ໃນວັນພຸດມື້ນີ້ ສະຫະລັດໄດ້ທໍາພິທີ ເພື່ອເປັນຂີດໝາຍຄົບຮອບ 70 ປີ ທີ່ຍີ່ປຸ່ນທຳການ
ໂຈມຕີທ່າເຮືອ Pearl ຫລື Pearl Habor ມື້ແຫ່ງຄວາມເສື່ອມເສຍ ທີ່ເປັນເຫດໃຫ້ສະ
ຫະລັດເຂົ້າສູ່ສົງຄາມໂລກຄັ້ງທີ່ສອງ.
ພິທີລະນຶກ ທີ່ຖືເປັນຂີດໝາຍ ຂອງການໂຈມຕີເມື່ອວັນທີ່ 7 ເດືອນທັນວາ ປີ 1941 ໄດ້ມີ
ຂຶ້ນໃນທົ່ວສະຫະລັດ ແຕ່ພິທີທີ່ໃຫຍ່ທີ່ສຸດນັ້ນແມ່ນຢູ່ເກາະ Oahu ລັດຮາວາຍ ບ່ອນທີ່
ການໂຈມຕີເກີດຂຶ້ນນັ້ນ
ຈໍານວນພວກລອດຊີວິດ ແລະພວກນັກລົບເກົ່າປາງສົງຄາມໂລກຄັ້ງທີ່ສອງທີ່ກໍາລັງເຫລືອ
ນ້ອຍລົງໄປເລື້ອຍໆຈາກເຫດການ ໂຈມຕີ Pearl Harbor ນັ້ນ ແມ່ນຢູ່ໃນຈໍານວນຜູ້ເຂົ້າຮ່ວມ ຄາດວ່າຈະມີ 3,000 ຄົນ ໃນພິທີທີ່ສາມາດແນມເຫັນກໍາປັ່ນລົບ USS Arizona ບ່ອນທີ່ພວກເສຍຊີວິດຖືກຈົມນໍ້າພ້ອມກັບເຮືອລົບນັ້ນ. ພິທີຢືນສະຫງົບໄວ້ອາໄລ ຈະມີຂຶ້ນໃນເວລາ 7 ໂມງ 55 ນາທີໃນຕອນເຊົ້າມື້ນີ້ ຕາມເວລາທ້ອງຖິ່ນ ຊຶ່ງກົງກັບເວລາດຽວກັນກັບທີ່ກອງທັບເຮືອຂອງຈັກກະພັດຍີ່ປຸ່ນ ໂຈມຕີໂດຍບໍ່ຮູ້ລ່ວງໜ້ານັ້ນ.
ທີ່ນະຄອນຫລວງວໍຊິງຕັນ ກໍຈະທໍາພິທີວາງພວງມາໄລ ໃນຕອນບ່າຍຕາມເວລາທ້ອງຖິ່ນ ທີ່ອະນຸສາວະລີສົງຄາມໂລກຄັ້ງທີ່ສອງ ທີ່ຕັ້ງຢູ່ໃນເຂດສະໜາມຫຼວງນັ້ນ.
ໃນຖະແຫລງການພິທີຂອງມື້ຂີດໝາຍດັ່ງກ່າວ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ທໍາຄວາມເຄົາລົບພວກທີ່ເສຍຊີວິດ ໂດຍກ່າວວ່າ ການຢືນຢັດຢ່າງໜຽວແໜ້ນຂອງພວກເຂົາເຈົ້າແມ່ນໄດ້ຊ່ວຍກຳນົດຍຸກທີ່ຍິ່ງໃຫຍ່ທີ່ສຸດ.