ຄະນະຜູ້ແທນສະພາຕ່ຳສະຫະລັດນຳໂດຍປະທານສະພາຕ່ຳ, ທ່ານນາງແນນຊີ ເພໂລຊີ ໄດ້ໄປຮອດເກາະໄຕ້ຫວັນໃນຕອນກາງຄືນວັນອັງຄານວານນີ້ ເຖິງແມ່ນວ່າຈະມີຄຳເຕືອນຈາກຈີນທີ່ຂູ່ວ່າຈະທຳການຕອບໂຕ້ທາງທະຫານຕໍ່ການຢ້ຽມຢາມດັ່ງກ່າວກໍຕາມ.
ຄະນະຜູ້ແທນຂອງທ່ານນາງເພໂລຊີ ໄດ້ໄປຮອດສະໜາມບິນໄທເປ ຊົງຊານ (Taipei Songshan) ກ່ອນ 11 ໂມງກາງຄືນຕາມເວລາໃນທ້ອງຖິ່ນ. ຄະນະຜູ້ແທນໄດ້ຖືກຕ້ອນຮັບໂດຍບັນດາເຈົ້າໜ້າທີ່ໄຕ້ຫວັນ.
ທ່ານນາງເພໂລຊີ ກ່າວຢູ່ໃນຖະແຫຼງການສະບັບນຶ່ງທີ່ເຜີຍແຜ່ອອກມາຫລັງຈາກທ່ານນາງໄປເຖິງວ່າ “ການຢ້ຽມຢາມໄຕ້ຫວັນຂອງຄະນະຜູ້ແທນລັດຖະສະພາ ຂອງພວກເຮົາແມ່ນເຮັດຕາມຄຳໝັ້ນສັນຍາອັນບໍ່ຫວັ່ນໄຫວຂອງອາເມຣິກາ ໃນການສະໜັບສະໜູນປະຊາທິປະໄຕທີ່ຮຸ່ງເຮືອງຂອງໄຕ້ຫວັນ,”
ທ່ານນາງກ່າວຕື່ມວ່າ “ການຢ້ຽມຢາມຂອງພວກເຮົາແມ່ນນຶ່ງໃນບັນດາຄະນະຜູ້ແທນສະພາສະຫະ ຫຼາຍໆຄະນະທີ່ໄປຍັງໄຕ້ຫວັນ ແລະມັນບໍ່ທາງທີ່ຈະຂັດກັບນະໂຍບາຍຂອງສະຫະລັດທີ່ມີມາແຕ່ດົນນານ.”
ຄາດວ່າທ່ານນາງເພໂລຊີ ຈະພົບປະກັບປະທານາທິບໍດີໄຕ້ຫວັນ, ທ່ານນາງ ໄຊ ອິ້ງເຫວິນ (Tsai Ing-wen) ໃນວັນພຸດມື້ນີ້ ແລະບັນດາສະມາຊິກສະພາຂັ້ນສູງຄົນອື່ນໆ, ອີງຕາມການລາຍງານຂອງສື່ມວນຊົນທ້ອງຖິ່ນ.
ເປັນເວລາຫຼາຍອາທິດມາແລ້ວ, ບົດລາຍງານຂອງສື່ມວນຊົນໄດ້ຄາດຄະເນ ກ່ຽວກັບວ່າທ່ານນາງເພໂລຊີ, ຜູ້ຕຳໜິຈີນທີ່ມີຊື່ສຽງຈະເດີນຫນ້າກັບການ ໄປຢຸດແຫວ່ທີ່ໄຕ້ຫວັນ ໂດຍເປັນສ່ວນນຶ່ງຂອງການເດີນທາງໄປຂົງເຂດເອເຊຍຊີທີ່ກວ້າງກວ່ານັ້ນ.
ຈີນໄດ້ກ່າວເຕືອນວ່າ ການຢ້ຽມຢາມຄັ້ງນີ້ ຈະເປັນການລະເມີດທີ່ບໍ່ສາມາດຮັບເອົາໄດ້ຕໍ່ອັນທີ່ຕົນເຫັນວ່າ ເປັນຜືນແຜ່ນດິນອະທິປະໄຕຂອງຕົນ ຕໍ່ເກາະທີ່ປົກຄອງຕົນເອງແຫ່ງນັ້ນ.
ໃນວັນອັງຄານວານນີ້, ທ່ານນາງຮົວ ຈູນຢິງ (Chunying) ໂຄສົກກະຊວງການຕ່າງປະເທດຈີນ ໄດ້ເອີ້ນການຢ້ຽມຢາມທີ່ໄດ້ສະເໜີໄປນັ້ນວ່າ “ໂງ່, ອັນຕະລາຍ, ແລະເປັນການຫຼິ້ນເກມທີ່ບໍ່ຈຳເປັນ.”
ທ່ານນາງຮົວ ກ່າວຢູ່ໃນກອງປະຊຸມລາຍງານຫຍໍ້ທີ່ຈັດເປັນປະຈຳວ່າ "ມັນເປັນ ການຍາກທີ່ຈະວາດພາບໄດ້ວ່າ ຍັງມີການເຄື່ອນໄຫວອັນໃດອີກ ທີ່ບໍ່ໄຕ່ຕອງ ແລະເກາະຜິດໄປຫລາຍກວ່ານີ້."ເຖິງແມ່ນວ່າຄະນະຜູ້ແທນລັດສະພາຂອງສະຫະລັດໄປຢ້ຽມຢາມໄຕ້ຫວັນເປັນປະຈຳກໍ່ຕາມ, ແຕ່ຈີນກໍໄດ້ເຕືອນວ່າຈະມີການຕອບໂຕ້ “ຢ່າງຮຸນແຮງ” ຊຶ່ງເຮັດໃຫ້ມີຄວາມຢ້ານກົວວ່າຈະມີວິກິດການອັນໃຫຍ່ຫລວງເກີດຂຶ້ນຢູ່ຊ່ອງແຄບໄຕ້ຫວັນ.
ໃນຕອນເຊົ້າວັນອັງຄານວານນີ້, ເຮືອບິນລົບແລະກຳປັ່ນລົບຂອງຈີນຫຼາຍລຳໄດ້ເຂົ້າໃກ້ກັບສາຍແບ່ງກາງໃນຊ່ອງແຄບໄຕ້ຫວັນ, ອີງຕາມແຫຼ່ງຂ່າວທີ່ບໍ່ປະສົງອອກນາມ ທີ່ອົງການຂ່າວຣອຍເຕີສ໌ (Reuters) ໄດ້ອ້າງເຖິງ.
ແຫຼ່ງຂ່າວນັ້ນກ່າວວ່າ ເຮືອບິນຂອງຈີນໄດ້ດຳເນີນການເຄື່ອນໄຫວທາງກົນລະຍຸດທີ່ "ເປັນການຍຸຍົງຫຼາຍ" ໂດຍໄດ້ "ສຳຜັດ" ເສັ້ນແບ່ງກາງທີ່ບໍ່ເປັນທາງການເປັນເວລາອັນສັ້ນໆ ແລະໄດ້ບິນກັບຄືນໄປອີກຟາກຂອງຊ່ອງແຄບ. ໄຕ້ຫວັນໄດ້ສົ່ງເຮືອບິນຂຶ້ນໄປເພື່ອຕິດຕາມສະຖານະການ, ອີງຕາມອົງການຂ່າວຣອຍເຕີສ໌ (Reuters).