ອົງການອາສາສະໝັກເພື່ອສັນຕິພາບ ຫລື Peace Corps ຈະຈັດຕັ້ງການປະຕິບັດງານຂຶ້ນຢູ່ໃນຫວຽດນາມ ເປັນເທື່ອທຳອິດ ອັນເປັນຜົນເນື່ອງມາຈາກການສະເໜີຂອງປະທານາ ທິບໍດີບາຣັກ ໂອບາມາ ຕໍ່ປະເທດດັ່ງກ່າວ.
ໃນລະຫວ່າງການຢ້ຽມຢາມຫຽດນາມນັ້ນ ປະທານາທິບໍດີໂອບາມາໄດ້ເຊື້ອເຊີນ ໃຫ້ລັດຖະ ບານຫວຽດນາມ ອະນຸຍາດໃຫ້ອົງການອາສາສະໝັກດັ່ງກ່າວ ລິເລີ້ມໂຄງການຢູ່ທີ່ນັ້ນ ດ້ວຍການເນັ້ນໜັກໃສ່ການສອນພາສາອັງກິດ.
ລັດຖະບານຫວຽດນາມ ໄດ້ຮັບເອົາການເຊື້ອເຊີນ ເຮັດໃຫ້ການພະຍາຍາມມາເປັນເວລາຫລາຍປີໂດຍອົງການ Peace Corps ທີ່ຢາກເຂົ້າໄປປະຕິບັດງານ ຢູ່ໃນຫວຽດນາມບັນລຸຜົນ. ໃນປີ 2012 ທ່ານ Aaron Williams ຜູ້ອຳນວຍ ການອົງການ Peace Corps ໃນເວລານັ້ນ ໄດ້ໄປຢ້ຽມຢາມຫວຽດນາມເປັນ ເວລາ 3 ມື້ ເພື່ອຊອກຫາຊ່ອງທາງຢາກຂະຫຍາຍໂຄງການເຂົ້າໄປໃນປະເທດ ດັ່ງກ່າວ.
ຂ້າພະເຈົ້າຮູ້ສຶກດີໃຈຫລາຍທີ່ອົງການ Peace Corps ຈະໄດ້ມາຫວຽດນາມເປັນເທື່ອທຳອິດ. ປະທານາທິບໍດີໂອບາມາກ່າວ ທີ່ກອງປະຊຸມຖະແຫຼງຂ່າວໃນ ວັນຈັນວານນີ້ທີ່ ນະຄອນ ຫຼວງຮາໂນ່ຍ. ພວກອາສາສະໝັກ Peace Corps ຂອງພວກເຮົາຈະເພັ່ງເລັງໃສ່ການສອນພາສາອັງກິດ ແລະມິດຕະພາບທີ່ປະຊາຊົນຂອງພວກເຮົາທັງສອງຫລໍ່ຫຼອມ ຈະເຮັດໃຫ້ພວກເຮົາມີຄວາມໃກ້ຊິດກັນຫຼາຍຂຶ້ນໃນຫລາຍໆອະນາຄົດຕໍ່ໜ້າ.
ອົງການ Peace Corps ກ່າວຕໍ່ວີໂອເອວ່າ ຕົນພວມດຳເນີີນງານຮ່ວມກັບລັດ ຖະບານຫວຽດນາມ ເພື່ອຕົກລົງກັນໃນຂັ້ນສຸດທ້າຍແລະລົງນາມໃນຂໍ້ຕົກລົງສຳ ລັບສ້າງຕັ້ງໂຄງການນີ້. ມັນຈະເປັນໂອກາດສຳລັບປະເທດຂອງພວກເຮົາທັງສອງທີ່ຈະສືບຕໍ່ພັດທະນາຄວາມສຳພັນ ອັນເຂັ້ມແຂງແລະຍືນຍົງ ແລະລົງເລິກ ຄວາມສຳພັນລະຫວ່າງປະຊາຊົນກັບປະຊາຊົນອີງຕາມຄຳຖະແຫຼງຂອງອົງການ Peace Corps.
ນອກເໜືອໄປຈາກການສຶກສາແລ້ວ ພວກອາສາສາໝັກຂອງອົງການ Peace Corps ຍັງຈະໃຊ້ເວລາ 27 ເດືອນຂອງເຂົາເຈົ້າໃນປະເທດເຈົ້າພາບ ເພື່ອເຮັດ ວຽກໃນດ້ານຕ່າງໆ ຮວມທັງກະສິກຳ ພັດທະນາປະຊາຄົມ ສະພາບແວດລ້ອມ ສາທາລະນະສຸກ ແລະຊາວໜຸ່ມ.
ອົງການ Peace Corps ໄດ້ຕັ້ງຂຶ້ນມາໃນປີ 1961 ໂດຍປະທານາທິບໍດີ John F. Kenne- dy ເພື່ອສົ່ງເສີມສັນຕິພາບແລະມິດຕະພາບໃນໂລກ. ນັບແຕ່ນັ້ນມາ ມີອາສາສະໝັກອາເມ ຣິກັນຫລາຍກວ່າ 220,000 ຄົນ ໄດ້ໄປປະຕິບັດ ງານຢູ່ໃນ 141 ປະເທດ.