ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າ​ທີ່ຮັກສາ​ສັນຕິພາບ ຟີລິບປິນ ທີ່ຖືກຈັບໄປ ຢູ່ Golan Heights ປອດໄພແລ້ວ (ວີດີໂອ)


SYRIA PEACEKEEPERS VOSOT
please wait

No media source currently available

0:00 0:00:59 0:00

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ໜ່ວຍ​ຮັກສາ​ສັນຕິພາບ​
ຊາວ​ຟີ​ລິບປິ​ນຈຳນວນ​ນຶ່ງ ທີ່ຖືກ​ພວກ​ກະບົດ​ຊີ​ເຣຍ ​ຢູ່ໃນ​ເຂດ
ພູ​ພຽງ Golan Heights ທີ່ອິສຣາ​ແອ​ລຢຶດຄອງ​ນັ້ນ ຈັບຕົວ​ໄປ
​ໃນອາທິດ​ແລ້ວ​ນີ້ ​ແມ່ນ​ປອດ​ໄພ​ແລ້ວ​ ດຽວ​ນີ້.

ກອງ​ກຳລັງ​ກວດກາ​ການຢຸດ​ເຊົາ​ສູ້​ລົບ​ກັນ ຂອງ​ສະຫະ​ປະຊາ​
ຊາດ ຫຼື UNDOF ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ​ພວກເຈົ້າໜ້າ​ທີ່
ຮັກສາ​ສັນຕິພາບ ຊາວຟີ​ລິບປິ​ນຈຳນວນ 40 ຄົນ​ທັງ​ໝົດ ​ແມ່ນ​
ສາມາດເຄື່ອນ​ຍ້າຍອອກ​ຈາກ​ບໍລິ​ເວນ​ຂອງ​ພວກ​ເຂົາ​ເຈົ້າ​ໄປ​ໄດ້
ພາຍ​ໃຕ້ຂໍ້​ຕົກລົງຢຸດ​ຍິງກັນ.

ກ່ອນ​ໜ້າ​ນີ້ ຜູ້​ບັນຊາ​ການ​ທະຫານຟີ​ລິບປິ​ນ ນາຍ​ພົນ​ເອກ Gregorio Catapang ກ່າວ​
ວ່າ ໜ່ວຍ​ຮັກສາ​ສັນຕິພາບ​ຊາວ​ຟີ​ລິບປິ​ນຈຸ​ດັ່ງກ່າວ ໄດ້​ທຳ​ການ​ຕໍ່ສູ້​ກັບ​ພວກກະບົດ ​ເປັນ​
ເວລາ 7 ຊົ່ງ​ໂມງ ກ່ອນໜ້າ​ຈະ​ມີ​ການ​ຕົກລົງຢຸດ​ຍິງ.

ໜ່ວຍ​ຮັກສາ​ສັນຕິພາບຟີ​ລິບປິ​ນຂອງ​ສະຫະ​ປະຊາ​ດ ຫຼາຍກວ່າ 70 ຄົນ ໄດ້ຖືກ​ຈັບຕົວ​
ໄປ​ໃນອາທິດ​ແລ້ວ​ນີ້. ຈຳນວນ 32 ຄົນ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອອອກ​ມາ​ໄດ້ ກ່ອນ​ໜ້າ​ນີ້.

ເຈົ້າໜ້າ​ທີ່ຮັກສາ​ສັນຕິພາບຊາວຟີ​ຈິ​ ຈຳນວນ 44 ຄົນ​ກໍ​ຖືກ​ຈັບ​ຕົວ​ໄປ ​ໃນ​ອາທິດ​ແລ້ວ​ນີ້ ​ເຊັ່ນ​ດຽວ​ກັນ ​ແລະຍັງ​ຖືກ​ພວກກໍ່ການ​ຮ້າຍຄວບ​ຄຸມ​ຕົວ​ໄວ້ ຢູ່​ໃນເຂດພູພຽງ Golan
Heights ຄື​ກັນ.

ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ ພວກເຈົ້າໜ້າ​ທີ່ຮັກສາ​ສັນຕິພາບຊາວຟີ​ຈີ​ເຫລົ່ານັ້ນ.

ບໍ່​ໄດ້​ມີ​ການ​ເປີດ​ເຜີຍ​ໃຫ້​ຊາບ ​ເຖິງຊື່​ສຽງຂອງ​ກຸ່ມທີ່​ຈັບ​ ​ພວກເຈົ້າໜ້າ​ທີ່ຮັກສາສັນຕິພາບ
ໄປນັ້ນ.

XS
SM
MD
LG