ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບຊີ້ນສ່ວນ ເຮືອບິນ ທີ່ຕົກຄ້າງ ໃນເຂດ Mahattan​ (ວີດີໂອ)


ຊິ້ນສ່ວນນຶ່ງ ເຊື່ອ​ກັນວ່າ​ມາ​ຈາກ​ເຮືອບິນ ທີ່​ຖືກ​ທໍາລາຍ ​ໃນ​ການ​ໂຈມ​ຕີ​ຕໍ່ຕຶກ​ສູນ​ການ​ຄ້າ​ຂອງ​ໂລກຫຼື World Trade Center ​
ໃນວັນ​ທີ 11 ​ເດືອນ​ກັນຍາ ປີ 2001
ຊິ້ນສ່ວນນຶ່ງ ເຊື່ອ​ກັນວ່າ​ມາ​ຈາກ​ເຮືອບິນ ທີ່​ຖືກ​ທໍາລາຍ ​ໃນ​ການ​ໂຈມ​ຕີ​ຕໍ່ຕຶກ​ສູນ​ການ​ຄ້າ​ຂອງ​ໂລກຫຼື World Trade Center ​ ໃນວັນ​ທີ 11 ​ເດືອນ​ກັນຍາ ປີ 2001
ຕໍາ​ຫລວດ​ໃນນະຄອນ​ນິວຢອກ ກ່າວ​ວ່າ ຊິ້ນສ່ວນນຶ່ງ ​ໃນອັນ​ທີ່​
ເຊື່ອ​ກັນວ່າ​ມາ​ຈາກ​ເຮືອບິນ ທີ່​ຖືກ​ທໍາລາຍ ​ໃນ​ການ​ໂຈມ​ຕີຂອງ​
ພວກ​ກໍ່​ການ​ຮ້າຍ ຕໍ່ຕຶກ​ສູນ​ການ​ຄ້າ​ຂອງ​ໂລກຫຼື World Trade
Center ​ໃນວັນ​ທີ 11 ​ເດືອນ​ກັນຍາ ປີ 2001 ​ນັ້ນ ​ອາດ​ໄດ້​ຖືກ​
ພົບ​ເຫັນ​ແລ້ວ.

ຕໍາຫລວດ​ກ່າວ​ວ່າ ຜູ້​ກວດກາ​ໄດ້​ພົບ​ເຫັນ ອັນ​ທີ່​ຄ້າຍຄື​ວ່າ​ເປັນ​
ກົນ​ໄກບັງຄັບໃນ​ການ​ລົງ​ຈອດ ຂອງ​ເຮືອບິນ​ໂດຍສານ​ລຳ​ນຶ່ງ ​
ໄດ້​ຕົກ​ຄ້າງ​ຢູ່​ລະຫວ່າງ​ຮ່ອມຝາ​ແຄບໆ​ຂອງຕຶກສອງຫຼັງ​ໃນ​ເຂດ
Mahattan​. ມີ​ຄໍາ​ເວົ້າ​ຂຽນ​ວ່າ​ “Boeing” ​ແລະ​ໝາຍເລກທີ່​ສາ
ມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ.

ບັນດາ​ເຈົ້າ​ໜ້າ​ທີ່ ພວມພະຍາຍາມ​ຊ​ອກຫາ​ຊ່ອງ​ທາງ​ ​ເພື່ອຈະ
ຍົກຍ້າຍເອົາ​ຊິ້ນ​ສ່ວນນັ້ນ​ອອກ​ມາ​ຢ່າງ​ໃດ. ​ເຂົາ​ເຈົ້າ​ຍັງ​ພິຈາລະ
ນາເບິ່ງອີກ​ວ່າ ຄວນຈະ​ມີ​ຊາກ​ສົບ​ຂອງຜູ້​ເຄາະ​ຮ້າຍ ​ຢູ່ອ້ອມ​ແອ້ມ
​ຕຶກ​ນັ້ນຕື່ມ​ຫລື​ບໍ່.

​ເຮືອບິນ​ໂດຍສານ​ສອງ​ລໍາ ​ໄດ້ບິນ​ເຂົ້າ​ຕໍາຕຶກ​ແຝດສູງສູນ​ການຄ້າ​ໂລກ​ ​ໃນ​ວັນ​ທີ 11ເດືອນກັນ
ຍາ ປີ 2011 ອັນ​ເປັນ​ການ​ໂຈມຕີ​ຂອງ​ພວກ​ກໍ່​ການ​ຮ້າຍທີ່​ຮ້າຍ​ແຮງ​ທີ່​ສຸດ ຢູ່​ໃນດິນ​ແດນ​ຂອງ
ສະຫະລັດ.

New York 9-11
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG