ທີມ ນິວ ອິງແລນ ແພັດທຣີອັອດສ໌ ໄດ້ຊະນະທີມ ລອສ ແອນເຈີລິສ ແຣມສ໌ 13 ຕໍ່ 3
ແຕ້ມ ໃນການແຂ່ງຂັນ ຊຸບເປີ ໂບລ ໃນວັນອາທິດວານນີ້ ໃນນະຄອນ ແອັດແລນຕາ,
ລັດ ຈໍເຈຍ, ຄວ້າແຊັ້ມຄັ້ງທີສາມໃນຫຼີກກິລາຟຸດບອລແຫ່ງຊາດ ຫຼື NFL ໃນຮອບ 5 ປີ.
ສຳລັບກອງຫຼັງ ຫຼື Quaterback ຂອງທີມ ແພັດທຣີອັອດສ໌ ທ້າວ ທັອມ ເບຣດີ ນັ້ນ,
ໄຊຊະນະດັ່ງກ່າວແມ່ນຄັ້ງທີ 6 ຂອງລາວ ໃນການແຂ່ງຂັນ ຊຸບເປີ ໂບລ, ເປັນການ
ຂະຫຍາຍສະຖິຕິທີ່ລາວເປັນເຈົ້າຂອງຢູ່ແລ້ວ.
ດາລາອາຍຸ 41 ປີ ຄົນດັ່ງກ່າວ ໄດ້ປະຕິເສດຄຳເວົ້າທີ່ວ່າ ລາວອາດອຳລາວົງການ
ຫຼັງຈາກທີ່ຕອນນີ້ລາວໄດ້ຫຼິ້ນກິລາ NFL ໃນລະດູທີ 19 ຂອງລາວ, ໂດຍໄດ້ກ່າວ
ໃນລະຫວ່າງພິທີມອບຂັນ ຫຼັງການແຂ່ງຂັນວ່າ, “ໄຊຊະນະ ແລະ ຂັນໜ່ວຍນີ້ ມັນບໍ່
ເປັນແຮງກະຕຸ້ນໃຫ້ເຈົ້າໄດ້ແນວໃດ?”
ທັງສອງທີມໄດ້ດີ້ນຮົນທີ່ຈະທຳແຕ້ມ ໃນຕະຫຼອດເວລາການແຂ່ງຂັນ, ດ້ວຍທີມ
ແພັດທຣີອັອດສ໌ ໄດ້ຮັບຄະແນນນຳໜ້າ 3 ຕໍ່ 0 ໃນເຄິ່ງເວລາທຳອິດ ແລະ ໄດ້ທັຈ
ດາວ (Touchdown) ພຽງຄັ້ງດຽວ ໃນ 7 ນາທີ ທີ່ເຫຼືອຂອງການແຂ່ງຂັນ ຄັ້ງສຸດ
ທ້າຍ.
ກອງໜ້າຂອງທີມ ແພັດທຣີອັອດສ໌ ທ້າວ ຈູລຽນ ເອແດລແມນ ໄດ້ຖືກມອບໃຫ້ເປັນ
ນັກກິລາທີ່ຊົງຄຸນຄ່າທີ່ສຸດ ຫຼັງຈາກໄດ້ຮັບການສົ່ງ 10 ຄັ້ງ ສຳລັບໄລຍະປະມານ
130 ແມັດ.
ທ້າວ ເບຣດີ ກ່າວວ່າ “ລາວສົມຄວນແລ້ວທີ່ໄດ້ຮັບ. ນັ້ນແມ່ນການແຂ່ງຂັນທີ່ດີທີ່ສຸດ
ທີ່ຂ້າພະເຈົ້າໄດ້ຫຼິ້ນ.”
ການແຂ່ງຂັນ ຊຸບເປີ ໂບລ ແມ່ນການແຂ່ງຂັນທີ່ມີຄົນເບິ່ງໃນໂທລະພາບຫຼາຍທີ່ສຸດ
ໃນແຕ່ລະປີ, ໃນຂະນະທີ່ຊາວ ອາເມຣິກັນ ຫຼາຍຄົນ ໄດ້ພາກັນຈັດ ຫຼື ເຂົ້າຮ່ວມງານ
ປາຕີ້ຕ່າງໆ ເພື່ອເບິ່ງການແຂ່ງຂັນນັ້ນ.
ສຳລັບຫຼາຍຄົນ, ການໂຄສະນາ ທີ່ໄດ້ສະແດງໃນລະຫວ່າງພັກການແຂ່ງຂັນນັ້ນ ແມ່ນ
ໄດ້ຮັບຄວາມສົນໃຈຫຼາຍກວ່າເກມການແຂ່ງຂັນເອງ. ຫຼາຍບໍລິສັດຈະເປີດຕົວໂຄສະ
ນາໂທລະພາບໃໝ່ຂອງເຂົາເຈົ້າ ໂດຍສະເພາະສຳລັບການແຂ່ງຂັນທີ່ໃຫຍ່, ແລະ
ເຂົາເຈົ້າຈ່າຍເງິນຢ່າງຫຼວງຫຼາຍສຳລັບການໂຄສະນາພວກນັ້ນ ຢູ່ຕໍ່ໜ້າຜູ້ຊົມ. ສຳລັບ
ປີນີ້ ການໂຄສະນາຍາວ 30 ວິນາທີ ມີລາຄາຫຼາຍກວ່າ 5 ລ້ານໂດລາ ອີງຕາມວາລະ
ສານ AdWeek.