ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ເພໂລຊີ ເວົ້າວ່າ ການເຈລະຈາກັບຄະນະຂອງທ່ານທຣໍາ ໃນການຊ່ວຍເຫລືອບັນເທົາທຸກ ຈາກໂຄວິດ-19 ຊຸດໃໝ່ 'ມີຄວາມຄືບໜ້າ'  


ທ່ານນາງ Nancy Pelosi ໄດ້ສະເໜີນິຕິກໍາສ້າງຕັ້ງຄະນະກໍາມະການດ້ານລັດຖະທໍາມະນູນສະບັບດັດແກ້ຄັ້ງທີ 25 ຢູ່ໃນກອງປະຊຸມຖະແຫລງຂ່າວໃນນະຄອນຫລວງວໍຊິງຕັນ, ວັນທີ 10 ຕຸລາ 2020
ທ່ານນາງ Nancy Pelosi ໄດ້ສະເໜີນິຕິກໍາສ້າງຕັ້ງຄະນະກໍາມະການດ້ານລັດຖະທໍາມະນູນສະບັບດັດແກ້ຄັ້ງທີ 25 ຢູ່ໃນກອງປະຊຸມຖະແຫລງຂ່າວໃນນະຄອນຫລວງວໍຊິງຕັນ, ວັນທີ 10 ຕຸລາ 2020

ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ (Nancy Pelosi) ກ່າວໃນວັນອັງຄານວານນີ້ວ່າ ທຳນຽບຂາວ ແລະສະມາຊິກສະພາຕໍ່າຈາກພັກເດໂມແຄຣັດທີ່ເປັນສຽງສ່ວນຫຼາຍນັ້ນ ແມ່ນ “ມີຄວາມຈິງຈັງ ໃນການຊອກຫາການປະນີປະ ນອມກັນ” ກ່ຽວກັບເງິນຊ່ວຍເຫຼືອໃນເລື້ອງໄວຣັສໂຄໂຣນາໃຫຍ່ຄັ້ງທີສອງ.

ທ່ານນາງເພໂລຊີ (Pelosi) ກ່າວວ່າ ທ່ານນາງແລະລັດຖະມົນຕີກະຊວງການເງິນ, ທ່ານ ສຕີບເວັນ ມນຸສຈິນ (Steven Mnuchin) ໄດ້ໂອ້ລົມກັນທາງໂທ ລະສັບໃນຕອນບ່າຍວັນອັງຄານວານນີ້, ແລະເວົ້າວ່າ ທ່ານນາງຫວັງວ່າ ພວກເຂົາເຈົ້າຈະສາມາດສືບຕໍ່ການເຈລະຈາກັນໃນວັນພຸດມື້ນີ້ ຫຼັງຈາກທ່ານໄດ້ກັບຄືນມາຈາກການເດີນທາງໄປຕ່າງປະເທດແລ້ວ.

“ການສົນທະນາກັນຂອງພວກເຮົາໄດ້ໃຫ້ຄວາມກະຈ່າງແຈ້ງ ແລະພື້ນຖານທີ່ມີຮ່ວມກັນຫຼາຍຂຶ້ນໃນຂະນະທີ່ພວກເຮົາກ້າວໄປໃກ້ຂໍ້ຕົກລົງຫລາຍຂຶ້ນ. ວັນເວລາທີ່ກຳນົດໄວ້ໃນມື້ນີ້ຊ່ວຍໃຫ້ພວກເຮົາເຫັນໄດ້ວ່າ ການຕັດສິນໃຈສາມາດບັນລຸໄດ້ ແລະສາມາດເວົ້າຈາກັນໄດ້,” ນັ້ນຄືຄໍາເວົ້າຂອງທ່ານນາງເພໂລຊີ (Pelosi) ທີ່ ກ່າວໃນຈົດໝາຍສະບັບນຶ່ງ ທີ່ສົ່ງເຖິງເພື່ອນຮ່ວມງານ ໃນພັກເດໂມແຄຣັດຂອງທ່ານນາງ.

ທັງສອງຝ່າຍ ຮຽກຮ້ອງໃຫ້ຫົວໜ້າຂອງຄະນະກຳມະການຕ່າງໆ ໃນລັດຖະສະ ພາ "ແກ້ໄຂຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບລະດັບເງິນທຶນແລະຖ້ອຍຄໍາເວົ້າ".

ຜູ້ນຳສຽງສ່ວນໃຫຍ່ຂອງສະພາສູງ, ທ່ານ ມິດຈ໌ ແມັກຄອລແນລ (Mitch McConnell) ໄດ້ໃຫ້ຄຳໝັ້ນສັນຍາໃນວັນອັງຄານວານນີ້ທີ່ຈະນຳເອົານິຕິກຳໃດໆ ທີ່ໄດ້ຮັບການຮັບຮອງຈາກທ່ານທຣໍາທີ່ມີຜົນເນື່ອງມາຈາກຂໍ້ຕົກລົງດັ່ງ ກ່າວມາສະພາສູງ ເພື່ອທໍາການລົງຄະແນນສຽງ.

ທ່ານແມັກຄອນແນລ (McConnell) ກ່າວຕໍ່ບັນດານັກຂ່າວວ່າ "ຖ້າຂໍ້ຕົກລົງດັ່ງກ່າວໄດ້ຖືຮັບຮອງໃນສະພາຕໍ່າແລ້ວ, ແນ່ນອນ, ໂດຍທີ່ມີລາຍເຊັນ ຫຼືຄຳ ໝັ້ນສັນຍາຂອງທ່ານປະທານາທິບໍດີແລ້ວ, ພວກເຮົາກໍຈະເອົາມາທໍາການລົງຄະແນນສຽງຢູ່ໃນສະພາສູງໂລດ."

ຖ້າການເຈລະຈາລະຫວ່າງທຳນຽບຂາວແລະສະມາຊິກສະພາຕໍ່າຈາກພັກເດໂມແຄຣັດ ທີ່ເປັນສຽງສ່ວນຫລາຍນັ້ນລົ້ມແຫລວ, ໂອກາດຕໍ່ໄປທີ່ຈະມີການເຈລະ ຈາກັນອີກ ກ່ຽວກັບການຊ່ວຍເຫຼືອ ແມ່ນຈະມີຂື້ນ ໃນກອງປະຊຸມລັດຖະສະພາຂອງພວກສະມາຊິກສະພາ ທີ່ໝົດອໍານາດໄປແລ້ວ ໃນເດືອນພະຈິກແລະເດືອນທັນວາ.

ທ່ານແມັກຄອນແນລ (McConnell) ກ່າວໃນວັນອັງຄານວານນີ້ ກ່ຽວກັບວັນເວລາຂອງການເຈລະຈາວ່າ “ທ່ານນາງ ແນນຊີ ເພໂລຊີ (Nancy Pelosi) ບໍ່ຈິງຈັງ.” ທ່ານກ່າວຕໍ່ໄປວ່າ “ນັ້ນແມ່ນເປັນຍ້ອນວ່າທ່ານນາງບໍ່ຕ້ອງການໃຫ້ສິ່ງໃດໆທັງໝົດຖືກຮັບຮອງໂດຍສະພາ, ທ່ານນາງ ແລະທ່ານຈຊັກ ຊຸມເມີ (Chuck Schumer) (ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ) ໄດ້ທໍາການຕັດສິນໃຈແບບມີການຄິດໄລ່. ມັນແມ່ນການຕັດສິນໃຈໃນທາງການເມືອງວ່າ ຈະບໍ່ໃຫ້ມີຫຍັງຖືກຮັບຮອງໂດຍສະພາໄດ້ ຈົນກວ່າມື້ເລືອກຕັ້ງໄດ້ຜ່ານໄປແລ້ວ ເພາະເຂົາເຈົ້າເຊື່ອວ່າ ເຂົາເຈົ້າມີໂອກາດຫລາຍຂຶ້ນທີ່ຈະໄດ້ຮັບຜົນສຳເລັດໃນວັນເລືອກຕັ້ງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG