ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ລອນດອນ ປະຕິເສດວ່າ ລັດທິກໍ່ການຮ້າຍບໍ່ມີສ່ວນ ໃນເຫດການ ລົດຕຳຄົນ


ຕຳຫຼວດ ແລະ ໜ່ວຍບໍລິການເຫດສຸກເສີນຂອງ ອັງກິດ ຢູ່ສະຖານທີ່ເກີດເຫດລົດຕຳຄົນໃນໃຈກາງນະຄອນຫຼວງ ລອນດອນ. 7 ຕຸລາ, 2017.
ຕຳຫຼວດ ແລະ ໜ່ວຍບໍລິການເຫດສຸກເສີນຂອງ ອັງກິດ ຢູ່ສະຖານທີ່ເກີດເຫດລົດຕຳຄົນໃນໃຈກາງນະຄອນຫຼວງ ລອນດອນ. 7 ຕຸລາ, 2017.

ຕຳຫຼວດນະຄອນຫຼວງ ລອນດອນ ໄດ້ປະຕິເສດບໍ່ຖືວ່າລັດທິກໍ່ການຮ້າຍເປັນເຫດຈູງ
ໃຈຢູ່ເບື້ອງຫຼັງເຫດການລົດຕຳກັນໃນວັນເສົາວານນີ້ ເຊິ່ງໄດ້ເຮັດໃຫ້ຜູ້ຍ່າງຢູ່ຕາມທາງ
ໃກ້ກັບຫໍພິພິຕະພັນປະຫວັດສາດທຳມະຊາດຂອງຕົວເມືອງດັ່ງກ່າວໄດ້ຮັບບາດເຈັບ
ຫຼາຍຄົນ.

ຕຳຫຼວດໄດ້ກ່າວວ່າ ກ່ອນໜ້ານັ້ນເຂົາເຈົ້າໄດ້ລໍຖ້າຟັງຄຳເຫັນ ກ່ຽວກັບ ເຫດການດັ່ງ
ກ່າວ ຫຼັງຈາກທຳອິດໄດ້ເວົ້າວ່າ ອຸບັດຕິເຫດນັ້ນ ບໍ່ໄດ້ຖືວ່າແມ່ນການກະທຳຂອງລັດທິ
ກໍ່ການຮ້າຍ.

ຖະແຫຼງການຂອງຕຳຫຼວດຄົນນຶ່ງໄດ້ກ່າວວ່າ “ເຫດການດັ່ງກ່າວແມ່ນເຫດການໆສັນ
ຈອນຕາມທ້ອງຖະໜົນ ແລະ ບໍ່ແມ່ນເຫດການທີ່ກ່ຽວ ຂ້ອງກັບການກໍ່ການຮ້າຍ.”

ຜູ້ຊາຍຄົນນຶ່ງໄດ້ຖືກກັກຕົວໄວ້ ຫຼັງຈາກສື່ມວນຊົນ ອັງກິດ ໄດ້ລາຍງານວ່າລົດຄັນນຶ່ງ
ໄດ້ຂັບຫັນເຂົ້າໃສ່ທາງຍ່າງຢູ່ນອກຫໍພິພິຕະພັນ, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ
ຄວາມນິຍົມໃນຂົງເຂດ Kensington ໃຕ້ຂອງ ລອນດອນ ຕາເວັນອອກ. ລາວບໍ່ໄດ້
ຖືກຕັ້ງຂໍ້ຫາໃສ່.

ປະຊາຊົນ 11 ຄົນໄດ້ຮັບບາດເຈັບ, ເຊິ່ງ 9 ຄົນໃນນັ້ນໄດ້ຖືກນຳເຂົ້າໂຮງໝໍ, ອີງຕາມ
ໜ່ວຍບໍລິການລົດສຸກເສີນຂອງນະຄອນຫຼວງ ລອນດອນ.

ອັງກິດ ໄດ້ປະກາດແຈ້ງເຕືອນດ້ານຄວາມປອດໄພລະດັບສູງສຸດເປັນຄັ້ງທີສອງຂອງ
ເຂົາເຈົ້າ ຫຼັງຈາກການໂຈມຕີຮ້າຍແຮງຫ້າຄັ້ງໃນປີນີ້, ເຊິ່ງສາມຄັ້ງປະກອບມີລົດ,
ລວມທັງການໂຈມຕີຂັບລົດຢຽບຄົນຍ່າງຢູ່ຂົວ Westminster ແລະ ຂົວ ລອນດອນ
ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG