ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແຂວງຈໍາປາສັກ ປະຕິບັດລະບຽບ ການໃຫ້ຄົນຢູ່ຫ່າງກັນ ເຄັ່ງຄັດກວ່າຢູ່ໃນນະຄອນວຽງຈັນ 


ປະຕູໄຊ ທີ່ນະຄອນຫຼວງວຽງຈັນ ແປນເປົ່າ.
ປະຕູໄຊ ທີ່ນະຄອນຫຼວງວຽງຈັນ ແປນເປົ່າ.

ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອໄວຣັສໂຄໂຣນາ ເພີ້ມຂຶ້ນນັ້ນ ປະຊາຊົນທົ່ວປະເທດ
ລາວ ຕ້ອງໄດ້ປະຕິບັດຕາມລະບຽບການຢູ່ໃນຄໍາສັ່ງອອກຂອນາຍົກ ລັດຖະມົນຕີ ທີ່
ອອກມາໃນວັນທີ 29 ມີນາ, 2020 ກ່ຽວກັບການປິດບ້ານ, ປິດເມືອງ, ປິດແຂວງ ແລະ
ຫລີກລ້ຽງການເຕົ້າໂຮມຄົນເກີນ 10 ຄົນຂຶ້ນໄປ. ແຕ່ອີງຕາມການບອກເລົ່າຂອງປະຊາ
ຊົນໃນນະຄອນຫຼວງວຽງຈັນ ແລະໃນແຂວງ ຈໍາປາສັກແລ້ວເຫັນວ່າ ການປະຕິບັດລະ
ບຽບໃຫ້ຄົນຢູ່ຫ່າງກັນຢູ່ໃນແຂວງພາກໃຕ້ ຂອງລາວແຫ່ງນັ້ນ ມີຄວາມເຄັ່ງຄັດໃນລະ
ດັບຕ່າງກັນຫລາຍກັບຢູ່ໃນເຂດນະຄອນຫລວງວຽງຈັນ. ລາຍລະອຽດກ່ຽວກັບເລື້ອງນີ້
ຈະເປັນແນວໃດນັ້ນ ກິ່ງສະຫວັນ ຈະນຳເອົາລາຍງານຂອງນັກຂ່າວວີໂອເອມາສະເໜີ
ທ່ານ ໃນອັນດັບ ຕໍ່ໄປ.

ໂດຍປະຕິບັດຕາມຄໍາແນະນໍາທາງການແພດຂອງສາກົນ ທ່ານນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ ໄດ້ມີຄໍາສັ່ງອອກມາ ໃນວັນທີ 29 ມີນາ, 2020 ວ່າໃຫ້ປິດເມືອງ, ປິດ
ແຂວງ ຕະຫລອດທັງສໍານັກງານອົງການຕ່າງໆ ແລະຫລີກລ້ຽການ ເຕົ້າໂຮມຄົນເກີນ
10 ຄົນຂຶ້ນໄປ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດມາ
ຈາກໄວຣັສໂຄໂຣນາສາຍພັນໃໝ່ ທີ່ໄດ້ເຮັດໃຫ້ຄົນລາວຕິດເຊື້ອພະຍາດນີ້ 19 ຄົນ
ແລ້ວ ນັບແຕ່ວັນທີ 23 ມີນາເປັນຕົ້ນມານັ້ນ. ໃນໂອກາດນີ້ ທາງວີໂອເອ ກໍໄດ້ສໍາພາດ
ປະຊາຊົນຜູ້ນຶ່ງໃນເຂດເມືອງປາກຊ່ອງແຂວງຈໍາປາສັກ ທີ່ຢູ່ຫ່າງໄກຈາກຊາຍແດນ
ຂອງລາວກັບໄທນັ້ນ. ຜູ້ກ່ຽວເລົ່າສູ່ຟັງວ່າ ເມື່ອກ່ອນເຄີຍໄດ້ເອົາເຫລົ້າເບຍມາຂາຍ
ແຕ່ປີໃໝ່ປີນີ້ບໍ່ໄດ້ເອົາມາຂາຍ ເພາະອໍານາດ ການປົກຄອງຂອງເຂດນັ້ນ ແມ່ນຫ້າມ
ຄົນຊຸມແຊວກັນຢ່າງເຄັ່ງຄັດ ຊຶ່ງຜູ້ກ່ຽວເວົ້າສູ່ຟັງດັ່ງນີ້:

“ໂອ້ຍເຫລົ້າເບຍກະບໍ່ໄດ້ຂາຍ ໂອ້ຍບໍ່ຈັກຫລະປີໃໝ່ປີນີ້ຖືວ່າຢູ່ໃຜຢູ່ມັນ ຮືຮືຮື ຫວ່າງ
ເລີຍນະປີນີ້ ຮືຮືຮື, ເຈົ້າໜ້າທີ່ລົງໄປໂລດແຫຼະ ຄັນເຂົາຮູ້ຈັກ ພວກລົງເພສລົງນັ້ນເດໄປ
ກິນຢູ່ໃສ ຢູ່ຕາດບໍ? ຕໍາຫຼວດເຂົາກະໄປຫຸບ ບໍ່ທັນໄດ້ກິນເບຍຊໍ້າອືຮື ແນວເຂົາຫ້າມຢູ່
ໄປພາໂລເວີຍ ມັນກະບໍ່ໄດ້ກິນຕິ ໝູ່ຈໍາກັດແທ້ໆ.”

ແຕ່ວ່າ ຢູ່ໃນເຂດເມືອງປາກເຊ ແຂວງຈໍາປາສັກເຊັ່ນກັນແຕ່ມີຊາຍແດນຕິດກັບ ຈັງຫວັດ
ອຸບົນຂອງໄທນັ້ນ ຜັດເວົ້າວ່າ ການປະຕິດບັດລະບຽບ ການໃຫ້ຄົນ ຢູ່ ຫ່າງກັນໂດຍການ
ຫ້າມການດື່ມເຫລົ້າຊຸມແຊວກັນໃນໄລຍະບຸນປີໃໝ່ຜ່ານມາ ຢູ່ເມືອງດັ່ງກ່າວນັ້ນ ຍິ່ງເຄັ່ງ
ຄັດກວ່າໃນເຂດເມືອງປາກຊ່ອງນັ້ນອີກ ຊຶ່ງຜູ້ກ່ຽວ ເວົ້າສູ່ຟັງວ່າ:

“ຢູ່ເຂດບ້ານເຮົາຫັ້ນທາງເຂົ້າຊອຍ ເຂົ້າບ້ານ ຄືເວົ້າຄືວ່າ ກິນເບຍກະບໍ່ໄດ້ ຄືໝໍໃຫຍ່ເວົ້າ
ວ່າ ກິນຢູ່ປ່າກະຍັງນໍາໄປກັກກັນ ໂຫ້ແຮງລະບຽບກ່ວາ ທາງນັ້ນໜະ ທາງນີ້ຍັງບໍ່ລະບຽບ
ເທົ່າ ຢູ່ທາງເມືອງເຮົາ, ບ້ານເຮົາລະບຽບໜັກຫຼາຍ.”

ທັງນີ້ ອີງຕາມການບອກເລົ່າຂອງຜູ້ກ່ຽວ ກໍເພາະວ່າ ທາງອໍານາດການປົກຄອງ ໃນເມືອງ
ນັ້ນ ເຫັນວ່າ ມີຜູ້ອອກແຮງງານລາວ ທີ່ກັບມາຈາກໄທຢ່າງຫລວງ ຫລາຍ ຊຶ່ງລວມທັງພວກ
ທີ່ກັບມາແບບຖືກກົດໝາຍ ແລະຜ່ານການກັກກັນ ເປັນເວລາ 14 ວັນ ແລ້ວ ແລະພວກທີ່
ລັກກັບມາ ແລະບໍ່ໄດ້ຜ່ານການກັກກັນຕົວ ຕາມລະບຽຍການດັ່ງກ່າວ ຊຶ່ງອາດຈະມີຄວາມ
ສ່ຽງສູງໃນການນໍາເຊື້ອພະຍາດດັ່ງກ່າວໄປແຜ່ຜາຍຫາຄົນອື່ນ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:01:31 0:00

ສ່ວນຢູ່ໃນນະຄອນຫລວງວຽງຈັນນັ້ນ ການປະຕິບັດລະບຽບການຫ້າມ ຄົນດື່ມເຫລົ້າ ດື່ມ
ເບຍ ເພື່ອປ້ອງກັນບໍ່ໃຫ້ຄົນໄປເຕົ້າໂຮມກັນຫລາຍເກີນໄປ ຕາມຄໍາ ສັ່ງຂອງທ່ານນາຍົກລັດຖະມົນຕີນັ້ນ ແມ່ນບໍ່ເຄັ່ງຄັດຫລາຍປານໃດ. ອີງຕາມ ການບອກເລົ່າ ຂອງປະຊາຊົນ
ເຂດເມືອງສີໂຄດຕະບອງ, ນະຄອນຫລວງວຽງ ຈັນວ່າ ຫລາຍຄົນກໍເຫັນວ່າ ໃນໄລຍະ
ບຸນປີໃໝ່ຜ່ານມາ ມີການດື່ມເຫລົ້າ ເຄື່ອງມືນເມົາຂອງຄົນກໍມີຢູ່ໃນລະດັບໃດນຶ່ງ ເພາະ
ຄິດວ່າການເຮັດແນວນັ້ນ ຊຶ່ງຜູ້ ກ່ຽວໃຫ້ຄໍາເຫັນດັ່ງນີ້:

“ມັນຫ້າມບໍ່ໄດ້ ຄັນກິນແນວໃດມັນກະກິນ ຄົນລາວເຮົາ, ແຕ່ວ່າກິນໃຫ້ມັນຖືກກາລະເທ
ສະຫັ້ນນະ ບໍ່ທ້າທາຍ ວ່າຊັ້ນສາ ຄືຢາກກິນກະກິນນີ້ ແຕ່ວ່າ ເຂົາມາເຫັນກະບໍ່ມີຫຍັງກິນ
ຢູ່ບ້ານເຮືອນຈັ່ງຊີ້ນະ, ມັນກະບໍ່ໄດ້ມີເຫດຝົນອື່ນທີ່ວ່າເຮົາທ້າທາຍ ຄືເຈົ້າໄປຕັ້ງວົງຢູ່
ແຄມທາງໃຫຍ່ເອີເຂົາຂີ່ລົດກາຍທາງຫັ້ນແມ່ນແທ້ຫັ້ນ ເຮົາຕັ້ງໂຕະກິນຢູ່ເຮືອນຄອບຄົວ
ຊິເປັນຫຍັງ 4-5 ຄົນຊັ້ນໜາ.”

ພ້ອມກັນນັ້ນ ການເດີນທາງໄປມາຫາສູ່ກັນລະຫວ່າງບ້ານແລະເມືອງຕ່າງໆໃນເຂດເມືອງ
ປາກຊ່ອງ ແລະປາກເຊ, ແຂວງຈໍາປາສັກນັ້ນ ກໍເຄັ່ງຄັດກວ່າ ຢູ່ໃນ ເຂດນະຄອນຫລວງ
ວຽງຈັນຫລາຍ. ຢູ່ນະຄອນຫລວງວຽງຈັນນັ້ນ ເຖິງຈະມີລະ ບຽບວ່າ ໃຫ້ຄົນຖືບັດອອກ
ເຂົ້າບ້ານ ໃນເວລາຈະອອກຈາກບ້ານ ຂອງຕົນໄປ ແຕ່ວ່າ ໃນການປະຕິດບັດຕົວຈິງກໍບໍ່ໄດ້
ເຄັ່ງຄັດຫລາຍ. ຖ້າຜູ້ໃດບໍ່ມີກໍບໍ່ໄດ້ຖືກ ປັບໃໝ ແລະຍັງຖືກປ່ອຍໃຫ້ໄປ ຂໍແຕ່ໃຫ້ມີຜ້າອັດ
ປາກໃນເວລາອອກບ້ານ ໄປເທົ່ານັ້ນ, ອີງຕາມການບອກເລົ່າຂອງປະຊາຊົນຄົນນຶ່ງຢູ່ເມືອງ
ໄຊເສດຖາ, ນະຄອນຫລວງວຽງຈັນ. ແຕ່ວ່າ ຢູ່ໃນແຂວງຈໍາປາສັກນັ້ນ ການປະຕິບັດລະ
ບຽບ ການນີ້ ແມ່ນເຄັ່ງຄັດຫລາຍ. ທາງການອະນຸຍາດໃຫ້ຄົນອອກບ້ານໄປ ພຽງແຕ່ໃນ
ກໍລະນີຈໍາເປັນເທົ່ານັ້ນ ດັ່ງກ່ານໃຫ້ສໍາພາດຂອງຜູ້ທີ່ອາໄສຢູ່ໃນເມືອງປາກຊ່ອງ ຄົນນັ້ນ
ທີ່ເວົ້າວ່າ:

“ຢາກມາປາກເຊ ຍັງບໍ່ໄດ້ມາ ໄປບໍ່ໄດ້ ເມືອງໃຜເມືອງມັນ ແຂວງໃຜແຂວງມັນ ເມືອງໃຜ
ເມືອງມັນ ການຈໍາເປັນທີ່ສຸດຂໍໜັງສືໃດຈຶ່ງໄດ້ ໄປໂຮງໝໍໂຮງຫຍັງບໍ່ວ່າໂຕນັ້ນ ຄັນວ່າໄປ
ຫຼີ້ນໄປທ່ຽວບໍ່ໄດ້ຈັກດີ້ ຈັ່ງວ່າປີນີ້ເຄື້ອນບໍ່ໄດ້ຢູ່ເສີຍ, ທາງນັ້ນຄືກັນນໍ.”

ເຊັ່ນດຽວກັນ ສໍາລັບຢູ່ເມືອງປາເຊນັ້ນການປະຕິບັດລະບຽບແມ່ນເຄັ່ງຄັດ. ຄົນທີ່ຢູ່ນອກ
ເມືອງ ຖ້າຫາກເຂົ້າໄປໃນເມືອງດັ່ງກ່າວໂດຍບໍ່ມີໃບອະນຸຍາດທີ່ສະແດງ ໃຫ້ເຫັນວ່າ ມີ
ເລື້ອງຈໍາເປັນ ເຊັ່ນການໄປຫາໝໍ ຫລືອື່ນໆນັ້ນແລ້ວ ກໍຈະຖືກປັບ ໃໝປະມານ 4 ລ້ານ
ຫາ 5 ລ້ານກີບ, ອີງຕາມການບອກເລົ່າ ຂອງປະຊາຊົນ ຄົນນຶ່ງຢູ່ໃນເມືອງນັ້ນ.

ສະຫລຸບແລ້ວ ການປະຕິບັດລະບຽບການໃຫ້ຢູ່ຫ່າງກັນໃນແຂວງພາກໃຕ້ ຂອງລາວ
ທີ່ມີກໍາມະກອນກັບຄືນມາແຕ່ໄທຫລາຍນັ້ນ ການປະຕິບັດ ກົດລະບຽບຫ້າມການເດີນ
ທາງ ແລະການຊຸມນຸມກັນແມ່ນເຄັ່ງຄັດກວ່າຢູ່ໃນເຂດ ນະຄອນຫຼວງວຽງຈັນ.

XS
SM
MD
LG