ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ເຮືອບິນໂດຍສານເກີດໄຟໄໝ້ທີ່ສະໜາມບິນເກົາຫຼີໃຕ້ ຜູ້ໂດຍສານ 176 ຄົນຖືກຍົກຍ້າຍອອກປອດໄພທຸກຄົນ  


ເຈົ້າ​ໜ້າ​ທີ່​ດັບ​ເພີງ​ເຮັດ​ວຽກ​ເພື່ອ​ດັບ​ໄຟ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ເຮືອ​ບິນ​ແອ​ບ​ຊານ​ທີ່​ສະ​ໜາມ​ບິນ​ສາ​ກົນ ກິນແຮ ໃນ​ນະ​ຄອນ​ປູ​ຊານ ເມື່ອ​ວັນ​ທີ 28 ມັງ​ກອນ 2025.
ເຈົ້າ​ໜ້າ​ທີ່​ດັບ​ເພີງ​ເຮັດ​ວຽກ​ເພື່ອ​ດັບ​ໄຟ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ເຮືອ​ບິນ​ແອ​ບ​ຊານ​ທີ່​ສະ​ໜາມ​ບິນ​ສາ​ກົນ ກິນແຮ ໃນ​ນະ​ຄອນ​ປູ​ຊານ ເມື່ອ​ວັນ​ທີ 28 ມັງ​ກອນ 2025.

ເຮືອບິນໂດຍສານເກີດໄຟໄໝ້ກ່ອນຂຶ້ນບິນທີ່ສະໜາມບິນໃນເກົາຫຼີໃຕ້ເມື່ອຕອນ ຄໍ່າຂອງວັນອັງຄານຜ່ານມາ. ແຕ່ຜູ້ໂດຍສານ 176 ຄົນເທິງເຮືອບິນໄດ້ຮັບການຍົກຍ້າຍອອກຢ່າງປອດໄພ, ເຈົ້າໜ້າທີ່ກ່າວ. ອີງຕາມອົງການຂ່າວເອພີລາຍງານ.

ກະຊວງຄົມມະນາຄົມກ່າວໃນຖະແຫຼງການວ່າ. ເຮືອບິນແອຣບັສຂອງສາຍການບິນ ແອຣ ປູຊານ ຂອງເກົາຫຼີໃຕ້ກຳລັງກຽມອອກເດີນທາງໄປຍັງຮົງກົງ. ແຕ່ສ່ວນດ້ານຫຼັງຂອງເຮືອບິນເກີດໄຟໄໝ້ທີ່ສະໜາມບິນນາໆ ຊາດ ກິມແຮ ທາງພາກຕາເວັນອອກສຽງໃຕ້.

ກະຊວງຄົມມະນາຄົມກ່າວໃນຖະແຫຼງການວ່າ ຜູ້ໂດຍສານ 169 ຄົນ ພ້ອມດ້ວຍຈຸບິນ 6 ຄົນ ແລະ ວິສະວະກອນ 1 ຄົນ ໃນເຮືອບິນລຳດັ່ງກ່າວໄດ້ຮັບການຍົກຍ້າຍໂດຍໃຊ້ທາງເລື່ອນໜີໄພ.

ອົງການດັບເພີງແຫ່ງຊາດກ່າວໃນຖະແຫຼງການວ່າ. ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 3 ຄົນລະຫວ່າງການຍົກຍ້າຍ. ອົງການດັບເພີງກ່າວຕື່ມວ່າ ໄຟໄໝ້ຖືກມອດໄດ້ທັງໝົດເມື່ອເວລາ 23:31 ນາທີ, ປະມານ 1 ຊົ່ວໂມງລຸນຫຼັງສົ່ງເຈົ້າ ໜ້າທີ່ດັບເພີງແລະລົດດັບເພີງໄປຍັງຈຸດເກີດເຫດ.

ສາເຫດຂອງໄຟໄໝ້ຍັງບໍ່ຮູ້ຈະແຈ້ງ ກະຊວງຄົມມະນາຄົມກ່າວວ່າ ເຮືອບິນລຳດັ່ງກ່າວເປັນລຸ້ນ A321. ເຫດການເມື່ອວັນອັງຄານຜ່ານມາເກີດຂຶ້ນນຶ່ງເດືອນລຸນຫຼັງເຮືອບິນໂດຍສານຂອງສາຍການບິນ ເຈຈູແອຣ໌ ທີ່ສະໜາມບິນນາໆຊາດ ມູອັນ ທາງພາກໃຕ້ຂອງເກົາຫຼີໃຕ້ ທີ່ມີຜູ້ເສຍຊີວິດທັງໝົດ ຍົກເວັ້ນ 2 ຄົນຈາກຜູ້ໂດຍສານ 181 ຄົນໃນເຮືອບິນ. ຖືວ່າເປັນໄພພິບັດທີ່ຮ້າຍແຮງທີ່ສຸດຄັ້ງນຶ່ງໃນປະຫວັດສາດການບິນຂອງເກົາຫຼີໃຕ້.

ວັນທີ 29 ທັນວາ ເຮຶອບິນໂບອິງ 737-800 ໄດ້ມື່ນໄຫຼອອກຈາກທາງແລ່ນທີ່ສະໜາມບິນລຸນຫຼັງຈາກກົງລໍ້ລົງຈອດບໍ່ກາງອອກ ແລ່ນຕໍາໂຄງສ້າງຄອນກຣີຕ ແລະ ລະເບີດເປັນໄຟລຸກໄໝ້, ເຮືອບິນລຳດັ່ງກ່າວເດີນທາງກັບຈາກ ບາງກອກ ແລະ ຜູ້ເສຍຊີວິດທັງໝົດເປັນຊາວເກົາຫຼີໃຕ້ ຍົກເວັ້ນຊາວໄທ 2 ຄົນ.

ລາຍງານເບື້ອງຕົ້ນກ່ຽວກັບເຫດການເຮືອບິນຕົກທີ່ເຜີຍແຜ່ເມື່ອວັນຈັນຜ່ານມາວ່າ, ເຈົ້າໜ້າທີ່ໄດ້ຢືນຢັນຮ່ອງຮອຍຂອງນົກທີ່ບິນຕໍາເຄື່ອງຈັກຂອງເຮືອບິນແລ້ວແຕ່ເຈົ້າໜ້າທີ່ຍັງບໍ່ສາມາດກ່າວເຖິງສາເຫດຂອງອຸປັດຕິເຫດທີ່ເກີດຂຶ້ນໄດ້.

ອ່ານຂ່າວເປັນພາສາອັງກິດ

A passenger plane caught fire before takeoff at an airport in South Korea late Tuesday, but all 176 people on board were safely evacuated, authorities said.

The Airbus plane operated by South Korean airline Air Busan was preparing to leave for Hong Kong when its rear parts caught fire at Gimhae International Airport in the southeast, the Transport Ministry said in a statement.

The plane's 169 passengers, six crewmembers and one engineer were evacuated using an escape slide, the ministry said.

The National Fire Agency said in a release that three people suffered minor injuries during the evacuation. The fire agency said the fire was completely put out at 11:31 p.m., about one hour after it deployed firefighters and fire trucks at the scene.

The cause of the fire wasn't immediately known. The Transport Ministry said the plane is an A321 model.

Tuesday's incident came a month after a Jeju Air passenger plane crashed at Muan International Airport in southern South Korea, killing all but two of the 181 people on board. It was one of the deadliest disasters in South Korea’s aviation history.

The Boeing 737-800 skidded off the airport's runaway on Dec. 29 after its landing gear failed to deploy, slamming into a concrete structure and bursting into flames. The flight was returning from Bangkok and all of the victims were South Koreans except for two Thai nationals.

The first report on the crash released Monday said authorities have confirmed traces of bird strikes in the plane’s engines, though officials haven’t determined the cause of the accident.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG