ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂົວທາງຫຼວງ ໃນ ປະເທດ ອິຕາລີ ຫັກ 37 ຄົນເສຍຊີວິດ


ລົດໄດ້ຖືກກີດກັ້ນຢູ່ຂົວທາງຫຼວງ ໂມຣັນດີ, ຫຼັງຈາກພາກສ່ວນນຶ່ງ ຂອງມັນໄດ້ພັງລົງ ໃນເມືອງ ເຈນົວ, ພາກເໜືອຂອງປະເທດ ອິຕາລີ. 14 ສິງຫາ, 2018.
ລົດໄດ້ຖືກກີດກັ້ນຢູ່ຂົວທາງຫຼວງ ໂມຣັນດີ, ຫຼັງຈາກພາກສ່ວນນຶ່ງ ຂອງມັນໄດ້ພັງລົງ ໃນເມືອງ ເຈນົວ, ພາກເໜືອຂອງປະເທດ ອິຕາລີ. 14 ສິງຫາ, 2018.

ບັນດາເຈົ້າໜ້າທີ່ ອິຕາລີ ໄດ້ກ່າວໃນວັນພຸດມື້ນີ້ວ່າ ປະຊາຊົນຢ່າງໜ້ອຍ 37 ຄົນໄດ້
ເສຍຊີວິດ ໃນເຫດການຂົວທາງຫຼວງພັງໃນເມືອງ ເຈນົວ ເມື່ອວັນອັງຄານວານນີ້.

ມີຫຼາຍຄົນຍັງຫາຍສາບສູນ ໃນຂະນະທີ່ການກູ້ໄພຍັງດຳເນີນຢູ່ຕໍ່ມາ ເພື່ອຊອກຄົ້ນຫາ
ຜູ້ລອດຊີວິດ ຢູ່ຕາມຊາກຂອງຂົວໂມຣັນດີ ທີ່ສ່ວນນຶ່ງໄດ້ພັງລົງມາ ໃນລະຫວ່າງທີ່ເກີດ
ລົມພາຍຸຂະໜາດແຮງ.

ການພັງລົງດັ່ງກ່າວປາກົດວ່າ ເຮັດໃຫ້ມີລົດຫຼາຍຄັນຕົກລົງຈາກຂົວສູງ ເຖິງ 45 ແມັດ
ໃນຂະນະທີ່ ແທ່ງຊີເມັນໃຫຍ່ຫຼາຍອັນ ກັບ ເຫຼັກໄດ້ຕົກລົງໃສ່ໂຮງເກັບເຄື່ອງຕ່າງໆໃນ
ສວນອຸດສາຫະກຳຢູ່ຕັ້ງຢູ່ກ້ອງຂົວນັ້ນ. ອີງຕາມເຈົ້າໜ້າທີ່ແລ້ວ ພວກທີ່ເສຍຊີວິດທັງ
ໝົດແມ່ນພວກຄົນຂັບລົດ ທີ່ຢູ່ເທິງຂົວ ແລະບໍ່ມີຜູ້ໃດທີ່ຢູ່ໃກ້ຄຽງເສຍຊີວິດ.

ລັດຖະມົນຕີຂົນສົ່ງ ອີຕາລີ ທ່ານດານີໂລ ໂທນີແລລລີ ໄດ້ຖິ້ມໃນການພັງລົງຂອງຂົວ
ມື້ວານນີ້ ໃສ່ບໍລິສັດ Autostrade per I’Italia ໂດຍເວົ້າວ່າ ບໍລິສັດດັ່ງກ່າວ ບໍ່ໄດ້ປະ
ຕິບັດຕາມສັນຍາຂອງຕົນ. ນອກນັ້ນ ທ່ານໂທນີແລລລີ ຍັງເວົ້າວ່່າ ລັດຖະບານຈະ
ເລີ້ມການກວດກາເບິ່ງຂົວ ແລະອຸໂມງ ທີ່ມີອາຍຸເກົ່າແກ່ແລ້ວທັງໝົດ ຢູ່ໃນທົ່ວປະ
ເທດ.

ຂົວດັ່ງກ່າວໄດ້ເຊື່ອມຕໍ່ທາງຫຼວງທີ່ສຳຄັນສອງສາຍລະຫວ່າງ ປະເທດ ອິຕາລີ ແລະ
ຝຣັ່ງ. ມັນໄດ້ເປີດໃຊ້ໃນປີ 1967 ແລະ ໄດ້ເຮັດໃຫ້ບັນດານັກວິສະວະກອນບໍ່ສະບາຍ
ໃຈໃນສອງສາມປີທີ່ຜ່ານມາ ຍ້ອນສິ່ງທີ່ເຂົາເຈົ້າໄດ້ເວົ້າວ່າ ສະພາບທີ່ຊຸດໂຊມຂອງ
ມັນ.

ຮອງນາຍົກລັດຖະມົນຕີ ອິຕາລີ ທ່ານ ແມັດຕີໂອ ຊາລວີນີ ໄດ້ກ່າວວ່າ ໄພພິບັດ ໃນ
ວັນອັງຄານວານນີ້ ໄດ້ສະແດງໃຫ້ເຫັນວ່າ ອິຕາລີ ຕ້ອງໃຊ້ງົບປະມານເພີ່ມເຕີມໃນ
ພື້ນຖານໂຄງລ່າງຂອງເຂົາເຈົ້າ, ແມ່ນກະທັ້ງທີ່ມັນໝາຍຄວາມວ່າ ເປັນການລະເມີດ
ກົດລະບຽບງົບປະມານຂອງ ສະຫະພາບ ຢູໂຣບ ກໍຕາມ.

ທ່ານໄດ້ເວົ້າວ່າ “ຂ້າພະເຈົ້າຄວນຖາມພວກເຮົາເອງວ່າ ການເຄົາລົບຂໍ້ຈຳກັດພວກ
ນີ້ແມ່ນສຳຄັນກວ່າຄວາມປອດໄພຂອງປະຊາຊົນຫຼືບໍ່. ສຳ ລັບຂ້າພະເຈົ້າ ມັນເຫັນ
ໄດ້ຊັດວ່າ, ມັນບໍ່ແມ່ນ.”

ຂົວດັ່ງກ່າວໄດ້ຮັບການບູລະນະໃນປີ 2016 ແລະມີໝາຍກຳນົດທີ່ຈະສ້ອມແປງເພີ້ມ
ຕື່ມ. ແຕ່ທ່ານຊາລວີນີ ຍັງໄດ້ກ່າວຢ່າງເປັນການເປີດເຜີຍ ກ່ຽວກັບ ລາຍຊື່ພວກທີ່
ອາດມີສ່ວນຮັບຜິດຊອບ ໃນໄພພິບັດຄັ້ງນີ້.

ທ່ານເວົ້າວ່າ ພວກເຂົາເຈົ້າຕ້ອງຊົດໃຊ້, ຊົດໃຊ້ທຸກຢ່າງ ແລະ ຊົດໃຊ້ຫຼາຍຢ່າງຫຼວງ
ຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG