ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Pataki ສະມັກເຂົ້າແຂ່ງຂັນ ໃນນາມພັກຣີພັບບລີກັນ ເປັນປະທານາທິບໍດີ ປີ 2016


ຶອະດີດຜູ້ປົກຄອງລັດນິວຢອກ ທ່ານ George Pataki ກຳລັງ ທັກທາຍກັບບັນດາຜູ້ສະໜັບສະໜູນ.
ຶອະດີດຜູ້ປົກຄອງລັດນິວຢອກ ທ່ານ George Pataki ກຳລັງ ທັກທາຍກັບບັນດາຜູ້ສະໜັບສະໜູນ.

ເວ​ທີ​ຜູ້​ສະມັກເຂົ້າແຂ່ງຂັນ ທີ່ຫວັງເປັນປະທານາທິບໍດີສະຫະ
ລັດຂອງພັກຣີພັບ ບລີກັນ ຊຶ່ງແອອັດຢູ່ແລ້ວນັ້ນ ​ໄດ້​ເພີ້​ມຂຶ້ນ
ອີກຄົນນຶ່ງ ຄື ອະ​ດີດ​ຜູ້​ປົກຄອງ​ລັດ​ນິວຢອກ ທ່ານ George
Pakaki ​ທີ່ໄດ້​ປະກາດລົງ​ສະມັກ​ແຂ່ງຂັນໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ Pataki ຊຶ່ງໄດ້ເປັນຜູ້ນຳຂອງ​ລັດ​ນິວຢອກໃນລະຫວ່າງ
​ການໂຈມຕີຂອງ ພວກກໍ່ການຮ້າຍເມື່ອວັນ​ທີ 11 ​ເດືອນ​ກັນຍາ
ປີ 2001 ໄດ້​ປະກາດການສະ ມັກເຂົ້າແຂ່ງຂັນຂອງທ່ານ ດ້ວຍ
ການອອກວີດີໂອຜ່ານ​ທາງ You Tube ໂດຍໃຫ້​ຄຳ​ໝັ້ນ​ສັນຍາ
ວ່າຈະ​ຕອບ​ໂຕ້​ຢ່າງ​ແຂງຂັນ​ຕໍ່ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າໄດ້​ເຫັນ​ຢ່າງ​ຄັກແນ່ ໃນສິ່ງທີ່​ຕິດຕາມ​ມາຢ່າງໜ້າຢ້ານກົວ ທີ່​
ຫລາຍ​ຄົນ​ເຊຶ່ອກັນວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ແມ່ນຢູ່​ຫ່າງໄກຫຼາຍ​ພັນ​ໄມ​ ຂ້າມ​
ມະຫາ​ສະມຸດ ​ແລະ​ພວກ​ເຮົາ​ມີ​ຄວາມ​ປອດ​ໄພ​ ຢູ່​ໃນອາ​ເມຣິກາ. ​ແຕ່ເປັນ​ທີ່​ໜ້າເສຍໃຈ
ວ່າ ມັນ​ບໍ່​ແມ່ນຄວາມ​ຈິງ​ໃນ​ເວລາ​ນັ້ນ ​ແລະ​ມັນກໍ​ບໍ່​ແມ່ນ​ຄວ​າມຈິງ​ໃນ​ປັດ​ຈຸບັນ​ນີ້.”

ທ່ານ Pataki ອາຍຸ 69 ປີ ​ທີ່ມີຄວາມຄິດທາງ​ການ​ເມືອງ​ເປັນ​ກາງນັ້ນ ແມ່ນ ເບິ່ງກັນ​ວ່າ
​ມີໂອກາດທີ່ຈະປະສົບຜົນສຳເລັດໜ້ອຍຫຼາຍ ​ໃນ​ເວ​ທີຂອງພັກຣີພັບ​ບລິ​ກັນ ຊຶ່ງໃນປັດ
ຈຸບັນນີ້ມີຜູ້ປະກາດສະມັກ​ແລ້ວແປດຄົນພ້ອມ​ກັບ​ອີກ​ແປດ​ຄົນ ​ທີ່​ກຳລັງ​ພິຈາລະນາ
​ເພື່ອ​ສະ​ມັກເຂົ້າແຂ່ງຂັນ.

ຍັງ​ບໍ່​ທັນມີ​ຜູ້ມີຄະແນນສຽງນຳ​ໜ້າເທື່ອ​ສຳຫລັບການເລືອກຕັ້ງຂັ້ນຕົ້ນຂອງ ພັກຣີພັບ
ບລີກັນໃນ​ປີ 2016 ​ອີງຕາມ​ການ​ຢັ່ງ​ຫາງສຽງ​ໃນ​ວັນ​ພະຫັດວານນີ້ ​ໂດຍມະ ຫາວິທະຍາ​
ໄລ Quinnipiac.

US Politics
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG