ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ສະ​ພາ​ແຫ່ງ​ຊາດ​ໃນ​ປະ​ເທດ ຈໍ​ເຈຍ ທຳ​ການ​ຮັບ​ຜ່ານ​ໃນ​ເບື້ອງ​ຕົ້ນ ຕໍ່​ກົດ​ໝາຍ "ຕົວ​ແທນ​ຕ່າງ​ປະ​ເທດ"


ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ໜ້າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ຕໍ່​ຕ້ານ​ກົດ​ໝາຍ "ຕົວ​ແທນ​ຕ່າງ​ປະ​ເທດ" ໃນ​ນະ​ຄອນຫຼວງ ຕະ​ບິ​ລິ​ຊີ, ປະ​ເທດ ຈໍ​ເຈຍ, 7 ມ​ີ​ນາ 2023.
ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່​ໜ້າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ຕໍ່​ຕ້ານ​ກົດ​ໝາຍ "ຕົວ​ແທນ​ຕ່າງ​ປະ​ເທດ" ໃນ​ນະ​ຄອນຫຼວງ ຕະ​ບິ​ລິ​ຊີ, ປະ​ເທດ ຈໍ​ເຈຍ, 7 ມ​ີ​ນາ 2023.

ສະ​ພາ​ແຫ່ງ​ຊາດຂອງ​ປະ​ເທດ ຈໍ​ເຈຍ ໃນ​ວັນ​ອັງ​ຄານ​ວານນີ້​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ເບື້ອງ​ຕົ້ນ​ຕໍ່​ກົດ​ໝາຍ​ທີ່​ເປັນ​ບັນ​ຫາ ກ່ຽວ​ກັບ “ຕົວ​ແທນ​ຕ່າງ​ປະ​ເທດ” ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ພັກ​ລັດ​ຖະ​ບານ, ເຊິ່ງ​ບັນ​ດາ​ນັກ​ວິ​ຈານ​ໄດ້​ກ່າວ​ວ່າ ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ຜູ້​ໃຊ້​ອຳ​ນາດ​ຜະ​ເດັດ​ການ​ໃນ​ປະ​ເທດ ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ລະ​ຫວ່າງ​ທະ​ເລດຳ ແລະ ທະ​ເລ​ແຄ​ສ​ປຽນ​ນັ້ນ.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ຮຽກ​ຮ້ອງ​ໃຫ້​ທຸກໆ​ອົງ​ການ​ທີ່​ໄດ້​ຮັບ​ທຶນຫຼາຍກວ່າ 20 ເປີ​ເຊັນ​ຈາກ​ຕ່າງ​ປະ​ເທດ​ໃຫ້​ລົງ​ທະ​ບຽນ​ເປັນ “ຕົວ​ແທນ​ຕ່າງ​ປະ​ເທດ,” ຫຼື​ປະ​ເຊີນ​ກັບ​ການ​ປັບ​ໃໝ​ຈຳ​ນວນຫຼວງຫຼາຍ. ນັກ​ວິ​ຈານ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຈື່​ໄດ້​ກົດ​ໝາຍ ຣັດ​ເຊຍ ປີ 2012 ທີ່​ນັບ​ຕັ້ງ​ແຕ່​ນັ້ນ​ມາ​ຖືກ​ໃຊ້​ເພື່ອ​ປາບ​ປາມ​ສັງ​ຄົມ​ພົນ​ລະ​ເຮືອນ.

ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ຜ່ານ​ສິ່ງ​ທີ່​ຖືກ​ເອີ້ນ​ວ່າ​ການ​ອ່ານ​ຄັ້ງ​ທຳ​ອິດ​ໂດຍ​ສະ​ພາ​ແຫ່ງ​ຊາດ​ຢ່າງ​ສະ​ບາຍ​ໃນ​ວັນ​ອັງ​ຄານ​ວານນີ້, ອີງ​ຕາມ​ການ​ລາຍ​ງານ​ຂອງ​ສື່ມວນ​ຊົນ ຈໍ​ເຈຍ.

ນັກ​ຂ່າວຫຼາຍ​ຮ້ອຍ​ຄົນ​ທີ່​ຄັດ​ຄ້ານ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕຶກ​ສະ​ພາ​ແຫ່ງ​ຊາດ​ ໃນ​ໃຈ​ກາງ​ນະ​ຄອນຫຼວງ ຕະ​ບີລິ​ຊີ, ບາງ​ຄົນ​ຖື​ທຸງ​ສະ​ຫະ​ພາບ ຢູ​ໂຣບ ແລະ ທຸງ​ຊາດ​ສະ​ຫະ​ລັດ. ທ່າມ​ກາງ​ການ​ມີ​ໜ້າ​ຂອງ​ຕຳຫຼວດ​ຢ່າງຫຼວງຫຼາຍ​ນັ້ນ, ຫຼາຍ​ຄົນ​ໄດ້​ຮ້ອງ​ອອກ​ມາ​ວ່າ “ບໍ່​ເອົາ​ກົດ​ໝາຍ ຣັດ​ເຊຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG