ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຂອງລັດຖະບານ ຊະນະການເລືອກຕັ້ງ ໃນໂຣເມເນຍ


ຍິງຊະລາຊາວໂຣເມເນຍຄົນນຶ່ງ ກໍາລັງປ່ອນບັດ ໃນເມືອງ Sintesti, ວັນທີ 9 ທັນວາ.
ຍິງຊະລາຊາວໂຣເມເນຍຄົນນຶ່ງ ກໍາລັງປ່ອນບັດ ໃນເມືອງ Sintesti, ວັນທີ 9 ທັນວາ.
ຜົນການນັບບັດຄະແນນສຽງເປັນບາງສ່ວນ ຂອງການເລືອກຕັ້ງ
ສະພາແຫ່ງຊາດຂອງ Romania ໃນວັນອາທິດວານນີ້ ໄດ້ຍົກ
ໃຫ້ພັກນິຍົມກາງຂວາຂອງລັດຖະບານ ເປັນຜູ້ຊະນະການເລືອກ
ຕັ້ງຢ່າງຂາດຮອຍ.

ຜົນການນັບບັດ ຈາກປະມານ 80% ຂອງບ່ອນປ່ອນບັດທັງໝົດ
ສະແດງວ່າ ພັກ Social-Liberal Union ຂອງນາຍົກລັດຖະ
ມົນຕີ Victor Ponta ທີ່ກໍາອໍານາດຢູ່ນັ້ນ ໄດ້ຄະແນນສຽງ 60%
ຂອງການເລືອກຕັ້ງ. ສ່ວນພັກ Right Romania Alliance
ຂອງປະທານາທິບໍດີ Traian Basescu ນັ້ນ ແມ່ນຕາມມາຫ່າງໆ
ເປັນທີ 2 ໂດຍໄດ້ຮັບຄະແນນສຽງປະມານ 20%.

ທັງສອງຜູ້ສະມັກເລືອກຕັ້ງແຂ່ງກັນນັ້ນ ໄດ້ມີການຜິດຖຽງກັນທາງ
ດ້ານສ່ວນຕົວ ມາຕັ້ງແຕ່ ເວລາທ່ານ Ponta ພະຍາຍາມ ເພື່ອຈະຟ້ອງຮ້ອງສະພາໃຫ້ປົດ
ທ່ານ ທ່ານ Basescu ໃນເດືອນກໍລະກົດຜ່ານມາ. ທາງຝ່າຍທ່ານ Basescu ກໍໄດ້ກ່າວ
ແນະໃຫ້ຮູ້ວ່າ ທ່ານອາດຈະປະຕິເສດຕໍ່ການແຕ່ງຕັ້ງ ທ່ານ Ponta ເປັນນາຍົກລັດຖະມົນ
ຕີອີກຄັ້ງ ເຖິງແມ່ນວ່າຜົນການເລືອກຕັ້ງຈະອອກມາໃນຮູບໃດກໍ່ຕາມ.
XS
SM
MD
LG