ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ຄອບຄົວ ປະຖັມມະວົງ ເຕົ້າໂຮມເຄືອຍາດ ທີ່ລັດ Oregon ຄັ້ງທໍາອິດ ໃນຮອບ 40 ປີ (ສະໄລດ໌/ວີດິໂອ)


ທ່ານນາງ ອຸ່ນເຮືອນ ປະຖັມມະວົງ ຕາໂນວັນ (ເສື້ອແດງ) ແລະສາມີ ດຣ. ບໍລິວົງ ຕາໂນວັນ (ຊ້າຍ) ແລະສ່ວນນຶ່ງຂອງ ຄະນະກໍາມະການ ເຕົ້າໂຮມ ເຄືອຍາດ ປະຖັມມະວົງ.
ລິງໂດຍກົງ

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ພົບ​ກັນ​ອີກ​ຕາມ​ເຄີ​ຍລາຍ​ການ
​ຊີ​ວິດ​ຊາວ​ລ​າວ​ໃນ​ຕ່າງ​ແດນຂອງວີໂອເອ. ແລງວັນ​ພະ​ຫັດ​ມື້​ນີ້
ຂ້າ​ພະ​ເຈົ້າຈະ​ພາ​ທ່ານ ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ​ພີ່​ນ້ອງ​ຊາວ​ລ​າວ​
ອາ​ເມ​ຣິ​ກັນ ຢູ່​ທີ່​ເມືອງ Portland ລັດ Oregon, ທີ່​ຕັ້ງ​ຢູ່​ພາກຕາ​
ເວັນ​ຕົກ​ສຽງເໜື​ອ ຂອງສະ​ຫະ​ລັດ ແຕ່​ກ່​ອນ​ອຶ່ນ ຂ້າ​ພະ​ເຈົ້າຂໍ​ອະ​
ທິບາຍໃຫ້​ທ່ານ​ໄດ້​ຊາບ ເຖິງ​ຄວາມ​ເປັນ​ມາ​ວ່າ ເປັນ​ຫ​ຍັງ​ຈຶ່ງ​ມີ​
ການ​ເຕົ້າ​ໂຮມຄອບ​ຄົວ ປະ​ຖັມ​ມະ​ວົງ ທີ່​ເປັນ​ເຊື້ອ​ສາຍ​ຊົນ​ຊາດ​ລາວທີ່​ໄດ້​ມາ​ຕັ້ງ​ຖິ່ນຖານ ​ຢູ່ນອກ​ປະ​ເທດ.

ປະ​ຊາ​ກອນລາວ​ໄດ້ເດີນທາງມາ​ເຖິງແຜ່ນ​ດິນ​ໃໝ່ ທີ່​ຮ້ອ​ງວ່າ ສະ​ຫະ​ລັດອາ​ເມ​ຣິກາ ໃນ​ເວ​ລາ​ຕ່າງກັນ ດ້ວຍ​ເຫດ​ຜົນ​ບໍ່​ຄື​ກັນ ແລະ​ເສັ້ນ​ທາງ​ມາກໍ​ບໍ່​ຄື​ກັນ​ກັບ​ບັນ​ດາປະ​ຊາ​ກອນອື່ນໆ ​ຜູ້​ທີ່​ໄດ້​ເຂົ້າ​ມາຕັ້ງ​ຖິ່ນ​ຖານ​ຢູ່​ກ່ອນໜ້າ​ນັ້ນ. ​ເກືອບ 40 ປີ ທີ່ຜ່ານ​ມາຈາກປີ 1975 ​
ມາ​ເຖິງ​ປັດ​ຈຸ​ບັນ ​ຫລັງ​ຈາກການ​ປ່​ຽນ​ແປງລະ​ບອບປົກ​ຄອງຢູ່​ໃນລາວ​ ​ປະ​ຊາ​ກອນ​ລາວ
ຫລາຍ​ແສນຄົນ​ໄດ້ພາ​ກັນ​ຍົກ​ຍ້າຍ​ອອກ​ຈາກ ບ້ານ​ເກີດ​ເມືອງນອນ ມາ​ຕັ້ງ​ຖິ່ນ​ຖານ​ໃໝ່
ຢູ່ໃນປະ​ເທດ​ທີສາມໃນ​ໂລກ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ຢູ່​ໃນສະ​ຫະ​ລັດອາ​ເມ​ຣິ​ກາ. ​ການ​
ເດີນ​ທາງມາ​ເຖິງ​ແຜ່ນ​ດີນ​ໃໝ່​ຂອງເຂົາ​ເຈົ້າໃນ​ຂັ້ນ​ຕົ້ນ​ນັ້ນ ໄດ້ປະ​ສົບກັບ​ຄວາມຍາກລຳ​
ບາກຫລາຍ​ໆຢ່າງ ຕ້ອງຜ່ານ​ຜ່າ​ກັບ​ອຸ​ປະ​ສັກ ສູ້​ທົນ ແລະ​ໃນທີ່ສຸດກໍ​ໄດ້​ປະສົບ​ກັບ​ຜົນ​
ສຳເລັດຂອງ​ ການ​ຕັ້ງ​ຊີ​ວິດ​ໃໝ່.
ບັນດາຄະນະກໍາມະການທ້ອນໂຮມຄອບຄົວ ປະຖັມມະວົງ
ບັນດາຄະນະກໍາມະການທ້ອນໂຮມຄອບຄົວ ປະຖັມມະວົງ

ປັດຈຸ​ບັນ​ນີ້ເຮົ​າ​ຢັ້ງ​ຢຶ​ນ ແລະ​ພິ​ສູດ​ໃຫ້​ເຫັນໄດ້​ວ່າ ປະ​ຊາ​ກອນ​ເຊື້ອ
​ສາຍລາວ-ອາ​ເມ​ຣິ​ກັນ ໄດ້​ບັນ​ລຸ​ຜົນ​ສຳ​ເລັດ ໃນການ​ຕັ້ງ​ຊີວິດ​ໃໝ່
​ຫລາຍໆ​ຢ່າງ​ ​ແລະ​ໄດ້​ມີ​ສ່ວນ​ປະ​ກອບ​ສ່ວນປະ​ກອບ​ສ້າງ​ປະ​ເທດ
ນີ້ ​ໃຫ້ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ ເຊ່ນ​ວ່າເປັນ ດ້ອກ​ເຕີ ທະ​ນາຍ​
ຄວາ​ມ ນັກ​ວິ​ສະ​ວະ​ກອນ ​ນັກ​ວິ​ທະຍາ​ສາດ ທະ​ຫານ ຕຳ​ຫລວດ
ເຈົ້າຂອງຮ້ານອາຫານທີ່ມີຊື່ສຽງ ນັກທຸລະກິດການຄ້າ ​ບັນ​ດາ
ຫົວ​ໜ້າ​ຫ້ອງ​ການ​ຕ່າງໆ ແລະ​ປະ​ກອບ ວິ​ຊາ​ອາ​ຊີບ​ອຶ່ນໆ​ ຢ່າງ
ເປັນ​ປຶກ​ແຜ່ນແໜ້ນ​ໜາ​ໃນ​ການ​ເປັນ​ພົນ​ລະ​ເມືອງ​ດີ​ຂອງ​ຊາດ.

ນອກຈາກ​ນັ້ນແລ້ວ ບັນ​ດາ​ເຍົາ​ວະ​ຊົນ​ເຊື້ອ​ສາຍ​ລາວ-ອາ​ເມ​ຣິ​ກັນ ທີ່​ໄດ້​ມາ​ເກີດ​ ​ແລະ​ໃຫຍ່​
ຢູ່​ຕ່າງ​ປະ​ເທດ ຕ່າງ​ກໍ​ມີ​ໂອ​ກາດໄດ້ຮັບການ​ສຶກ​ສາ​ສູງ​ ແລະສຳ​ເລັດປະ​ລິນ​ຍາຕ່າງໆຢ່າງ​
ໜ້າ​ສັນ​ລະ​ເສີນ ອັນ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ​ໃນ ປະ​ວັດ​ສາດຂອງ​ປ​ະຊາ​ຄົມ​ລາວ. ບັນ​ດາ​ປະ​ຊາ​ກອນ
​ລາວ-​ອາ​ເມ​ຣິ​ກັນ ເຫລົ່າ​ນີ້ ໄດ້​ແຍກ​ຍ້າຍກັນ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ທົ່ວ​ສະ​ຫະ​ລັດ ຫ່າງ​ໄກກັນ
ບໍ່ຄ່ອຍມີ​ໂອ​ກາດ​ໄດ້ພົບ​ພໍ້​ກັນ​ ຍ້ອນ​ຄວາມ​ຮັບ​ຜິດ​ຊອບໃນ​ການດຳ​ຣົງ​ຊີ​ວິດ​ປະ​ຈຳ​ວັນ
ເພາະ​ສະ​ນັ້ນ​ ການ​ຢື້​ຢາມ​ຖາມ​ຂ່າວຕິດ​ຕໍ່ຫາ​ກັນ ແມ່ນ​ທາງ​ໂທ​ລະ​ສັບ facebook ແລະ email ອັນ​ເປັນວິ​ທີ​ສື່​ສານຂ​ອງ​ໂລກ​ສະ​ໄໝ​ໃໝ່. ​ດ້ວຍ​ເຫດ​ນີ້​ເອງ ລາຍ​ການ​ຊີ​ວິດ​ຊາວ
ລາວ ໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ໃນແລງວັນ​ພະ​ຫັດ​ມື້​ນີ້ ຈຶ່ງໄດ້​ຖື​ໂອ​ກາດ​ນຳ​ເອົາລາຍ​
ງານ​ ການ​ເຕົ້າ​ໂຮມສະມາຊິກ ຄອບ​ຄົວປະ​ຖັມ​ມະ​ວົງ ​ແລະ​ຍາດ​ມິດ ​ຂອງ​ເຂົ້າ​ເຈົ້າ ໃນ​
ຮອບ 40 ປີ ມາເຫລົ່າ​ສູ່​ທ່ານ​ຟັງ​.

ບັນດາສະມາຊິກ ຄອບຄົວປະຖັມມະວົງ
ບັນດາສະມາຊິກ ຄອບຄົວປະຖັມມະວົງ

ສະ​ມາ​ຊິກ​ຄອບ​ຄົວ ປະ​ຖັມ​ມະ​ວົງ ແລະ​ເພື່ອນ​ມິດ​ໄດ້ໄປເຕົ້າ​
ໂຮມກັນ ຢູ່​ທີ່ລັດ Oregon​ ຊຶ່ງຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ເໜືອ
ຂອງສະ​ຫະ​ລັດ ຕິດ​ກັບມະຫາ​ສະມຸດປາຊິ​ຟິກ ​ທິດເໜືອຕິດກັບ
ລັດ Washington ທີ່ມີຊາຍ​ແດນຕໍ່​ກັນ​ກັບປະ​ເທດ​ກາ​ນາ​ດາ.
ເມືອງ​ເອກ​ຂອງລັດ Oregon ​ແມ່ນ​ Salem, ​ແຕ່​ວ່າ ​Portland ​
ເປັນເມຶອງ​ໃຫຍ່​ສຸດ ​ແລະ ​ສູນ​ກາງ​ການ​ຄ້າ ​ມີ​ປະຊາກອນອາ​ໄສ​
ຢູ່​ຢ່າງ​ໜ້າ​ແໜ້ນ. ​ອ້າງ​ອິງ​ຕາມ​ສະຖິຕິ​ປີ 2012 ລັດ Oregon
ມີ​ປະຊາກອນ​ທັງ​ໝົດ ​3 ລ້ານ 8 ​ແສນ 99 ພັນ​ຄົນ. ຮ່ວມ​ຢູ່​ໃນ​
ນັ້ນ ມີປະຊາກອນລາວ-ອາ​ເມຣິກັນ ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນີ້ປະມານ
5000 ຄົນ. ​ປະ​ຊາ​ຄົມ​ລາວອາ​ເມ​ຣິກັນແຫ່ງ​ນີ້ ມີວັດວາ​ອາ​ຮາມຢູ່ນຶ່ງວັດ ແລະ ມີ​ຮ້ານ​ອາ
ຫານທີ່​ຄົນ​ລາວ​ເປັນ​ເຈົ້າ​ຂອງ​ຢູ່ເກືອບ 40 ຮ້ານ. ເມືອງ Portland ​ສູນ​ກາງ​ການຄ້ານີ້
ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ​ມີເຮືອນ​ຊານ​ປຸກຢາຍຢູ່​ຕາມ​ເຈີ້ຍ​ພູ​ ມີ​ແມ່​ນໍ້າ ​ຂົວ​ຂ້າມ​ນໍ້າຫລາຍໆ ແຫ່ງ. Oregon ເປັນ​ລັດ​ທີ່​ມີ​ທໍາ​ມະ​ຊາດ​ອັນ​ສວຍງາມ ເຕັມ​ໄປ​ດ້ວຍ​ຕົ້ນ​ແປກ​ໃຫຍ່ ຢືນ​ຢຽດໄປ​ທົ່ວ​ລັດ. ເສດຖະກິດ​ຂອງ​ລັດ Oregon ຄື ການ​ລ້ຽງ​ງົວ ປູ​ກຜັກ ຟາ​ມປູກ​ຕົ້ນ​ໄມ້​ຕ່າງໆໝາກໄມ້ ນົມ ເນີຍ ​ແລະເຂົ້າ. ທາງ​ດ້ານ​ອຸສາ​ຫະກໍາ ​ກໍ​ມີ ການ​ຕັດ​ໄມ້ທ່ອນ​ ບໍລິສັດ
​ເຮັດເຄື່ອງ​ໃຊ້​ດ້ວຍ​ໄມ້ ​ບໍ​ລິ​ສັດຜະລິດ​ອາຫານ​ກະ​ປອງ ​ບໍ​ລິ​ສັດ​ເຮັດເຄຶ່ອງ​ໃຊ້ດ້ວ​ຍເຈ້ຍ
ເຄື່ອງຈັກ​ຕ່າງໆ ​ເຄື່ອງມື​ດ້ານ​ວິທະຍາສາດ ແລະ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຕ່າງໆ.

ສອງສາວນ້ອຍ ນາມສະກຸນປະຖັມມະວົງ ຟ້ອນອວຍພອນຕ້ອນຮັບແຂກໃນງານ:



ສະ​ມາ​ຊິກຄອບ​ຄົວປະ​ຖັມ​ມະ​ວົງ ຈຳນວນ​ນຶ່ງ ທີ່ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນີ້. ດ້ວຍ​ເຫດ
​ນີ້​ເອງ ​ເລີ້ມຈາກວັນ​ທີ 31 ເດືອນ ກໍລະກົດ ຫາ​ວັນ​ທີ 3 ສິງ​ຫາ ສະ​ມາ​ຊິກ​ຄອບ​ຄົວປະຖັມ
​ມະ​ວົງ ພ້ອມ​ດ້ວຍ​ເພື່ອນ​ມິດ ສາມ​ຮ້ອຍກວ່າ​ຄົນ ຈາກເຂດທ້ອງຖິ່ນ ຈາກຝຣັ່ງ ກາ​ນາ​ດາ
ອອ​ສ​ເຕຣ​ເລຍ ແລະ​ລັດ​ອຶ່ນໆໃນທົ່ວສະ​ຫະ​ລັດ ​ໄດ້​ນັດ​ໝາຍມາພົບພໍ້ກັນເປັນຄັ້ງ​ທຳ​ອິດ​
ໃນຮອບ 40 ປີ. ເວ​ລາສີ່​ວັນ​ຂອງ​ການ​ເຕົ້າ​ໂຮ​ມກັນນີ້ ​ໄດ້​ເປັນ​ວາ​ລະໂອກ​າດອັນ​ຕຶ່ນເຕັ້ນ
ທີ່​ສຸດທີ່​ພີ່ໆ​ນ້ອງໆ ​ແລະເພື່ອນ​ຝູງ ໄດ້​ມາ​ໂອ້​ລົ​ມ ກິນ​ເຂົ້າ​ຮ່ວມ​ກັນ ຖາມຂ່າວຄາວເຖິງ
ຄວາມສຸກ​ທຸກທີ່​ໄດ້ຫ່າງເຫີ​ນ ຢູ່​ໄກ​ກັນມາ​ເປັນ​ເວລາ​ອັນ​ດົນ​ນານ.
ຄວາມງາມຂອງການ ຈັດພາໝ້ຽງ ອາຫານພຶ້ນເມືອງລາວ
ຄວາມງາມຂອງການ ຈັດພາໝ້ຽງ ອາຫານພຶ້ນເມືອງລາວ

ການ​ເຕົ້າ​ໂຮມເຄືອຍາດຄັ້ງ​ນີ້ ໄດ້​ເລີ້ມ​ຂື້ນທີ່​ບ້ານ​ພັກ​ຂອງ ທ່ານ​
ນາງ ​ອຸ່​ນ​ເຮືອນ ປະ​ຖັມ​ມະ​ວົງ ແລະ​ສາ​ມີ ທ່ານ ດຣ. ບໍ​ລິ​ວົງ ຕາ​
ໂນ​ວັນ ອະ​ດີດ​ວິ​ສະ​ວະ​ກອນ​ໄຟ​ຟ້າ. ບັນດາ​ຍາດຕິ​ພີ່ນ້ອງ ຜູ້​
ເດີນທາງ​ມາຈາກ​ທາງ​ໄກ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ແລະ​ອິດ​ເມື່ອຍ
ໄດ້​ຖືກ​ຮັບ​ຕ້ອນ​ຢ່າງ​ອົບ​ອຸ່ນດ້ວຍ​ໃບ​ໜ້າ​ອັນ​ຍີ້ມ​ແຍ້ມ​ແຈ່ມ​ໃສ
ພ້ອມ​ດ້ວຍອາຫານ​ພື້ນ​ເມືອງ​ລາວອັນ​ແຊບ​ນົວທີ່​ບໍ່​ຄອຍ​ເຫັນ
ມາກ່ອນ ໄດ້ຖືກ​ຕົກ​ແຕ່ງ​ໄວ້ລໍ​ຖ້າຢ່າງ​ເປັນ​ທີ່​ຮຽບ​ຮ້ອຍ. ​ທ່ານ​
ນາງ ອຸ່ນ​ເຮືອນ ປະ​ຖັມ​ມະ​ວົງ ເຈົ້າ​ພາບຕ້ອນ​ຮັບເຄືອ​ຍາດ
ປະ​ຖັມ​ມະ​ວົງ ໄດ້ເລົ່າ​ເຖິງ​ສາ​ເຫດ​ຂອງ​ການ​ເຕົ້າ​ໂຮມ​ຄັ້ງ​ນີ້​ຕໍ່
ວີ​ໂອ​ເອ ວ່າ :
ທ່ານນາງ ອຸ່ນເຮືອນ ປະຖັມມະວົງ ຕາໂນວັນ ( ຊ້າຍສຸດ)
ທ່ານນາງ ອຸ່ນເຮືອນ ປະຖັມມະວົງ ຕາໂນວັນ ( ຊ້າຍສຸດ)


ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດຕໍ່​ມາ ​ມີ​ການ​ກິນ​ລ້ຽງ​ຊຸມ​ແຊວ​ກັນ
ຢ່າງ​ແໜ້ນໜາຄັ​ບ​ຄັ່ງທີ່​ຮ້ານ​ອາຫານ KAC Thai Fusion ​
ຊຶ່ງເປັນ​ຮ້ານ​ອາ​ຫານ​ຂອງ ທ່ານເມົ້າ ​ສະມາຊິກຄອບຄົວປະ​
ຖັມ​ມະ​ວົງ ຜູ້ເປັນ​ເຈົ້າພາບຕ້ອນຮັບ​ໃນ​ຄໍ່າ​ຄືນ​ວັນ​ນັ້ນ. ທ່ານ​ເມົ້າ ​ແລະພັນ​ລະ​ຍາ ແມ່ນ
ນັກທຸລະກິດ ລາວ-ອາ​ເມຣິກັນ ທີ່​ປະສົບ​ຜົນ​ສໍາ​ເລັດ ​ໃນ​ການ​ຕັ້ງ​ຊີ​ວິດ​ໃໝ່ ມີ ຮ້ານ​ອາ
ຫານຫລາຍ​ໆ​ຮ້ານ ຢູ່​ໃນ​ນະຄອນ Portland.

​ໃນຕອນ​ທ່ຽງ​ວັນ​ສຸກ ມີ​ຊຸມ​ນຸມ​ປິກ​ນິກ​ທີ່ Hegg Lake ຊຶ່ງ​ເປັນ​ສວນສາທາລະນະຂອງ
​ລັດ Oregon ບ່ອນ​ທີ່ມີ​ໜອງນໍ້າ ​ໃຫ້ຕຶກ​ເບັດ ຂີ່​ເຮືອ ຊົມ​ທໍາ​ມະ​ຊາດ​ອັນ​ງົດ​ງາມແລະ
ເຕັມ​ໄປ​ດ້ວຍປ່າໜາມ​ໝາກ Black Berry ທີ່​ກິນໄດ້ ​ເກີດ​ຢາຍ​ຕາມ​ທໍາ​ມະຊາດ​ຢ່າງ​
ຫລວງຫລາຍ​.

ຮ່ວມ​ຢູ່​ໃນບັນ​ດາແຂກ​ກິດ​ຕິ​ມາ​ສັກຂອງ​ຄອບ​ຄົວ ປະ​ຖັມ​ມ​ະ​ວົງ ທີ່​ໄດ້​ມາ​ຮ່ວມ ກໍ​ມີ ທ່ານ ດ​ຣ. ​ຊົມ​ພູ ອຸ​ດົມ​ວິ​ໄລ ຫົວໜ້າ​ວິທະຍາ​ໄລ​ດົງ​ໂດກ ທີ່​ໄດ້​ເດີນ​ທາງ​ມາ​ຈາກ​ປະ​ເທດ ອອ​ສ​ເຕຣ​ເລຍ. ​ວີ​ໂອ​ເອ ​ໄ​ດ້ຖືໂອ​ກາກາດນີ້ ໂອ້ລົມ​ຖາມ​ຂ່າວ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ພີ່ນ້ອງ
ຊາວ​ລາວ​ ທີ່ປະ​ເທດອອ​ສ​ເຕ​ເລຍ ຊຶ່ງ​ທ່ານ​ໄດ້​ເລົ່​າສູ່​ຟັງ​ວ່າ :
ດຣ. ຊົມພູ ແລະທ່ານນາງ ສຸລິສານ ອຸດົມວິໄລ
ດຣ. ຊົມພູ ແລະທ່ານນາງ ສຸລິສານ ອຸດົມວິໄລ

ລິງໂດຍກົງ

ຮ່ວມ​ຢູ່​ໃນ​ກາ​ນ​ຊຸມ​ນຸມ​ຄັ້ງ​ນີ້ ​ມີຫລານ​ໄພ້​ຂອງ ຄອບ​ຄົວ​ປະຖັມ​ມະ​ວົງ​ ​ທີ່ໜ້າ​ສົນ​ໃຈ​ຄົນ​ນຶ່ງຄື ນາງ Yuliya ​ປະ​ຖັມ​ມະ​ວົງ ພັນ​ລະ​ຍາ​ຂອງ ​ທ້າວ​ໄຊ​ຊະ​ນະ​ ປະຖັມ​ມະ​ວົງ. ​ນາງ Yuliya ແລະ​ຄອບ​ຄົວໄດ້​ເດີນ​ທາງ​ມາ​ຈາກ ປະເທດ Ukraine ອະ​ດີດ​ສາທາລະນະ​ລັດ​ນຶ່ງ ຂອງ ອະດີດສະ​ຫະ​ພາບ​ໂຊ​ຫວຽດ. ນາງ​ Yuliya ໄດ້ເລົ່າ​ຊີ​ວິດ​ຄອ​ບ​ຄົວ​ຂອງ​ນາງ ​ແລະ​ເປັນ​ຫຍັງຈຶ່ງ​ໄດ້​ມາ​ເປັນ ລູກ​ໄພ້​ ຫລານ​ໄພ້ຂອງຄອບ​ຄົວ ປະ​ຖັມມະ​ວົງ ນາງ​ກ່າວ​ຕໍ່ ວີ​ໂອ​ອາ ວ່າ :
ນາງ Yuliya ປະຖັມມະວົງ (ທີ່ສອງຈາກຊ້າຍມື)
ນາງ Yuliya ປະຖັມມະວົງ (ທີ່ສອງຈາກຊ້າຍມື)

ລິງໂດຍກົງ


ໃນ​ຕອນ​ເຊົ້າ​ວັນ​ເສົາ​ຢູ່​ທີ່ ​ວັດພຸ​ທທັມມະຣາມ ສູນກາງເຕົ້າ
​ໂຮມຂອງ ປະຊາຄົມລາວອາເມຮິກັນ ໃນເຂດນະຄອນ
Portland ທີ່ສ້າງຂື້ນມາໄດ້ 20 ກວ່າປີແລ້ວ ໂດຍມີພະອາຈານຄຳແສນ ກາບບົວຄຳ ເປັນ
ເຈົ້າອາວາດ. ໃນ​ວັນ​ນີ້ ບັນ​ດາສະ​ມາ​ຊິກ​ຄອບ​ຄົວ ປະ​ຖັມ​ມ​ະ​ວົງ​ ພ້ອມ​ດ້ວຍເພື່ອນ​ມິດ ແລະ​
ບັນ​ດາພຸດ​ທະບໍ​ລິ​ສັດ​ທັງ​ຫລາຍ ໄດ້​ພາ​ກັນ​ມາເຕົ້າ​ໂຮມ​ກັນເຮັດບຸນ​ສິນ​ກິນ​ທານ ຕັກບາດ
​ຫຍາ​ດນໍ້າ​ຫາຍາດ​ນ້ຳ​ຫາ​ຍາດຕິ​ພີ່ນ້ອງ​ຜູ້​ລວງ​ລັບ​ໄປ ແລະ ຖ​ວ​າຍ​ກອງ​ອັດ​ທະສາມກອງ. ​
ຫລັງ​ຈາກ​ນັ້ນ​ກໍ​ມີ​ພິ​ທີ ບາ​ສີ​ສູ່​ຂວັນ ໃຫ້​ຍາດ​ຕິ​ພີ່​ນ້ອງ​ທຸກໆ​ຄົນ ພ້ອມ​ດ້ວຍ​ການ​ສະ​ແດງເປົ່າ
​ແຄນ​ຂອງລູກ​ຫລານ ປະ​ຖັມ​ມະ​ວົງ.

ທ້າວ ແຈ໊ຕ ປະຖັມມະວົງ ເປົ່າແຄນ ເພັງດອກຈໍາປາ:



ຢູ່ນອກ​ສາ​ລາ​ໂຮງ​ທຳ ​ບໍລິ​ເວນເດີ່ນເລາະລຽບ​ກຳ​ແພງວັດ​ກໍ​ມີ ບັນ​ດາ​ພໍ່​ຄ້າ ແມ່​ຄ້າ​ທ້ອງ​ຖິ່ນ​ພາ​ກັນ​ນຳ​ເອົາ​ສິນ​ຄ້າ​ມາ​ວາງ​ຂາຍ ອັນ​ມີ ໜັງ​ຄວາຍ​ແຫ້ງ ໜໍ່​ແຍ້​ແຫ້ງ​ທີ່​ສົ່ງ​ມາ​ຈາກ​ ພ້ອມ​ດ້ວຍ​ຜົນ​ລະ​ປູກ​ຈາກ​ທ້ອງ​ຖິ່ນ. ພາຍໃຕ້​ດິນ​ຟ້າ​ອາ​ກາດ​ອັນ​ແຈ່ມ​ໄສ ບັນ​ຍາ​ກາດ​ຢູ່​ໃນ​ວັດ ພຸ​ທ​ທັມ​ມະ
ຣາມ ​ແຫ່ງ​ນີ້ເຕັ​ມ​ໄປ​ດ້ວຍເຊື້ອ​ສາຍ​ລາວ ທີ່​ມີ​ໃບ​ໜ້າ​ຍີ້ມ​ແຍ້​ມ​ແຈ່​ມ​ໃສ ໂອ້ລົມ​ກັນ​ເປັນ
ພາ​ສາ​ລາວ ບັນ​ດາ​ສະ​ຕີ​ພາ​ກັນ​ນຸ່ງ​ສີ້ນ​ບ່ຽງ​ແພ ຖື​ຂັນ​ຕັກ​ບາດ ແລະ ອຸ​ດົມ​ສົມ​ບຸນ​ໄປ​ດ້ວຍ​ອາ​ຫານ​ພື້ນ​ເມືອງ​ລາວ ເຫັນແລ້ວ​ບໍ່​ມີ​ຄວາມ​ແຕກ​ຕ່າງຫຍັງກັບ ເວ​ລາ​ທີ່​ທຸກ​ຄົນ​
ຍັງ​ດຳ​ລົງ​ຊີ​ວິດ ຢູ່ຄຸ້ມບ້ານໃດ ຄຸ້ມບ້ານນຶ່ງໃນ ນະຄອນຫລວງວຽງຈັນ ອັນ​ເປັນ​ບ້ານ
​ເກີດ​ເມືອງນອນ​ຂອງ​ເຮົາ.
ພະອາຈານ ຄໍາແສນ ກາບບົວຄໍາ ຢູ່ວັດ ພຸດທັມມະຣາມ
ພະອາຈານ ຄໍາແສນ ກາບບົວຄໍາ ຢູ່ວັດ ພຸດທັມມະຣາມ

ລິງໂດຍກົງ

ໃນ​ຕອນ​ແລງວັນ​ເສົາ ຄ່ຳຄືນ​ສຸດ​ທ້າຍ ມີງານກິນ​ລ້ຽງ​ລາ​ຕີສະ​ໂມ​ສອນ ສັ່ງ​ລາ​ກັນຢູ່​ໂຮງ​ແຮມ Crowne Plaza ໃນ​ນະ​ຄອນ Portland ຊຶ່ງ​ມີ​ສະ​ມາ​ຊິກ ຄອບ​ຄົວ​ປະ​ຖັມ​ມະ​ວົງ ແລະ​ຍາດ​ມິດ​ເຂົ້າ​ຮ່ວມ​ທັງ​ໝົດ 300 ກວ່າ​ຄົນ. ພິ​ທີດັ່ງ​ກ່າວ​ນີ້ໄດ້​ສ້າງ​ບັນ​ຍາ​ກາດອັນ​ສະ​ງ່າ​ຜ່າ​ເຜີຍ​ໃຫ້​ແກ່ສະ​ມາ​ຊິກ ແລະ ບັນ​ດາແຂກ​ທີ່ເຂົ້າ​ຮ່ວມ. ບັນ​ດາ​ສຸ​ພາບ​ສະ​ຕີ ​ພາ​ກັນແຕ່ງ​ໂຕ​ຢ່າງ​ງົດ​ງາມ ຍັງ​ສືບ​ຕໍ່​ຮັກ​ສາ​ການ​ນຸ່ງ​ສີ້ນ​ໄໝ ບ່ຽງ​ແພ​ອັນ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາ​ມ​ເປັນ ສະ​ຕີ​ລາວ-ອາ​ເອ​ເມ​ຣິ​ກັນ ແລະ​ເຖິງ​ແມ່​ນ​ວ່າ​ ໄດ້​ມ​າ​ຢູ່ນອກ​ປະ​ເທດ​ເປັນ​ເວລາ​ອັນ​ດົນ​ນານແລ້ວ​ກໍ​ຕາມ ​ແຕ່ກໍ​ຍັງ​ບໍ່​ຫລົງ​ລືມ ຮັກ​ສາ​ຮິດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊົນ​ຊາດ​ລາວ. ​ລາຍ​ການ​ຂອງ​ຄ່ຳ​ຄືນ​ອຳ​ລາ​ພາ​ຈາກ​ນີ້ ປະ​ກອບ​ດ້ວຍ​ການຮັບ​ປະ​ທານ​ອາ​ຫານ ​ການເລົ່າເຖິງ​ປະ​ຫວັດຄອບ​ຄົວ​ປະ​ຖັ​ມ​ມະ​ວົງ ລະ​ນຶກ​ເຖິງ​ບັນ​ດາບັນ​ພະ​ບູ​ລຸດ​ ຄອບ​ຄົວ​ປະ​ຖັມ​ມະ​ວົງ ທີ່​ເຄີຍ​ໄດ້​ວາງ​ບົດ​ບາດ​ອັນ​ສຳ​ຄັນ​ໄວ້ ໃນ​ປະ​ຫວັດ​ສາດ​ຂອງ​ຜືນ​ແຜ່ນ​ດີນ​ລາວ.

ທ້າວ ເຈເດິນ ປະຖັມມະວົງ ເປົ່າແຄນ ເພງແມງພູ່:



ບັນ​ດາ​ສະ​ມາ​ຊິກ​ລູກ​ຫລານ ຄອບ​ຄົວປະ​ຖັມ​ມະ​ວົງ ຕ່າງ​ກໍ​ພາ​ກັນ​ວາງ​ບົດ​ບາດ ສະ​ແດງ​ພອນ​ສະ​ຫວັນເປົ່າ​ແຄນ ດົນ​ຕີ​ພື້ນ​ເມືອງ​ລາວ ດົນ​ຕີ​ສາ​ກົນ ຟ້ອນ​ນາ​ດ​ຕະ​ສິນ ທັງ​ລຸ້ນ​ອາ​ວຸ​ໂສ ແລະ​ເກີດ​ໃໜ່​ໃຫ​ຍ່​ລຸ່ນ. ບັນ​ດາແຂກ​ເຂົ້າ​ຮ່ວມ​ຕ່າງ​ກໍ​ພາ​ກັນ​ໄດ້​ຮັບ​ຄວາມ​ມ່ວ​ນຊື່ນ ກັບ​ການ​ລ້າຍ​ລຳໄປ​ຕາມຈັ​ງວະ​ເພງ​ຕ່າງໆ ໃນ​ທີ່​ສຸດພໍຮອດເວ​ລາ​ທ່ຽງ​ຄືນ ເວ​ລານາ​ທີ່ ທີ່ທຸກ​ຄົນ​ບໍ່​ຢາກ​ໃຫ້ມາ​ເຖິງ​ນັ້ນ ກໍ​ບໍ່​ມີຫ​ຍັງ​ທີ່ສາ​ມາດ​ມາ​ຢຸດ​ຢັ້ງ​ໄດ້ ທຸກ​ຄົນ​ໄດ້​ອຳ​ລາ​ພາ​ຈາກ​ກັນ​ໄປດ້ວຍ​ສຽງ​ເພງ ລາ​ກ່ອນ​ຈາກ ‘ສາຍ​ຕາ​ເຮົາ​ພົບ​ກັນ​ທີ່ດວງ​ຈັນ​ທາ” ແລະປະ​ໄວ້​ໃຫ້​ເປັນ​ພຽງ​ຮູບ​ພາບ ​ຄວາມ​ຊົງ​ຈຳ ທີ່​ນຳ​ມາ​ອວດ​ອ້າງ​ກັນ​ຢູ່​ໃນ facebook.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG