ແມ່ຍິງອອສເຕຣເລຍຄົນນຶ່ງ ທີ່ຖືກຕັດສິນວ່າ ມີຄວາມຜິດໃນຂໍ້
ຫາລັກລອບຄ້າຂາຍຢາເສບຕິດ ໄດ້ຖືກປ່ອຍອອກຈາກຄຸກອິນ
ໂດເນເຊຍແບບຝາກໂທດໄວ້ໃນຖານມີຄວາມປະພຶດດີຫຼັງຈາກ
ຜູ້ກ່ຽວຮັບໃຊ້ໂທດໃນຄຸກມາດົນກວ່າ 9 ປີ.
ນາງ Schapelle Corby ບໍ່ໄດ້ເວົ້າຫຍັງອອກມາ ໃນວັນຈັນມື້
ນີ້ໃນຂະນະທີ່ນາງຟ້າວຍ່າງກາຍພວກນັກຂ່າວຢູ່ຂ້າງນອກຄຸກ
Kerobokan ເທິງເກາະບາຫຼີ ສະຖານທີ່ຕາກອາກາດຂອງອິນ
ໂດເນເຊຍນັ້ນ.
ທ່ານ Amir Syamsuddin ລັດຖະມົນຕີກະຊວງຍຸຕິທຳອິນໂດ
ເນເຊຍ ກ່າວຕໍ່ບັນດານັກຂ່າວໃນວັນສຸກແລ້ວນີ້ວ່າ ນາງ Corby ແມ່ນຮວມຢູ່ໃນພວກຄົນໂທດຈຸນຶ່ງ ທີ່ໄດ້ສານໄດ້ອະນຸມັດໃຫ້ຝາກໂທດ ຕາມຄຳຮ້ອງຂໍ ເພາະວ່ານາງໄດ້ຮັບໃຊ້
ໂທດພຽງພໍ ຕາມກຳນົດທີ່ບົ່ງໄວ້ໃນກົດໝາຍນັ້ນ.
ນາງ Corby ຖືກຕັດສິນໂທດຈຳຄຸກເປັນເວລາ 20 ປີ ໃນປີ 2005 ໃນຖານ ມີຄວາມຜິດ
ໃນຂໍ້ຫາພະຍາຍາມລັກລອບເອົາກັນຊາ 4 ກິໂລ ເຂົ້າໄປໃນເກາະບາຫຼີ. ການລັກລອບຄ້າ
ຢາເສບຕິດແມ່ນມີໂທດເຖິງຕາຍໄດ້ໃນອິນໂດເນເຊຍ.
ເງື່ອນໄຂໃນການຝາກໂທດຂອງນາງ Corby ບັງຄັບໃຫ້ນາງຕ້ອງຢູ່ເທິງເກາະບາຫຼີ ຕໍ່ໄປ
ຈົນຮອດປີ 2017. ນາງວາງແຜນຈະອາໄສຢູ່ນຳເອື້ອຍຂອງນາງທີ່ມີບ້ານເຮືອນຢູ່ເທິງ
ເກາະດັ່ງກ່າວ.