ໃນວັນອັງຄານມື້ນີ້ ໃນທົ່ວສະຫະລັດຈະມີການຈັດພິທີລະລຶກເຖິງວັນຄົບຮອບ 69 ປີແຫ່ງ
ການໂຈມຕີຂອງຍີ່ປຸ່ນຕໍ່ຖານທັບເຮືອຂອງສະຫະລັດທີ່ PearlHarbor ທີ່ລັດຮາວາຍ.
ໃນວັນທີ 7 ທັນວາ ປີ 1941 ເຮືອບິນຍີ່ປຸ່ນໄດ້ທໍາການໂຈມຕີຖານທັບດັ່ງກ່າວ ໃນເວລາກ່ອນ 8:00 ໂມງເຊົ້ານ້ອຍດຽວ ຕາມເວລາໃນລັດຮາວາຍ ຊຶ່ງການໂຈມຕີຄັ້ງນັ້ນໄດ້ເອົາຊີວິດຊາວອະເມຣິກັນຈໍານວນຫລາຍກວ່າ 2400 ຄົນ ແລະເຮັດໃຫ້ກໍາປັ່ນລົບຈົມນໍ້າໄປ 5
ລໍາແລະໄດ້ດຶງເອົາສະຫະລັດເຂົ້າພົວພັນໃນສົງຄາມໂລກຄັ້ງທີສອງ.
ພະແນກບໍລິການສວນສາທາລະນະແຫ່ງຊາດ ຫລື National Park Serviceທີ່ກຸງວໍຊິງຕັນຈະຈັດພິທີວາງພວງມາລາຂຶ້ນໃນວັນອັງຄານມື້ນີ້ ທີ່ອະນຸສາວະລີສົງຄາມໂລກຄັ້ງທີສອງ ທີ່ສະໜາມຫລວງແຫ່ງຊາດ. ພິທີດັ່ງກ່າວກໍານົດຈະມີຂຶ້ນໃນເວລາດຽວກັນ ກັບການໂຈມຕີທີ່ Pearl Harbor ນັ້ນ.
ໃນຖານະເປັນພາກສ່ວນນຶ່ງຂອງວັນຄົບຮອບປີແຫ່ງການໂຈມຕີ Pearl Harbor ໃນລັດຮາວາຍ ສູນຕ້ອນຮັບແຂກແຫ່ງໃໝ່ກໍກໍານົດຈະໄຂຂຶ້ນຢູ່ໃນບໍລິເວນທີ່ຖືກ ໂຈມຕີ ຢູ່ໃກ້ໆກັບບ່ອນທີ່ກໍາປັ່ນລົບ USS Arizona ຈົມລົງນັ້ນ.
ທະຫານເຮືອຫລາຍກວ່າ 1100 ຄົນເສຍຊີວິດຢູ່ໃນກໍາປັ່ນລໍາດັ່ງກ່າວ ທີ່ຍັງຈົມຢູ່ໃນທ້ອງທະເລທີ່ອ່າວ Pearl Harbor ນັ້ນ.