ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ແນນຊີ ເພໂລຊີ ຖືກເລືອກ ເປັນປະທານສະພາຕໍ່າ ອີກນຶ່ງສະໄໝ


ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ສັງກັດພັກເດໂມແຄຣັດ ຈາກລັດ ຄາລິຟໍເນຍ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 30 ທັນວາ, 2020.
ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ສັງກັດພັກເດໂມແຄຣັດ ຈາກລັດ ຄາລິຟໍເນຍ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ, ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 30 ທັນວາ, 2020.

ສະມາຊິກສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ໄດ້ຖືກເລືອກເປັນປະທານສະພາຕໍ່າ ສະຫະລັດ ເປັນສະໄໝທີ 4 ຂອງທ່ານນາງໃນວັນອາທິດວານນີ້, ດ້ວຍຄະແນນສຽງສ່ວນຫຼາຍຂອງພັກເດໂມແຄຣັດທີ່ຕໍ່າກວ່າເກົ່າໃນສະພາ ແລະ ຈະປະເຊີນກັບສິ່ງທ້າທາຍຕ່າງໆໃນຂ້າງໜ້າ.

ທ່ານນາງ ເພໂລຊີ ໄດ້ກ່າວໃນວັນອາທິດວານນີ້ ຫຼັງຈາກການເລືອກຕັ້ງຂອງທ່ານນາງວ່າ “ໃນຖາ ນະເປັນປະທານສະພາຕໍ່າ, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ຈະເປັນປະທານຂອງຕຳແໜ່ງທີ່ສັກສິດນີ້, ໃນຂະນະທີ່ພວກເຮົາເຕົ້າໂຮມກັນຢູ່ກ້ອງຫຼັງຄາກົມຂອງວິຫານແຫ່ງປະຊາທິປະໄຕນີ້ ເພື່ອເລີ່ມກອງປະຊຸມສະໄໝທີ 117.”

ສະມາຊິກພັກເດໂມແຄຣັດຈາກລັດຄາລິຟໍເນຍທີ່ວ່ານັ້ນ, ຜູ້ທີ່ໄດ້ນຳພາພັກຂອງ ທ່ານນາງ ນັບຕັ້ງ ແຕ່ປີ 2003 ເປັນຕົ້ນມາ ແລະ ເປັນແມ່ຍິງພຽງຄົນດຽວທີ່ເປັນປະທານ, ແມ່ນໄດ້ຮັບຄະແນນສຽງ 216 ຄະແນນໃນຕອນບ່າຍວັນອາທິດວານນີ້. ສະມາຊິກສອງສາມຄົນແມ່ນບໍ່ສາມາດທີ່ຈະລົງຄະ ແນນສຽງໄດ້ ຍ້ອນເຂົາເຈົ້າຖືກກວດເປັນຜົນບວກສຳລັບໄວຣັສໂຄໂຣນາ ຫຼື ມີບັນຫາທາງດ້ານສຸຂະພາບອື່ນໆ.

ຫຼັງຈາກການສູນເສຍການແຂ່ງສະພາຕໍ່າຫຼາຍຄັ້ງ ໃນການເລືອກຕັ້ງເມື່ອເດືອນພະຈິກທີ່ຜ່ານມາ, ພັກເດໂມແຄຣັດຄວບຄຸມສຽງສ່ວນຫຼາຍທີ່ນ້ອຍລົງໃນສະພາຕໍ່າໃນກອງປະຊຸມໃໝ່ສະໄໝທີ 117, ດ້ວຍພັກເດໂມແຄຣັດກຳ 222 ຄະແນນ ຕໍ່ 211 ຄະແນນຂອງພັກຣີພັບບລີິກັນ.

ກ່ອນການສະບານຕົວຂອງທ່ານນາງ ເພໂລຊີ, ຜູ້ອະວຸໂສຂອງສະພາຕໍ່າ, ທ່ານ ດອນ ຢັງ ສັງກັດພັກຣີພັບບລີກັນ ຈາກລັດ ອາລາສກາ ໄດ້ຮຽກຮ້ອງໃຫ້ມີຄວາມສາມັກຄີກັນ.

ທ່ານໄດ້ກ່າວ, ດ້ວຍການໄດ້ຮັບການຢືນຕົບມືໃຫ້ຈາກສະມາຊິກສະພາຂອງທັງສອງຝ່າຍວ່າ “ຂ້າ ພະເຈົ້າຈະຊື່ສັດ, ຂ້າພະເຈົ້າບໍ່ມັກສິ່ງທີ່ຂ້າພະເຈົ້າເຫັນ. ມັນແມ່ນເວລາທີ່ພວກເຮົາຈະຈັບມືກັນ ແລະ ລົມນຳກັນ.”

ທ່ານໄດ້ກ່າວຕື່ມ ໂດຍເວົ້າເຖິງທ່ານນາງ ເພໂລຊີ ວ່າ “ເຈົ້າຈະເປັນປະທານຂອງສະພາຕໍ່າ.”

ທ່ານນາງ ເພໂລຊີ ໄດ້ຕ້ອນຮັບສະພາໃໝ່ເຂົ້າສູາກອງປະຊຸມໃນວັນອາທິດວານນີ້, ໂດຍກ່າວຢໍ້າເຖິງຄວາມສຳຄັນຂອງບົດບາດຂອງສະມາຊິກສະພາໃນຂະນະທີ່ປະເທດກຳລັງຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາ ແລະ ໄດ້ສົ່ງຜົນໃຫ້ເກີດວິກິດການດ້ານເສດຖະກິດ.

ທ່ານນາງໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາສາບານຕົວໃນມື້ນີ້, ພວກເຮົາຍອມຮັບຄວາມຮັບຜິດ ຊອບທີ່ເປັນຕາຢ້ານ ແລະ ມີຄວາມຮຽກຮ້ອງຕ້ອງການຫຼາຍຂອງພວກເຮົາ ດັ່ງທີ່ການນຳລຸ້ນກ່ອນໆໄດ້ປະເຊີນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG