ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາຈານຈອນ ພຣະສະຫວັດ ແລະພັນລະຍາ ຕິດໂຄວິດ-19 ທັງໆ​ທີ່​ໄດ້​​ມີ​ການລະ​ມັດ​ລະ​ວັງ


ພວກພະຍາບານກຳລັງປິ່ນປົວຄົນປ່ວຍໂຄວິດ-19 ຢູ່ຫ້ອງສຸກເສີນ (ICU) ທີ່ໂຮງໝໍ Providence Mission Hospital ໃນ Mission Viejo, ລັດຄາລິຟໍເນຍ, ວັນທີ 25 ມັງກອນ 2022.
ພວກພະຍາບານກຳລັງປິ່ນປົວຄົນປ່ວຍໂຄວິດ-19 ຢູ່ຫ້ອງສຸກເສີນ (ICU) ທີ່ໂຮງໝໍ Providence Mission Hospital ໃນ Mission Viejo, ລັດຄາລິຟໍເນຍ, ວັນທີ 25 ມັງກອນ 2022.

ສິດຍາພິບານຈອນ ພຣະສະຫວັດ ແມ່ນອາຈານສອນສາດສະໜາຄຣິສ ມີໂບດ ຊື່ວ່າ “ລາວຄຣິສຕຽນອາລາຍເຊີຈ໌ຢູ່ສະຕັອກຕັນ (Lao Christians alliance Church Stockton) ໃນລັດຄາລີຟໍເນຍ ແລະໃນວັນເສົາ ທີ 29 ມັງກອນ ທີ່ ຜ່ານມານີ້ ອາຈານຈອນແລະພັນລະຍາ ໄດ້ເຂົ້ານອນ ຢູ່ໂຮງໝໍຊາກຣາເມັນໂຕ (Sacramento) ເພື່ອປິ່ນປົວໂຄວິດ-19 ຢູ່ຈົນເຖິງເທົ້າປັດຈຸບັນ. ອາການຂອງ ອາຈານຈອນ ປາກົດວ່າດີຂຶ້ນມາແດ່ແລ້ວ ແຕ່ພັນລະຍາ ຍັງຢູ່ໃນອາການໜັກ. ວີໂອເອ ໄດ້ໂອ້ລົມຖາມຂ່າວ ກັບອາຈານຈອນ ຢູ່ຕຽງນອນໂຮງໝໍ ຊຶ່ງທ່ານໄດ້ເລົ່າເຖິງເຫດການສູ່ຟັງດັ່ງນີ້:

ອາຈານຈອນ ພຣະສະຫວັດ ເປັນຜູ້ຮູ້ດີໃນເຂດນະຄອນຊາກຣາເມັນໂຕ ທ່ານ ແລະພັນລະຍາ ໄດ້ໄປຢ້ຽມຢາມ ງັນເຮືອນດີ ຄົນລາວທີ່ເສຍຊີວິດ ຊຶ່ງເປັນ ບ່ອນມີຄົນແອອັດ. ທ່າມກາງການລະບາດໂຄວິດ-19 ນີ້ມີຜູ້ໃສ່ໜ້າກາກ ແລະ ຜູ້ບໍ່ໃສ່ໜ້າກາກ. ອາຈານຈອນ ແລະພັນລະຍາ ໄດ້ໃສ່ໜ້າກາກ ຢູ່ສະເໝີ ພ້ອມທັງໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 ຢ່າງຄົບຖ້ວນ. ສາມອາທິດຕໍ່ມາ ອາຈານຈອນ ແລະພັນລະຍາ ໄດ້ເກີດປວດຕົນໂຕ ຢູ່ຕາມຮ່າງກາຍ ຖືຄີງໄຂ້ ໃນທີ່ສຸດ ອາຈານຈອນ ແລະພັນລະຍາ ໄດ້ເຂົ້ານອນຢູ່ໂຮງໝໍ ຈົນເຖິງປັດຈຸ ບັນ. ພັນລະຍາຂອງອາຈານຈອນ ຍັງຢູ່ໃນຫ້ອງມໍລະສຸມ ມີອາການໜັກ ບໍ່ມີ ໃຜສາມາດເຂົ້າໃກ້ ແລະຢ້ຽມຢາມໄດ້.

XS
SM
MD
LG