ລະບຽບກ່ຽວກັບການຫ້າມເດີນທາງຮອບຫລ້າສຸດຂອງສະຫະລັດ ເບິ່ງຄືວ່າໄດ້ດຳເນີນ
ໄປດ້ວຍຄວາມລາບລື່ນດີ ໃນວັນສຸກມື້ນີ້ ໂດຍບໍ່ມີຄວາມວຸ້ນວາຍ ແລະບັນຫາໃດໆ
ຄືກັບດັ່ງທີ່ໄດ້ເກີດຂຶ້ນ ໃນການພະຍາຍາມເທື່ອທຳອິດ. ລະບຽບການດັ່ງກ່າວໄດ້ມີຂຶ້ນ
ບໍ່ເທົ່າໃດມື້ ຫລັງຈາກສານສູງສຸດຂອງສະຫະລັດໄດ້ຕັດສິນຟື້ນຟູບາງສ່ວນຂອງດຳ
ລັດຈຳກັດການເດີນທາງຂອງປະທານາທິບໍດີດໍໂນລທຣຳ ທີ່ໄດ້ຖືກໂຈະ ຍ້ອນສານ
ໃນລະດັບທີ່ຕ່ຳລົງມາບົນພື້ນຖານທີ່ວ່າ ມັນຂັດກັບກົດລັດຖະທຳມະນູນ.
ສະຫະລັດ ໄດ້ຈັດຕັ້ງປະຕິບັດ ກົດລະບຽບໃໝ່ ໃນຄືນວັນພະຫັດວານນີ້ ທີ່ບັງຄັບ
ໃຫ້ພວກຂໍວີຊາຈາກ 6 ປະເທດ ທີ່ຜູ້ຄົນສ່ວນໃຫຍ່ເປັນຊາວມຸສລິມນັ້ນ ມີ ຄວາມ
ສຳພັນທີ່ໃກ້ຊິດກັບສະມາຊິກໃນຄອບຄົວ ຫຼືບໍ່ ກໍມີທຸລະກິດໃນສະຫະລັດ ຈຶ່ງຈະ
ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມາຍັງສະຫະລັດໄດ້.
ບັນດາເຈົ້າໜ້າທີ່ອາວຸໂສລັດຖະບານ ໃນຕອນເຊົ້າວັນພະຫັດວານນີ້ ໄດ້ກ່າວວ່າ
ເຈົ້າໜ້າທີ່ກົງສຸນ ຄວນຈະດຳເນີນການຕາມຂັ້ນຕອນແບບໃດກັບການຂໍວີຊາສຳ
ລັບຜູ້ຄົນ ຈາກ ອີຣ່ານ, ລີເບຍ ໂຊມາເລຍ ຊູດານ ຊີເຣຍ ແລະເຢເມນ.
ກົດລະບຽບໃໝ່ໄດ້ມີຜົນບັງຄັບໃຊ້ໃນເວລາ 8:00 ໂມງຕອນແລງ ຕາມເວລາທ້ອງ
ຖິ່ນໃນວັນພະຫັດວານນີ້.
ຜູ້ໃດທີ່ໄດ້ຢູ່ໃນບ່ອນລໍຖ້າເຂົ້າມາສະຫະລັດ ທີ່ມີກຳນົດເດີີນທາງກ່ອນວັນທີ 6 ກໍ
ລະກົດ ຈະໄດ້ຮັບອະນຸຍາດໃຫ້ເຂົ້າມາໄດ້. ພວກທີ່ໄດ້ຊື້ປີ້ເດີນທາງຫລັງຈາກນັ້ນ
ຈະໄດ້ຮັບການແກ້ໄຂຕາມ “ພາຍຫລັງ’ ອີງຕາມບັນດາເຈົ້າໜ້າທີ່ອາວຸໂສຂອງລັດ
ຖະບານ.
ເຈົ້າໜ້າທີ່ລັດຖະບານກ່າວວ່າ ການຂໍຄຳຮ້ອງວີຊາກ່ອນໜ້ານັ້ນຈະບໍ່ຖືກລົບລ້າງ
ແຕ່ວ່າ ບັນດາຜູ້ຂໍຮ້ອງໃໝ່ທັງໝົດຈະຕ້ອງພິສູດເຖິງຄວາມຈິງ ໃນຄວາມສຳພັນທີ່
ໃກ້ຊິດກັບສະມາຊິກໃນຄອບຄົວຫຼືບໍ່ກໍມີທຸລະກິດໃນສະຫະລັດ ນອກຈາກຜ່ານ
ການກວດສອບຕາມປະເພນີແລ້ວ.
ພວກເຈົ້າໜ້າທີ່ກ່າວວ່າ “ພວກເຮົາຄາດວ່າ ຈະມີການດຳເນີນການຕາມປົກກະຕິ
ຢູ່ດ່ານກວດຂາເຂົ້າຕ່າງໆ ເລີ່ມແຕ່ 8:00 ໂມງແລງເປັນຕົ້ນໄປ” ໂດຍຄາດຄະເນ
ວ່າ ຈະເປັນໄປແບບລາບລື່ນ. ການຈັດຕັ້ງເທື່ອທຳອິດ ຂອງດຳລັດໂຈະການ ເດີນ
ທາງໃນເດືອນມັງກອນທີ່ຜ່ານມາ ແມ່ນມີການປະທ້ວງຢູ່ຕາມສະໜາມບິນຕ່າງໆ
ທົ່ວປະເທດ.
ການຫ້າມ 120 ວັນຕໍ່ອົບພະຍົບ ແລະກຳນົດການຮັບເອົາອົບພະຍົບ 50,000 ຄົນ
ທີ່ເຂົ້າມາສະຫະລັດ ກໍເລີ້ມມີຜົນບັງຄັບໃຊ້ໃນແລງວັນພະຫັດວານນີ້ ເຖິງຢ່າງໃດ
ກໍດີ ອົບພະຍົບໃດໆທີ່ສາມາດພິສູດຄວາມສຳພັນທີ່ໃກ້ຊິດກັບສະມາຊິກໃນຄອບ
ຄົວຢູ່ໃນສະຫະລັດ ອາດຈະໄດ້ຮັບອະນຸຍາດໃຫ້ເຂົ້າມາ.