ້ນ “ກໍຂຶ້ນຢູ່ກັບລັດຖະບານທ່ານທຣຳ” ແລະຄວາມໝາຍໝັ້ນ ທີ່ຕົນໃຫ້ມານັ້ນ.

ທ່ານນາງໄດ້ກ່າວຕື່ມວ່າ “ພວກເຮົາກ່າວຕໍ່ພວກເຂົາເຈົ້າວ່າ ໃຫ້ຕັດສິນໃຈກ່ຽວກັບບາງສິ່ງບາງຢ່າງເຫຼົ່ານີ້ສະ ໃນຮ່າງກົດໝາຍ. ພວກເຮົາຈະຮັບເອົາມັນ ຫຼືບໍ່ ແລະພາສານັ້ນ ຈະແມ່ນແນວໃດ.”

ສ່ວນທ່ານມະນູຈິນ ໄດ້ກ່າວເມື່ອອາທິດແລ້ວນີ້ ວ່າ ທ່ານຈະຮັບເອົາຂໍ້ຮຽກຮ້ອງຂອງທ່ານນາງເພໂລຊີ ສຳລັບແຜນຍຸດທະສາດ ການກວດຫາໄວຣັສແຫ່ງຊາດ ທີ່ເປັນເລື້ອງດັດແກ້ພຽງເລັກນ້ອຍ.

ແຕ່ທ່ານນາງເພໂລຊີ ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານນາງໄດ້ພິຈາລະນາ ການດັດແກ້ຂອງທ່ານມະນູຈິນນັ້ນ ເຫັນວ່າເປັນສິ່ງທີ່ສຳຄັນ ທີ່ລວມທັງການປ່ຽນ ຄຳວ່າ “ຈະ” ໃຫ້ເປັນ “ອາດຈະ”, “ຂໍ້ກໍານົດຕ່າງໆ” ເປັນ “ການແນະນຳຕ່າງໆ” ແລະ “ແຜນການ” ເປັນ “ຍຸດທະສາດ ບໍ່ແມ່ນແຜນຍຸດທະສາດ.”

ທ່ານນາງເພໂລຊີ ໄດ້ກ່າວວ່າ ການປ່ຽນຄຳເວົ້າດັ່ງກ່າວນັ້ນ ຈະເຮັດໃຫ້ທຳນຽບຂາວ ມີທາງເລືອກຫຼາຍເກີນໄປ ໃນການກຳກັບນຳການຊ່ອຍເຫຼືອບັນເທົາທຸກຍ້ອນໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG