ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ນາຍພົນ David Petraeus ໃຫ້ການ ຕໍ່ສະພາ ສຫລ (ສະໄລດ໌)


ອະດີດຫົວໜ້າອົງການສືບລັບ ຊີໄອເອ ທ່ານ David Petraeus ໃຫ້ການ ໃນ​ວັນ​ສຸກ​ມື້​ນີ້ ຕໍ່ຄະນະກຳມາ​ທິການສືບ​ລັບ​ຂອງສະພາ​
ຕໍ່າ​ສະຫະລັດ
ອະດີດຫົວໜ້າອົງການສືບລັບ ຊີໄອເອ ທ່ານ David Petraeus ໃຫ້ການ ໃນ​ວັນ​ສຸກ​ມື້​ນີ້ ຕໍ່ຄະນະກຳມາ​ທິການສືບ​ລັບ​ຂອງສະພາ​ ຕໍ່າ​ສະຫະລັດ
ອະ​ດີດ​ຫົວໜ້າອົງການສືບ​ລັບຊີ​ໄອ​ເອ ທ່ານ David
Patraeus ຈະ​ໃຫ້ການ​ໃນ​ວັນ​ສຸກ​ມື້​ນີ້ ຕໍ່ຄະນະກຳມາ​ທິການ
​ສືບ​ລັບ​ຂອງ​ສະພາ​ຕໍ່າ​ສະ ຫະລັດ ກ່ຽວ​ກັບ​ການ​ໂຈມ​ຕີທີ່​ຮ້າຍ​
ແຮງ ​ໃນ​ເດືອນ​ກັນຍາຜ່ານ​ມາ ຕໍ່​ສະຖານກົງ​ສຸນສະຫະລັດ ທີ່
​ເມື​ອງ Benghazi ປະ​ເທດ Libya.


ທັງຄະນະ​ກຳມາ​ທິການ​ສືບ​ລັບ​ຂອງສະພາ​ຕໍ່າ ​ແລະ​ສະພາ​ສູ​ງ ​
ໄດ້​ເລີ້ມ​ຮັບ​ຟັງ​ຄຳ​ໃຫ້ການ​ແບບ​ປິດ​ລັບໃນ​ວັນ​ພະຫັດວານ​ນີ້
ກ່ຽວ​ກັບ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້​ເອກ​ອັກ​ຄະ​ລັດ​ທະ​ທູດ
Christopher Stevens ​ແລະ​ບັນດາ​ນັກ​ການ​ທູດ​ອີກ​ສາມ​
ຄົນ​ໄດ້​ຖືກ​ສັງຫານ.

ບັນດາເຈົ້າໜ້າ​ທີ່ສືບ​ລັບ ​ແລະ​ເຈົ້າ​ໜ້າ​ທີ່ຕໍ່ຕ້ານ​ການ​ກໍ່​ການ​
ຮ້າຍ ​ໄດ້​ໃຫ້ການ​ໃນ​ວັນ​ພະຫັດ ວານ​ນີ້. ສະມາຊິກ​ລັດຖະສະພາຫລາຍ​ທ່ານ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບວ່າ ມີການຮັກສາຄວາມ​ປອດ​ໄພ​ພຽງພໍຫຼື​ບໍ່ຢູ່​ທີ່​ກົງສຸນ ​ແລະ​ລັດຖະບານ ທ່ານ Obama ​ໄດ້​ພະຍາຍາມ​ປົກ​ປິດ​ຂໍ້​ມູນ​ກ່ຽວ​ກັບ​ເລື່ອງ​ນີ້ຫຼືບໍ່ ​ເພື່ອ​ຫລີກ​ລ້ຽງຄວາມ​ອັບອາຍ​ຂາຍໜ້າ ກ່ອນ​ການ​ເລືອກຕັ້ງ​ປະທານ​າທິບໍດີ ​ໃນ​ວັນ​ທີ 6 ​ເດືອນພະຈິກ.

ທ່ານ Patraeus ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງຂອງ​ທ່ານ ​ໃນ​ນາມຫົວໜ້າ ອົງ​ການ​ສືບ​ລັບຊີ​ໄອ​ເອ ອາທິດ​ແລ້ວ​ນີ້ ຫຼັງຈາກການ​ສືບສວນ​ຂອງອົງ ການ FBI ​ພົບ​ວ່າ ທ່ານມີ​ຄວາມ​ສໍາພັນນອກສົມລົດ ກັບ​ນັກ​ຂຽນ​ຊີວະ​ປະວັດ​ຂອງ​ທ່ານ​ຄື ​ນາງ Paula Broadwell. ​

ເຫດການ​ດັ່ງກ່າວ​ພາ​ໃຫ້ມີ​ຄວາມ​ເປັນ​ຫ່ວງ​ທີ່​ອາດ​ຈະ​ພາ​ໃຫ້​ຄວາມ​ລັບ​ກ່ຽວ​ກັບຄວາມ​ປອດ​ໄພ​ຂອງ​ປະ​ເທດມີ​ການ​ຮົ່ວ​ໄຫຼ.

ລັດຖະມົນຕີ​ກະ​ຊວງ​ຍຸຕິ​ທໍາ ທ່ານ Eric Holder ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ “​ໝັ້ນ​ໃຈ​ທີ່​ສຸດ” ທີ່ວ່າ ຈະ​ບໍ່​ມີ​ຄວາມ​ລັບ ຮົ່ວໄຫຼ ​ກ່ຽວ​ກັບ​ຄະດີ​ນອງ​ນັນ​ຂອງທ່ານ Patraeus.

XS
SM
MD
LG