ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ເພໂລຊີ ເອີ້ນສະມາຊິກສະພາ ກັບຄືນມາເຂົ້າກອງປະຊຸມ,​ ພັກເດໂມແຄຣັດ ຂໍຄຳຕອບ ຈາກຫົວໜ້າ ອົງການໄປສະນີ


ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ຈາກລັດຄາລິຟໍເນຍ, ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ, ຫໍລັດຖະສະພາແຄັບປິຕອບ ຮິລ. 13 ສິງຫາ, 2020.
ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ຈາກລັດຄາລິຟໍເນຍ, ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ, ຫໍລັດຖະສະພາແຄັບປິຕອບ ຮິລ. 13 ສິງຫາ, 2020.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ໄດ້ເອີ້ນບັນດາສະມາຊິກສະພາ ໃຫ້ກັບຄືນມາເຂົ້າກອງປະຊຸມ ຈາກການພັກຜ່ອນລະດູຮ້ອນ ເພື່ອລົງຄະແນນສຽງ ກ່ຽວກັບ ການໃຫ້ທຶນຊ່ວຍເຫຼືອສຳລັບອົງການໄປສະນີ ສະຫະລັດ ໃນຂະ ນະທີ່ຜູ້ບໍລິຫານໃຫຍ່ຂອງອົງການໄປສະນີໄດ້ສະເໜີມາດຕະການຕັດລາຄາລົງ.

ພັກເດໂມແຄຣັດຢ້ານວ່າ ການຕັດໃນການບໍລິການດັ່ງກ່າວ ແມ່ນເພັ່ງເລັງໃສ່ການເລື່ອນເວລານຳສົ່ງບັດຄະແນນສຽງທາງໄປສະນີ ຂອງການເລືອກຕັ້ງປະທາ ນາທິບໍດີໃນວັນທີ 3 ພະຈິກນີ້.

ສະພາຕໍ່າຈະພິຈາລະນາກົດໝາຍນິຕິບັນຍັດ ເພື່ອຮັກສາອົງການໄປສະນີ ບໍ່ໃຫ້ ປະຕິບັດ ສິ່ງທີ່ທ່ານນາງ ເພໂລຊີ ເອີ້ນວ່າການປ່ຽນແປງຕໍ່ “ການປະຕິບັດງານ ຫຼື ລະດັບຂອງການບໍລິການ” ທີ່ເຂົາເຈົ້າມີ ໃນຕອນເລີ່ມຕົ້ນຂອງປີ 2020.

ທ່ານ ເພໂລຊີ ໄດ້ກ່າວວ່າ “ການບໍລິການໄປສະນີແມ່ນເສົາຫຼັກຂອງປະຊາທິປະໄຕຂອງພວກເຮົາ, ຖືກປົກປ້ອງເປັນພິເສດໃນລັດຖະທຳມະນູນ ແລະ ມີ ຄວາມຈຳເປັນສຳລັບການສະໜອງການບໍລິການທີ່ສຳຄັນຄື: ການນຳສົ່ງຢາຕາມ ແພດໝໍສັ່ງ, ເຊັກເງິນປະກັນສັງຄົມ, ໃບເຊັກເງິນເດືອນ, ເງິນເສຍພາສີ ແລະ ບັດຄະແນນສຽງຂອງປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນທີ່ບໍ່ສາມາດໄປສະ ຖານທີ່ເລືອກຕັ້ງ, ລວມທັງໃນຊຸມຊົນທີ່ຢູ່ຫ່າງໄກສອກຫຼີກທີ່ສຸດຂອງພວກເຮົາ.”

ຜູ້ນຳສະພາສູງພັກເດໂມແຄຣັດ ທ່ານ ຈັກ ຊູເມີ ໄດ້ຮຽກຮ້ອງຜູ້ນຳສຽງສ່ວນຫຼາຍພັກຣີພັບບລີກັນ ທ່ານ ມິຈ ແມັກຄອນແນລ ໃຫ້ເອີ້ນສະພາສູງກັບຄືນມາ ເພື່ອດຳເນີນການຢ່າງວ່ອງໄວ ກ່ຽວກັບ ສິ່ງທີ່ທ່ານເວົ້າວ່າແມ່ນ “ຄວາມເສຍຫາຍຢ່າງກວ້າງຂວາງ” ທີ່ຜູ້ບໍລິຫານໃຫຍ່ອົງການໄປສະນີທ່ານ ລູອິສ ເດຮອຍ ໄດ້ເຮັດ, ສະນັ້ນ “ປະຊາຊົນຈຶ່ງສາມາດໄດ້ຮັບເຊັກເງິນເດືອນ, ຢາ ແລະ ສິ່ງ ຂອງຈຳເປັນອື່ນໆຂອງເຂົາເຈົ້າ ຖືກສົ່ງທັນເວລາ, ແລະ ເພື່ອຮັບປະກັນວ່າ ການເລືອກຕັ້ງຂອງພວກເຮົາຈະເສລີ ແລະ ຍຸຕິທຳຢູ່ຄືເກົ່າ.”

ທ່ານນາງ ເພໂລຊີ ແລະ ທ່ານ ຊູເມີ ໄດ້ຮຽກຮ້ອງທ່ານ ເດຮອຍ ແລະ ປະທານອົງການໄປສະນີ ສະຫະລັດ ທ່ານ ໂຣເບີດ ດັນແຄນ ໄປໃຫ້ປາກຄຳຕໍ່ຄະນະກຳມະການຄວບຄຸມ ແລະ ປະຕິຮູບສະພາຕໍ່າໃນອາທິດໜ້າ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຫາ ໂດຍບໍ່ມີຫຼັກຖານວ່າ ການລົງຄະແນນສຽງທາງໄປສະນີຈະນຳໄປສູ່ການສໍ້ໂກງການເລືອກຕັ້ງ. ທ່ານໄດ້ຍອມຮັບໃນອາທິດທີ່ຜ່ານມາວ່າ ທ່ານຈະເລື່ອນເວລາໃນການອອກເງິນທຶນສຸກເສີນ 25 ຕື້ໂດລາສຳລັບອົງການໄປສະນີ ເພື່ອເຮັດໃຫ້ການລົງຄະ ແນນສຽງທາງໄປສະນີຍາກຂຶ້ນກວ່າເກົ່າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG