ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສະຫະລັດ ຈະລົງຄະແນນສຽງ ໃນຕອນທ່ຽງ ວັນຈັນມື້ນີ້ ເພື່ອຍຸຕິ ການອັດລັດຖະບານ


Smoke rises from a fire onboard the <em>MV X-Press Pearl</em> vessel as it sinks while being towed into deep sea off the Colombo Harbor in Sri Lanka. (Credit: Sri Lank Air Force)
Smoke rises from a fire onboard the <em>MV X-Press Pearl</em> vessel as it sinks while being towed into deep sea off the Colombo Harbor in Sri Lanka. (Credit: Sri Lank Air Force)

ທ່ານ ມິຈ໌ ແມັກຄອນແນລ "Mitch McConnell" ສັງກັດພັກຣີພັບບລິກັນ ຜູ້ນຳສຽງ
ສ່ວນຫຼາຍໃນສະພາສູງ ໄດ້ກຳນົດເວລາການລົງຄະແນນສຽງໃສ່ຕອນທ່ຽງວັນຈັນມື້ນີ້
ເພື່ອໃຫ້ສິ້ນສຸດການປິດລັດຖະບານ ສະຫະລັດ ລົງ.

ພວກສະມາຊິກສະພາ ຈະພາກັນລົງຄະແນນສຽງ ເຮັດມາດຕະການເພື່ອໃຫ້ທຶນດຳ
ເນີນຣລັດຖະບານ ໄປອີກຢ່າງໜ້ອຍສາມອາທິດ.

ບັນດາຜູ້ນຳ ແລະພວກສະມາຊິກທັງຫຼາຍ ຈາກສອງພັກການເມືອງ ໄດ້ໃຊ້ເວລາໝົດ
ມື້ ໃນວັນອາທິດວານນີ້ ປະຊຸມກັນ ແລະເຈລະຈາກັນ ແລະ ຊອກຫາຊ່ອງທາງ ເພື່ອ
ແກ້ໄຂອຸບປະສັກຂັດຂວາງ ທີ່ບັງຄັບໃຫ້ລັດຖະບານຕ້ອງໄດ້ອັດກິດຈະການລົງ.

ແຕ່ມັນກໍບໍ່ເປັນທີ່ແຈ້ງຂາວຄັກແນ່ວ່າ ຄວາມກ້າວໜ້າ ໄດ້ມີໄປຫຼາຍທໍ່ໃດແລ້ວ.

ກ່ອນໜ້ານັ້ນ ໃນວັນອາທິດວານນີ້ ທ່ານນາງ ຊູຊານ ຄອນລິນສ ຈາກລັດ ເມນ ສັງກັດ
ພັກຣີພັບບລິກັນ ທີ່ນິຍົມແນວທາງປານກາງ ໄດ້ບອກພວກນັກຂ່າວວ່າ ກຸ່ມ 22 ຄົນ
ຂອງທ່ານນາງ ມີຄວາມໝາຍໝັ້ນຕັ້ງໃຈ ທີ່ຈະພາກັນຫາທາງອອກ.

ສ່ວນທ່ານ ລິນຊີ ແກຣມ ສັງກັດພັກຣີພັບບລິກັນ ຈາກລັດ ຄາຣໍລາຍນາໃຕ້ ກໍໄດ້ບອກ
ພວກນັກຂ່າວວ່າ ມັນມີຄວາມຈຳເປັນທີ່ຈະຕ້ອງໃຫ້ມີອັນທີ່ທ່ານເອີ້ນວ່າ “ຄວາມເຂົ້າ
ໃຈກັນ” ຈາກ ທ່ານ ມິຈ໌ ແມັກຄອນແນລ ຜູ້ນຳສຽງສ່ວນຫຼາຍ ຂອງພັກຣີພັບບລິກັນ ທີ່
ວ່າ ລຸນຫຼັງຮ່າງກົດໝາຍໃຫ້ທຶນຊົ່ວຄາວຜ່ານແລ້ວ ສະພາສູງ ຈະແກ້ໄຂບັນຫາຄົນເຂົ້າ
ເມືອງໃຫ້ໄດ້ ໃນການເປັນພາກສ່ວນນຶ່ງ ຂອງກົດໝາຍໃຊ້ຈ່າຍໄລຍະຍາວ.

ສະພາຕໍ່າ ໄດ້ຜ່ານງົບປະມານ ເພື່ອໃຫ້ລັດຖະບານກາງ ໄດ້ໃຊ້ຈ່າຍໃນທ້າຍສັບປະ
ດາແລ້ວນີ້.

ແຕ່ແລ້ວ ເທົ່າເຖິງປັດຈຸບັນ ພວກສະມາຊິກພັກເດໂມແຄຣັດ ໃນສະພາສູງ ໄດ້ພາກັນ
ປະຕິເສດ ໂດຍຮຽກຮ້ອງໃຫ້ມີການປົກປ້ອງ ບໍ່ໃຫ້ເນລະເທດພວກທີ່ເອີ້ນວ່າ
dreamers ຫຼື ພວກໄຝ່ຝັນ ຊຶ່ງແມ່ນພວກເຂົ້າເມືອງທີ່ຜິດກົດໝາຍຊາວໜຸ່ມທີ່ນຳເຂົ້າ
ມາໃນ ສະຫະລັດ ແຕ່ຍັງເປັນເດັກນ້ອຍຢູ່.

ສ່ວນພວກຣີພັບບລິກັນເວົ້າວ່າ ພວກເພິ່ນຈະບໍ່ສົນທະນາເລື່ອງຄົນເຂົ້າເມືອງ ຈົນກວ່າ
ວ່າ ລັດຖະບານຈະເປີດຄືນເສຍກ່ອນ.

ແຕ່ລະພັກ ແມ່ນຕ້ອງຕິຊຶ່ງກັນ ແລະ ກັນສຳລັບການອັດລັດຖະບານ ຊຶ່ງປິດກິດຈະ
ການໝົດ ນອກຈາກການບໍລິການທີ່ຈຳເປັນ ເພາະວ່າບໍ່ມີອຳນາດໃດ ທີ່ຈະອະນຸຍາດ
ໃຫ້ຈ່າຍເງິນສຳລັບອັນໃດໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG