ລັດຖະບານສະຫະລັດ ເຮັດໝົດທຸກສິ່ງທຸກຢ່າງ ແຕ່ກໍຮັບປະກັນວ່າ ຍັງຈະສືບຕໍ່ປິດ
ລັດຖະບານ ເປັນບາງສ່ວນໄວ້ ຈົນຮອດປີໃໝ່ຈະມາເຖິງນີ້ ໃນຂະນະທີ່ ທັງສະພາສູງ
ແລະສະພາຕ່ຳ ຕ່າງກໍບໍ່ມີແຜນທີ່ຈະດຳເນີນວຽກງານໃດໆ ໃນຊ່ວງທີ່ຍັງເຫລືອຢູ່
ຂອງປີ 2018 ນີ້.
ຍ້ອນເງິນງົບປະມານຂອງລັດຖະບານໄດ້ໝົດລົງເກືອບ 1 ອາທິດແລ້ວ ແຕ່ວ່າ ສະພາບທີ່ຕົກລົງກັນບໍ່ໄດ້ ລະຫວ່າງ ປະທານາທິບໍດີດໍໂນລ ທຣຳ ທີ່ຮຽກຮ້ອງ ໃຫ້ລັດຖະສະພາອະນຸມັດເງິນຫລາຍຕື້ໂດລາເພື່ອສ້າງກຳແພງຢູ່ຕາມຊາຍແດນ ສະຫະລັດກັບເມັກຊິໂກ ແລະສະມາຊິກລັດຖະສະພາສັງກັດພັກເດໂມແຄຣັດທີ່ສະໜັບສະໜຸນການເພີ້ມງົບປະມານ ໃນການຮັກສາຄວາມປອດໄພ ຢູ່ຕາມຊາຍແດນພຽງໜ້ອຍດຽວແຕ່ກໍຄັດຄ້ານຢ່າງເດັດດ່ຽວຕໍ່ການສ້າງກຳແພງດັ່ງກ່າວນັ້ນ.
ໃນວັນພະຫັດວານນີ້, ສະພາຕ່ຳ ແລະສະພາສູງໄດ້ເປີດກອງປະຊຸມເປັນເວລາສັ້ນໆ ບໍ່ພໍເທົ່າໃດນາທີ ໂດຍບໍ່ໄດ້ເອີ່ຍເຖິງເລື້ອງຢຸດເຮັດວຽກຂອງລັດຖະບານ ຫລືວິທີການແກ້ໄຂໃດໆ ທີ່ອາດເປັນໄປໄດ້ແຕ່ຢ່າງໃດເລີຍ. ທັງສອງສະພາມີແຜນການທີ່ຈະເປີດກອງປະຊຸມພໍເປັນພິທີໂດຍທີ່ບໍ່ມີການດຳເນີນງານຫຍັງ ໃນວັນຈັນ ທີ 31 ທັນວາທີ່ຈະມາເຖິງນີ້.
ໃນການຂຽນລົງທວີດເຕີ ຕອນຕົ້ນໆ ຂອງວານນີ້ ທ່ານທຣຳ ກ່າວຢືນຢັນວ່າ "ເຈົ້າໜ້າທີ່
ລາດຕະເວນຊາຍແດນ ຢາກໄດ້ກຳແພງ" ແລະກໍອ້າງເຫດຜົນວ່າ "ຕ້ອງໄດ້ຍຸຕິຢາເສບ
ຕິດ, ການຄ້າມະນຸດ, ສະມາຊິກຂອງພວກແກັ່ງ, ພວກກໍ່ອາດຊະຍາກຳ ບໍ່ໃຫ້ເຂົາເຂົ້າ
ມາໃນປະເທດຂອງພວກເຮົາ."
ເມື່ອຖືກຖາມໃນວັນພຸດຜ່ານມາວ່າ ການປິດລັດຖະບານລົງນີ້ຈະແກ່ຍາວໄປດົນປານໃດ,
ຕາມທີ່ທ່ານຄິດ, ທ່ານທຣຳ ບອກພວກນັກຂ່າວວ່າ "ຈະດົນປານໃດກໍໄດ້."
ທ່ານບໍ່ໃຫ້ຄຳເຫັນຫຍັງກ່ຽວກັບວ່າ ທ່ານຈະຍອມລົດລະໃນການຮຽກຮ້ອງເອົາເງິນ 5 ຕື້
ໂດລາ ເພື່ອສ້າງກຳແພງນັ້ນ ຫລືບໍ່.
ໃນຂະນະດຽວກັນ, ພວກສິມາຊີກພັກເດໂມແຄຣັດຕຳໜິທ່ານ ທຣຳວ່າເຮັດໃຫ້ ປະເທດ
ຊາດ “ຕົກໄປຢູ່ໃນສະພາບໂກລາຫົນວຸ້ນວາຍ” ແລະໄດ້ເວົ້າໃນຫລາຍອາທິດຜ່ານມາວ່າ
ທ່ານທຣຳເວົ້າວ່າທ່ານ "ພູມໃຈ" ທີ່ຈະເປັນຜູ້ "ຮັບຜິດຊອບ" ໃນການອັດລັດຖະບານລົງນີ້
ເພື່ອແລກກັບເງິນ ເພື່ອໄປສ້າງກຳແພງ.
ຢູ່ໃນຖະແຫລງການຮ່ວມສະບັບນຶ່ງນັ້ນ, ຜູ້ນຳສຽງສ່ວນໜ້ອຍໃນສະພາສູງ, ທ່ານຊັກ
ຈຊຸມເມີ (Chuck Schumer) ຈາກລັດນີວຢອກ ແລະຜູ້ທີ່ຈະເປັນປະທານສະພາຕ່ຳ,
ທ່ານນາງ ແນນຊີ ເປໂລຊີ (Nancy Pelosi) ຈາກລັດຄາລິຟໍເນຍເວົ້າວ່າ "ປະທານາ
ທິບໍດີຢາກໃຫ້ມີການປິດລັດຖະບານ ແຕ່ກໍປາກົດວ່າ ທ່ານບໍ່ຮູ້ວ່າ ຈະເອົາຕົນອອກຈາກ
ສະພາບດັ່ງກ່າວ ໄດ້ແນວໃດ."