ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດຜູ້ຊ່ວຍຂອງທ່ານ ທຣຳ ຖືກກ່າວຫາ ພະຍາຍາມ ເຂົ້າໄປຫຍຸ້ງກ່ຽວ ກັບສັກຂີພິຍານ


ທ່ານ ພອລ ແມນນາຝອດ,ອະດີດຜູ້ບໍລິຫານການໂຄສະນາ
ຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣຳ, ຍ່າງອອກມາ ຈາກສານເມືອງ ສະຫະລັດ ຫຼັງຈາກການໃຫ້ປາກຄຳ. ນະຄອນ
ຫຼວງ ວໍຊິງຕັນ. 23 ພຶດສະພາ, 2018.
ທ່ານ ພອລ ແມນນາຝອດ,ອະດີດຜູ້ບໍລິຫານການໂຄສະນາ ຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣຳ, ຍ່າງອອກມາ ຈາກສານເມືອງ ສະຫະລັດ ຫຼັງຈາກການໃຫ້ປາກຄຳ. ນະຄອນ ຫຼວງ ວໍຊິງຕັນ. 23 ພຶດສະພາ, 2018.

ໄອຍະການພິເສດທີ່ກຳລັງທຳການສືບສວນສອບສວນ ກ່ຽວກັບ ຣັດເຊຍ ແຊກແຊງ
ເຂົ້າໃນການເລືອກຕັ້ງ ສະຫະລັດ ເມື່ອປີ 2016 ໄດ້ເພີ່ມຄວາມກົດດັນຍິ່ງຂຶ້ນກວ່າເກົ່າ
ໃນວັນສຸກທີ່ຜ່ານມາ ສຳລັບອະດີດປະທານການໂຄສະນາຫາສຽງ ຂອງປະທານາທິ
ບໍດີ ດໍໂນລ ທຣຳ, ທ່ານ ພອລ ແມນນາຝອດ, ເປັນການເພີ່ມ ຂໍ້ກ່າວຫາແກ່ທ່ານ ແລະ
ຜູ້ຮ່ວມງານຍາວນານສຳລັບການພະຍາຍາມ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບ ຜູ້ທີ່ອາດເປັນ
ສັກຂີພິຍານ.

ຂໍ້ກ່າວຫາໃໝ່ຕ່າງໆ ໄດ້ກ່າວຫາທ່ານ ແມນນາຝອດ ອາຍຸ 69 ປີ ແລະ ທ້າວ
ຄັອນສຕັນທິນ ຄີລິມນິກ (Konstantin Kilimnik) ອາຍຸ 48 ປີ, ກ່ຽວກັບ ຄວາມຕັ້ງ
ໃຈພະຍາຍາມທີ່ຈະ “ທຳການຊັກຊວນຢ່າງຜິດກົດໝາຍ” ຕໍ່ສອງຄົນທີ່ບໍ່ສາມາດບົ່ງຊື່
ໄດ້ “ດ້ວຍຈຸດປະສົງ ທີ່ຈະມີອິດທິພົນ, ເລື່ອນເວລາ ແລະ ກີດກັ້ນການໃຫ້ປາກຄຳ
ຂອງເຂົ້າເຈົ້າ. ການຕິດຕໍ່ພົວພັນກັນຫຼາຍຄັ້ງໄດ້ເກີດຂຶ້ນໃນລະຫວ່າງ ເດືອນກຸມພາ
ແລະ ເມສາຂອງປີນີ້.

ທັງສອງຄົນ ໄດ້ຖືກຕັ້ງຂໍ້ກ່າວຫາ ການສົມຮູ້ຮ່ວມຄິດ ເພື່ອຂັດຂວາງຂະບວນການຍຸຕິ
ທຳ. ທ່ານ ແມນນາຝອດ ໄດ້ປະເຊີນໜ້າກັບຂໍ້ກ່າວຫາທາງອາຍາອື່ນໆ 5 ກະທົງຢູ່
ແລ້ວ ສຳລັບການເຊື່ອມໂຍງກັບຄວາມພະຍາຍາມທີ່ຈະທຳການຊັກຊວນ ຕາງໜ້າ
ໃຫ້ອະດີດລັດຖະ ບານຂອງ ຢູເຄຣນ.

ທ້າວ ຄີລິມນິກ ຜູ້ທີ່ໄດ້ດຳເນີນຫ້ອງການບໍລິສັດທີ່ປຶກສາທາງການເມືອງຂອງທ່ານ
ແມນນາຝອດ ໃນນະຄອນຫຼວງ ຄຽຟ, ໄດ້ກາຍເປັນຄົນຜູ້ທີ 20 ທີ່ຖືກກ່າວຫາໂດຍ
ໄອຍະການພິເສດທ່ານ ໂຣເບີດ ມອລເລີ ຜູ້ທີ່ກຳລັງທຳການສືບສວນສອບສວນວ່າ
ການໂຄສະນາຫາສຽງຂອງທ່ານ ທຣຳ ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ ເພື່ອຄອບງຳ
ຜົນຂອງການເລືອກຕັ້ງ.

ການຕັ້ງຂໍ້ກ່າວຫາຄັ້ງຫຼ້າສຸດ, ເຊິ່ງຖືກປະກາດໂດຍຄະນະຕຸລາການໃຫຍ່ຂອງລັດຖະ
ບານກາງ, ໄດ້ມີຂຶ້ນຫຼັງຈາກໄອຍະການພິເສດໄດ້ກ່າວໃນສຳນວນສານເມື່ອວັນທີ 4
ມິຖຸນາ ວ່າ ທ່ານ ແມນນາຝອດ ແລະ ຄູ່ຮ່ວມ ຕອນນີ້ຖືກລະບຸຕົວວ່າແມ່ນທ້າວ
ຄີລິມນິກ ນັ້ນ, ໄດ້ທຳການຕິດຕໍ່ກັບຜູ້ທີ່ອາດເປັນສັກຂີພິຍານ “ຢ່າງຊໍ້າແລ້ວຊໍ້າອີກ”
ໃນຄວາມພະຍາຍາມທີ່ຈະຄອບງຳການໃຫ້ປາກຄຳຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG