ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະ​ທານ​ສະ​ພາ​ຕ່ຳ ປະ​ກາດ​ ການ​ຟ້ອງ​ຮ້ອງ​ ຕໍ່​ທ່ານ ທ​ຣຳ ຢ່າງ​ເປັນ​ທາງ​ການ


ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ຍ່າງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມພ້ອມ​ກັບ​ພັກ​ການ​ເມືອງ​ຂອງ​ເພິ່ນ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 24 ກັນ​ຍາ, 2019.
ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ຍ່າງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມພ້ອມ​ກັບ​ພັກ​ການ​ເມືອງ​ຂອງ​ເພິ່ນ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 24 ກັນ​ຍາ, 2019.

ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນ​ນ​ຊີ ເພ​ໂລ​ຊີ ໄດ້​ປະ​ກາດ​ການ​ຟ້ອງ​ຟ້ອງ​ຢ່າງ​ເປັນ​ທາງ​
ການຕໍ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ການກ່າວຫາວ່າ ທ່ານໄດ້
ພະຍາຍາມຂໍໃຫ້ລັດຖະບານຕ່າງປະເທດຊ່ອຍທ່ານ ໃນການເລືອກຕັ້ງເພື່ອດຳລົງຕຳ
ແໜ່ງຄືນໃນປີ 2020.

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ວ່າ “ການ​ກະ​ທຳທີ່​ໄດ້​ເກີດ​ຂຶ້ນ​ໃນ​ປັດ​ຈຸ​ບັນ​ນີ້​ໂດຍ​ທ່ານ​ປະ​
ທານາທິບໍດີ ໄດ້ລະເມີດລັດຖະທຳມະນຸດຢ່າງຮ້າຍແຮງ. ທ່ານປະທານາທິບໍດີຕ້ອງເປັນ
ຜູ້ຮັບຜິດຊອບ. ບໍ່ມີໃຜຢູ່ເໜືອກົດໝາຍ.”

ທ່ານ​ນາງ ເພ​ໂລ​ຊີ ໄດ້​ທຳ​ການ​ປະ​ກາດ​ຂອງ​ເພິ່ນ ຫຼັງ​ຈ​າກ​ໄດ້​ລວມ​ກັນ​ກັບ​ບັນ​ດາ​ຜູ້​ນຳ
ສະພາຕ່ຳພັກເດໂມແຄຣັດຢູ່ຫໍລັດຖະສະພາ ແຄັບປິຕອລ, ໃນຂະນະທີ່ບັນດາສະມາຊິກ
ສະພາສັງກັດພັກເດໂມແຄຣັດຫຼາຍຄົນ ຜູ້ທີ່ສະໜັບສະໜູນຂະບວນການຟ້ອງຮ້ອງນັ້ນ
ແມ່ນໄດ້ເພີ່ມຂຶ້ນໃນຕະຫຼອດວັນອັງຄານວານນີ້.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ທອມ ມາ​ລິ​ໂນ​ສ​ກີ ໄດ້​ກ່າວ​ຕໍ່​ບັນ​ດາ​
ນັກຂ່າວວ່າ “ມັນໄດ້ມີການກະທຳທີ່ຊົ່ວຮ້າຍຫຼາຍຢ່າງ. ແຕ່ມັນບໍ່ມີຫຍັງທີ່ປຽບທຽບກັບ
ເລື່ອງນີ້ໄດ້. ນີ້ແມ່ນສິ່ງທີ່ທ່ານປະທານາທິບໍດີໄດ້ເວົ້າ, “ແມ່ນແລ້ວ, ຂ້າພະເຈົ້າໄດ້ສົມຮູ້
ຮ່ວມຄິດ. ເຈົ້າຊິເຮັດຫຍັງກັບມັນ?”

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ຫາ​ທ່ານ ທ​ຣຳ ວ່າ​ທໍ​ລະ​ຍົດ​ຕໍ່​ຄຳ​ສາ​ບານ​ເຂົ້າ​ຮັບ​ຕຳ​ແໜ່ງ​
ຂອງທ່ານ, ຄວາມປອດໄພແຫ່ງຊາດ ສະຫະລັດ ແລະ ຄວາມປອດໄພຂອງການເລືອກ
ຕັ້ງ ສະຫະລັດ.

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ວ່າ “ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ ພວກ​ເຮົາ​ໄດ້​ສືບ​ສວນ​ສອບ​
ສວນໃນຄະນະກຳມະການຂອງພວກເຮົາ ແລະ ຟ້ອງຮ້ອງໃນສານ ສະນັ້ນສະພາຕ່ຳຈຶ່ງ
ສາມາດລວບລວມຂໍ້ມູນທີ່ສຳຄັນ ແລະ ພິຈາລະນາວ່າຈະໃຊ້ອຳນາດຢ່າງເຕັມທີ່ຕາມ
ມາດຕາທີ 1 ບໍ່, ລວມທັງອຳນາດຕາມລັດຖະທຳມະນູນ ກ່ຽວກັບ ມາດຕະການຟ້ອງຮ້ອງ
ທີ່ຮ້າຍແຮງທີ່ສຸດ ແລະ ໄດ້ຮັບການອະນຸມັດ.

ໃນ​ຄຳ​ປາ​ໄສ​ຂອງເພິ່ນ​ນັ້ນ, ທ່ານ​ນາງ​ໄດ້​ອ້າງ​ເຖິງ​ຄຳ​ອະ​ທິ​ບາຍ​ຂອງ​ທ່ານ​ ເບັນ​ຈາ​ມິນ
ແຟຣັງຄລິນ ຜູ້ຂຽນລັດຖະທຳມູນຂອງລັດຖະບານໃໝ່ ສະຫະລັດ ວ່າ “ສາທາລະນະລັດ,
ຖ້າເຈົ້າສາມາດຮັກສາໄວ້ໄດ້. ຄວາມຮັບຜິດຊອບຂອງພວກເຮົາແມ່ນເພື່ອຮັກສາມັນໄວ້.”

​ຢູ່​ນະ​ຄອນ ນິວຢອກ, ໃນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​
ຊາດ ນັ້ນ, ທ່ານປະທານາທິບໍດີ ໄດ້ກັບຄືນໄປຕຶກຊີ້ຟ້າ ທຣຳ ເພື່ອ “ໃຊ້ເວລາສ່ວນຕົວ”
ເບິ່ງການປະກາດຂອງປະທານສະພາຕ່ຳ.

ພາຍ​ໃນ​ການ​ປາ​ກົດ​ຕົວ​ພຽງ​ບໍ່​ເທົ່າ​ໃດ​ນາ​ທີ​ຂອງ​ທ່ານ​ນາງ ເພ​ໂລ​ຊີ ນັ້ນ, ທ່ານ ທ​ຣຳ ໄດ້​
ຕອບໂຕ້ດ້ວຍຂໍ້ຄວາມໃນທວິດເຕີຫຼາຍອັນ. ມີຂໍ້ຄວາມນຶ່ງທ່ານໄດ້ກ່າວວ່າ “ຮາວີລົບ
ກວນປະທານາທິບໍດີ.” ທ່ານໄດ້ກ່າວໃນອີກຂໍ້ຄວາມນຶ່ງວ່າ “ໃນວັນທີ່ສຳຄັນຢູ່ອົງການ
ສະຫະປະຊາຊາດນີ້, ມັນໄດ້ມີການເຮັດວຽກຫຼາຍຢ່າງ ແລະ ມີຄວາມສຳເລັດຢ່າງຫຼວງ
ຫຼາຍ, ແລະ ພັກເດໂມແຄຣັດ ກໍໄດ້ທຳລາຍມັນຢ່າງຕັ້ງໃຈ ແລະ ສ້າງຄວາມອັບອາຍ
ຂາຍໜ້າໃຫ້ມັນດ້ວຍການອອກຂ່າວດ່ວນ ຊອກຫາຈັບຜິດທີ່ບໍ່ມີສາລະນັ້ນ. ມັນບໍ່ດີ
ຫຼາຍສຳລັບປະເທດຂອງພວກເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG