ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທູດສັນຕິພາບ ສປຊ​ ​ພົບ​ປະ​ກັບ​ ປະທານາທິບໍດີຊີເຣຍ


ທູດ​ສັນ​ຕິ​ພາບ​ນາໆ​ຊາດ ທ່ານ Lakdar Brahimi ​ໄດ້​ພົບ​
ປະ​ກັບ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad
ຢູ່​ນະຄອນຫລວງດາມັສກັສ, ວັນທີ 24 ທັນວາ 2012.
ທູດ​ສັນ​ຕິ​ພາບ​ນາໆ​ຊາດ ທ່ານ Lakdar Brahimi ​ໄດ້​ພົບ​ ປະ​ກັບ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ຢູ່​ນະຄອນຫລວງດາມັສກັສ, ວັນທີ 24 ທັນວາ 2012.
ທູດ​ສັນ​ຕິ​ພາບ​ນາໆ​ຊາດ ທ່ານ Lakdar Brahimi ​ໄດ້​ພົບ​
ປະ​ກັບ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad
ຢູ່​ນະຄອນຫລວງ​ດາ​ມັສກັສ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ສົນທະນາ​
ຊອກ​ຫາ​ທາງຢຸດຕິ ສົງຄາມ​ກາງ​ເມືອງ ທີ່​ດໍາ​ເນີນ​ມາ​ໄ​ດ້ 21
ເດືອນ​ແລ້ວ​ນັ້ນ.

ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ແລະ​ສັນ​ນິບາດ​ອາຫຣັບ
|ໄດ້ໄປເຖິງນະຄອນຫລວງ ຊີເຣຍ ລຸນຫລັງທີ່ໄດ້ຂັບລົດອອກ
ຈາກເລບານອນໄປ ​ໃນ​ວັນ​ອາທິດ​ວານ​ນີ້ ມື້​ດຽວ​ກັນ​ກັບ​ທີ່
ພວກນັກເຄື່ອນໄຫວຊີເຣຍເວົ້າວ່າການໂຈມຕີທາງອາກາດ
ບັ້ນນຶ່ງຂອງຝ່າຍລັດຖະບານ ໃສ່ຮ້ານເຂົ້າໜົມ​ແຫ່ງ​ນຶ່ງ ໄດ້
ເຮັດໃຫ້ 60 ຄົນເສຍຊີວິດ.

ການໂຈມຕີດັ່ງກ່າວໄດ້ເກີດຂຶ້ນຢູ່ໃນເມືອງ Halfaya ໃນແຂວງ Hama ຊຶ່ງເປັນເຂດທີ່ ຖືກຄວບຄຸມໂດຍພວກກະບົດ. ຖ້າຫາກໄດ້ຮັບການຢືນຢັນ ການໂຈມຕີຄັ້ງນີ້​ແມ່ນຈະເປັນ ການ​ໂຈມ​ຕີບັ້ນ​ດຽວ ​ທີ່​ມີ​ຄົນ​ຕາຍ​ຫລາຍທີ່ສຸດ ໃນການຂັດແຍ້ງທີ່ສືບຕໍ່ມາເປັນເວລາ 21 ເດືອນ. ຄາດວ່າຈໍານວນຄົນເສຍຊີວິດຈະເພີ້ມຂຶ້ນ ເພາະວ່າບາງ​ຄົນ ໃນຈໍານວນ 50 ຄົນ ທີ່ໄດ້ຮັບບາດເຈັບນັ້ນ ມີ​ອາການສາຫັດ.

ບໍ່​ເປັນ​ທີ່​ແຈ້ງ​ຂາວວ່າ ບ່ອນທີ່ຖືກລະເບີດຖິ້ມໃສ່ ຊຶ່ງເປັນຕຶກຊັ້ນດຽວນັ້ນ ແມ່ນເປັນຮ້ານ ​ເຮັດເຂົ້າໜົມຂາຍແທ້ຫລືບໍ່ ແຕ່ວ່າວີດິໂອທີ່ຖືກ​ນໍາ​ອອກ​ເຜີຍ​ແຜ່​ທາງອິນເຕີແນັດນັ້ນ ສະແດງໃຫ້ເຫັນ ພາບພວກຜູ້ຊາຍທໍາງານຢ່າງຟ້າວຟັ່ງ ເພື່ອຊ່ວຍ​ຜູ້ຄົນ ລວມທັງຢ່າງ ໜ້ອຍຜູ້ຍິງຄົນນຶ່ງ ອອກມາຈາກຊາກຫັກພັງ. ສົບທີ່ອາບດ້ວຍເລືອດນອນເດຍລະດາດ ຢາຍ ຢູ່ບໍລິ​ເວນບ່ອນເກີດເຫດ ແລະຖະໜົນ.

ພວກນັກເຄື່ອນໄຫວຍັງລາຍງານອີກວ່າ ມີການໂຈມຕີທາງອາກາດຂອງຝ່າຍລັດຖະບານ ຢູ່ໃນແຂວງ Aleppo ແລະຢູ່ຊານເມືອງທາງພາກຕາເວັນອອກຂອງນະຄອນຫລວງ Damascus ໃນຂະນະທີ່ພວກທະຫານທີ່ຈົງຮັກພັກດີຕໍ່ທ່ານ Bashar al-Assad ພະ ຍາຍາມທີ່ຈະຂັບໄລ່ ພວກກະບົດໃຫ້ໜີຈາກບ່ອນນັ່ງກໍາອໍານາດຂອງທ່ານ.

ກ່ຽວຂ້ອງກັນ

XS
SM
MD
LG