ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ລະລຶກເຖິງ ວັນຄົບຮອບ ການໂຈມຕີ Pearl Harbor


ພົນທະຫານມາຣີນ Andrew Cardwell (ຊ້າຍ) ຈາກເມືອງ Cincinnati ລັດ Ohio ແລະ Sarah Robbins ຈາກນະຄອນ Denver ລັດ Colorado ພວມວາງພວງມາລາ ທີ່ສຸສານ ໄວ້ອາໄລແຫ່ງຊາດ ໃນເຂດປາຊີຟິກ ນະຄອນໂຮໂນລູລູ ລັດຮາວາຍ (6 ທັນວາ 2012)
ພົນທະຫານມາຣີນ Andrew Cardwell (ຊ້າຍ) ຈາກເມືອງ Cincinnati ລັດ Ohio ແລະ Sarah Robbins ຈາກນະຄອນ Denver ລັດ Colorado ພວມວາງພວງມາລາ ທີ່ສຸສານ ໄວ້ອາໄລແຫ່ງຊາດ ໃນເຂດປາຊີຟິກ ນະຄອນໂຮໂນລູລູ ລັດຮາວາຍ (6 ທັນວາ 2012)
ໃນວັນສຸກມື້ນີ້ຈະມີການຈັດພິທີໃນທົ່ວປະເທດສະຫະລັດເພື່ອລະ
ລຶກເຖິງວັນຄົບຮອບ 71 ປີ ໃນການໂຈມຕີ ຂອງຍີ່ປຸ່ນ ຕໍ່ຖານທັບ
ເຮືອສະຫະລັດ ທີ່ອ່າວ Pearl Harbor ຢູ່ທີ່ລັດຮາວາຍ.

ໃນວັນທີ 7 ທັນວາປີ 1941 ເຮືອບິນຍີ່ປຸ່ນໄດ້ທຳການໂຈມຕີຖານ
ທັບເຮືອດັ່ງກ່າວຂອງສະຫະລັດ ໃນເວລາກ່ອນ 8 ໂມງເຊົ້າໜ້ອຍ
ນຶ່ງຕາມເວລາທ້ອງຖິ່ນໃນລັດຮາວາຍ. ການໂຈມຕີທີ່ວ່ານີ້ ໄດ້ສັງ ຫານທະຫານອາເມຣິກັນ 2,400 ກວ່າຄົນ ເຮັດໃຫ້ກຳປັ່ນລົບສະ
ຫະລັດຫຼົ້ມ ລົງພື້ນທະເລ 5 ລຳ ແລະແກ່ດຶງສະຫະລັດ ເຂົ້າສູ່ສົງ
ຄາມໂລກຄັ້ງທີສອງ.

ທີ່ກຸງວໍຊິງຕັນ ອົງການຮັກສາສວນສາທາລະນະແຫ່ງຊາດໄດ້ໄວ້ ອາໄລໃຫ້ແກ່ພວກນັກລົບເກົ່າສະຫະລັດ ດ້ວຍພິທີ ທີ່ຈັດຂຶ້ນອະ
ນຸສາວະລີທີ່ຕັ້ງຢູ່ໃນບໍລິ ເວນສະໜາມຫຼວງ. ພິທີດັ່ງກ່າວນີ້ ມີກຳນົດຈະຈັດຂຶ້ນກົງກັນກັບ ເວລາທີ່ມີການໂຈມຕີແທ້ໆເກີດຂຶ້ນ.

ນອກນັ້ນ ຍັງມີຜູ້ຄົນໄປເຕົ້າໂຮມກັນ ຢູ່ທີ່ສູນກາງນັກທ່ອງທ່ຽວແລະອະນຸສອນສະຖານທີ່ ອ່າວ Pearl Harbor ຊຶ່ງໄດ້ສ້າງກວມຊາກຂອງກຳປັ່ນລົບ Arizona. ມັນເປັນການລະ ລຶກເຖິງສິ່ງທີ່ປະທານາທິບໍດີ Franklin Roosevelt ກ່າວໃນເວລານັ້ນວ່າ ວັນເວລາຊຶ່ງ ຈະດຳລົງຄົງຢູ່ໃນການມີຊື່ສຽງທີ່ບໍ່ດີ.

ສະຫະລັດ ໄດ້ປະກາດສົງຄາມກັບຍີ່ປຸ່ນ ຫຼັງຈາກໄດ້ມີການໂຈມຕີ ແບບບໍ່ມີການທ້າທາຍ ເກາະຜິດເກີດຂຶ້ນ. ໃນວັນທີ 11 ທັນວາ 1941 ພັນທະມິດຂອງຍີ່ປຸ່ນ ຄືເຢຍຣະມັນແລະອີ ຕາລີກໍໄດ້ປະກາດສົງຄາມກັບສະຫະລັດຊຶ່ງເປັນຂີດໝາຍໃນການກ້າວເຂົ້າສູ່ສົງຄາມໂລກ ຂອງສະຫະລັດ.

ກ່ຽວຂ້ອງກັນ

XS
SM
MD
LG