ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄະ​ແນນ​ບາງສ່ວນ ຈາກ​ຜົນ​ການ​ເລືອກ​ຕັ້ງ ຢູ່ລັດ​ໄອ​ໂອວາ ​ສະ​ແດງວ່າ ທ່ານບູ​ຕີ​ເຈ​ຈ ແລະ​ທ່ານແຊນ​ເດີ​​ສ໌ ມີ​ຄະ​ແນນເກືອບເທົ່າໆ​ກັນ


ອະ​ດີ​ດ​ເຈົ້​າ​ເມືອງ​ຊ້າວ​ເບັນ ລັດ​ອິນ​ເດຍ​ນາ ທ່ານ​ພິດ ບູ​ຕີ​ເຈ​ຈ ຖ່າຍ​ຮູບ​ຮ່ວມ​ກັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ວັນ​ຕັນ​ທີ 3, 2020 ທີ່​ເມືອງ​ເດມອຍ ລັດ​ໄອ​ໂອ​ວາ.
ອະ​ດີ​ດ​ເຈົ້​າ​ເມືອງ​ຊ້າວ​ເບັນ ລັດ​ອິນ​ເດຍ​ນາ ທ່ານ​ພິດ ບູ​ຕີ​ເຈ​ຈ ຖ່າຍ​ຮູບ​ຮ່ວມ​ກັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ວັນ​ຕັນ​ທີ 3, 2020 ທີ່​ເມືອງ​ເດມອຍ ລັດ​ໄອ​ໂອ​ວາ.

ອະ​ດີ​ດ​ເຈົ້​າ​ເມືອງ​ຊ້າວ​ເບັນ ລັດ​ອິນ​ເດຍ​ນາ ທ່ານ​ພິດ ບູ​ຕີ​ເຈ​ຈ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ​
ຈາກ​ລັດ​ເວີ​ມັນທ໌ ທ່ານເບີ​ນີ ແຊນ​ເດີສ໌ ເກືອບ​ໄດ້​ຮັບ​ຄະ​ແນນ​ເທົ່າໆ​ກັນ​ຢູ່​ໃນ​ກອງ​ປະ​ຊຸມ​
ປ່ອນ​ບັດ​ຂັ້ນ​ຕົ້​ນ​ພັກ​ເດ​ໂມ​ແຄ​ຣັດ​ຢູ່​ໃນ​ລັດ​ໄອ​ໂອ​ວາ ອີງ​ຕາມ​ການ​ນັບ ຄະ​ແນນ​ບາງສ່ວນ
ຈາກ​ຜົນ​ການ​ເລືອກ​ຕັ້ງ ທີ່​ຕິດ​ຕາມ​ມາ​ໃນ​ຄ່ຳ​ຄືນ​ຂອງ​ຄວາມ​ວຸ້ນ​ວາຍແລະ​ສັບ​ສົນ.

​ໂດຍ​ທີ່​ສາ​ມາດ​ໄດ້​ຮັບຄະ​ນະຜູ້​ຕາງ​ໜ້າ​ແຫ່ງ​ຊາດ 41 ສຽງ​ນັ້ນ ທ່ານ​ພິດ ບູ​ຕີ​ເຈ​ຈ ໄດ້ຮັບ
ຄະ​ແນນ ​26.8 ເປີ​ເຊັນ ກາຍທ່ານ​ແຊນ​ເດີສ໌ທີ່​ໄດ້​ຮັບ 25.2 ເປີ​ເຊັນ. ຕິດ​ຕາມ​ມາ​ດ້ວຍ
​ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ​ນາງ​ເອ​ລີ​ຊາ​ເບັດ ວໍ​ເ​ຣັນ ຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ອະ​ດີດ​ຮອງ
​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ໂຈ ໄບ​ເດັນ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ​ລັດ​ຈາກ​ລັດມິນ​ເນ​ໂຊ​ຕາ
ທ່ານ​ນາງ​ເອ​ມີ ໂ​ຄລ​ບູ​ຈາ. ຜູ້​ສະ​ໝັກອີກ​ຫົກ​ຄົນ ​ມີ​ຄະ​ແນນ ນຳ​ຫຼັງ​ຫ່າງ​ອອກ​ໄປ ​ຈາກ​
ບັນ​ດາ​ຜູ້​ມີ​ຄະ​ແນນນຳ​ໜ້​າ.

ແຕ່​ຜົນ​ການ​ນັບ​ຄະ​ແນນ​ເຫລົ່າ​ນີ້ ມາ​ຈາກ 71 ເປີ​ເຊັນ​ຂອງ​ໜ່ວຍ​ປ່ອນ​ບັດ​ຕ່າງໆ. ບໍ່​
ເປັນ​ທີ່​ຈະ​ແຈ້ງວ່າ ​ເວ​ລາ​ໃດ​ສ່ວນ​ທີ່ຍັງ​ເຫຼືອ 29 ເປີ​ເຊັນ​ນັ້ນ ​ຈະ​ຖືກ​ລາຍ​ງານໃຫ້ຊາບ
ແລະກໍ​ຍັງ​ມີ​ໂອ​ກາດ​ຢູ່​ໜ້ອຍ​ນຶ່ງ ​ທີ່​ຈະສ້າງ​ຄວາມຕື່ນ​ຕົກ​ໃຈ​ໄດ້.

ຜົນ​ການ​ເລືອກຕັ້ງຂັ້ນຕົ້ນໄດ້​ເນັ້ນ​ຢ້ຳ​ເຖິງ​ແນວ​ຄິດ​ທີ່​ແບ່ງ​ແຍກກັນ​ພາຍ​ໃນ​ພັກ​ເດ​ໂມ​
ແຄ​ຣັດ ໃນ​ຂະ​ນະ​ທີ່​ພັກຊອກ​ຫ​າ​ຜູ້​ສະ​ໝັກ​ທີ່​ເຂັ້ມ​ແຂງ​ພຽງ​ພໍ ເພື່ອ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​
ໂນ​ລ ທ​ຣຳ​ ອອກ​ຈາກ​ຕຳ​ແໜ່ງ ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ໃນ​ເດືອ​ນ​ພະ​ຈິກ​ຈະ
​ມາ​ເຖິງ​ນີ້.

ທ່ານ​ບູ​ຕີ​ເຈ​ຈ ທີ່​ໜຸ່​ມ​ແໜ້ນ ອາ​ຍຸ 38 ປີ ຕາງ​ໜ້າໃຫ້​ ພວກ​ນິ​ຍົມ​ແນວ​ທາງປາ​ນ​ກາງ​ຂອງ​
ພັກ​ເດ​ໂມ​ແຄ​ຣັດ ແລະ​ເປັນ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ເປີດ​ເຜີຍວ່າເປັນ​ກະ​ເທີຍ. ທ່ານ
​ແຊນ​ເດີສ໌ ອາ​ຍຸ 78 ປີ ປະ​ກາດ​ຕົນ​ເອງວ່າ​ ເປັນນັກສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ຜູ້​ທີ່​ໄດ້​
ເຫັນ​ພ້ອມ​ກັບ​ການ​ປິ່ນ​ປົວ​ທີ່​ເທົ່າ​ທຽມ​ກັນ​ທົ່ວ​ໄປ ໃນ​ຂະ​ນະ​ທີ່​ກຳ​ລັງ​ທີ່​ຈະ​ລືບ​ລ້າງ​ປະ​ກັນ​
ໄພ​ສຸ​ຂະ​ພາບ​ສ່ວນ​ໂຕ. ທ່ານ​ບູ​ຕີ​ເຈ​ຈ ສະ​ໜັບ​ສະ​ໜູນ​ປະ​ກັນ​ໄພ​ສຸ​ຂະ​ພາບ​ລັດ​ຖະ​ບານ
ໃນ​ຂະ​ນະ​ທີ່​ປ່ອຍ​ໃຫ້​ຄົນ​ຮັກ​ສາ​ການ​ປິ່ນ​ປົວ​ສ່ວນ​ໂຕສຳ​ລັບເຂົາ​ເຈົ້າ​ໄດ້.

ທ່ານ​ແຊນ​ເດີສ໌ ຈະເຮັດ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ທັງ​ໝົດບໍ່​ເສຍ​ຄ່າ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​
ສີ່​ປີ ແລະ​ລົບ​ລ້າງ​ໜີ້​ສິນ​ຂອງ​ນັກ​ສຶກ​ສາ​ທີ່​ມີ​ຢູ່​ນັ້ນ. ທ່ານ​ບູ​ຕີ​ເຈ​ຈ ຈະ​ຈຳ​ກັດ​ຄ່າ​ຮຽນ​ລ້າ​ສຳ
​ລັບນັກ​ສຶກ​ສາ ຈາກ​ບັນ​ດາຄອບ​ຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ ໃນ​ຂະ​ນະ​ທີ່​ຊອກ​ຫາຊ່ອງ​ທາງ​ເພື່ອ​
ໃຫ້ຫລຸດ​ຜ່ອນ​ໜີ້​ສິນ.

ແຕ່​ວ່າ​ທັງ​ສອງ​ທ່ານ​ ຕ່າງ​ກໍ​ໃຫ້​ການ​ສະ​ໜັບ​ສະ​ໜູນ ຕໍ່ “ຂໍ້​ຕົກ​ລົງ​ດິນ​ຟ້າ​ອາ​ກາດ ໃໝ່”
ຮັບ​ມື​ກັບ​ສະ​ພາບ​ໂລກ​ຮ້ອນ ເຫັນ​ພ້ອມ​ກັບ​ການ​ຜ່ອນ​ຜັນ ສຳ​ລັບ​ພວກຄົນ​ເຂົ້າ​ເມືອງ​ຜິດ
​ກົດ​ໝາຍ ປະ​ກາດ​ທີ່​ຈະ​ເຂົ້າ​ຮ່ວມ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍກັບ​ອີ​ຣ່ານ​ຄືນໃໝ່ ແລະ​ເຫັນ​ພ້ອມ
​ກັບ​ການ​ຖອນກຳ​ລັງ​ທະ​ຫານ​ສະ​ຫະ​ລັດກັບ​ຄືນ​ມາ​ບ້ານ​ຈາກ​ອັ​ຟ​ກາ​ນິ​ສ​ຖານ.

ມັນ​ໃຊ້​ເວ​ລາ​ເກືອບ​ໝົດ​ມື້ ເພື່ອ​ໃຫ້ພັກ​ເດ​ໂມ​ແຄ​ຣັດມາ​ລາຍ​ງານ​ ຜົນ​ການປ່ອນ​ບັດແຕ່​
ພຽງ​ແຫ່ງ​ດຽວ​ເທົ່າ​ນັ້ນ ເພາະ​ອັນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໄດ້​ເປັນ​ຄວາມ​ພິດ​ພາດກ່ຽວ​
ກັບ​ເລື້ອງ​ລະ​ຫັດ ແລະ​ການ​ລົງ​ຄະ​ແນນ​ສຽງ​ທີ່​ຜິດປົກ​ກະ​ຕິ ທີ່ລາຍ​ງານ​ຕໍ່ໂມ​ບິ​ລ app ​
ອອກ​ແບບ​ສະ​ເພາະ ​ສຳ​ລັບການ​ນັບ​ຄະ​ແນນຢູ່​ຕາມ​ລັດ​ຊົນ​ນະ​ບົດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG