ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມືປືນໃນປາກິສຖານສັງຫານ ລັດຖະມົນຕີຮັບຜິດຊອບຊົນກຸ່ມນ້ອຍ


ການລໍາລຽງສົບນາຍ ທ່ານ Shabaz Bhatti ທີ່ຖືກສັງຫານໃນນະຄອນຫຼວງ Islamabad.
ການລໍາລຽງສົບນາຍ ທ່ານ Shabaz Bhatti ທີ່ຖືກສັງຫານໃນນະຄອນຫຼວງ Islamabad.

ມືປືນໄດ້ສັງຫານລັດຖະມົນຕີຮັບຜິດຊອບພວກຊົນກຸ່ມນ້ອຍ
ຂອງປາກິສຖານໃນວັນພຸດມື້ນີ້ ຊຶ່ງເປັນການໂຈມຕີຄັ້ງທີ
2 ຕໍ່ບຸກຄົນມີຊື່ສຽງທີ່ຄັດຄ້ານຕໍ່ກົດໝາຍໝິ່ນປະໝາດ
ສາສະໜາຂອງປາກິສຖານນັ້ນ.

ຕໍາຫລວດກ່າວວ່າທ່ານ Shabaz Bhatti ຊຶ່ງເປັນຊາວ
ຄຣິສຕຽນ ໃນປະເທດ ທີ່ຄົນສ່ວນໃຫຍ່ນັບຖືສາສະໜາ
ອິສລາມນັ້ນ ໄດ້ຖືກສັງຫານ ຂະນະທີ່ພວມຂີ່ລົດຢູ່ໃນ
ນະ ຄອນຫຼວງ Islamabad.

ມືປືນໄດ້ຍິງໃສ່ລົດຂອງຜູ້ກ່ຽວຫຼາຍລູກ ແລະເຈົ້າໜ້າທີ່
ກ່າວວ່າ ທ່ານ Bhatti ໄດ້ເສຍຊີວິດໃນຂະນະທີ່ຖືກສົ່ງ
ໄປຮອດໂຮງພະຍາບານໃນເຂດທ້ອງຖິ່ນ. ພວກຕາລີບານ
ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ ແລະ
ເຕືອນຕໍ່ການປ່ຽນແປງໃນກົດໝາຍໝິ່ນປະໝາດສາສະໜາ ດັ່ງກ່າວ.

ໃນເດືອນມັງກອນ ເຈົ້າແຂວງໆ Punjab ທ່ານ Salman Taseer ກໍໄດ້ຖືກລອບສັງ
ຫານໂດຍຜູ້ອາລັກຂາທ່ານເອງ. ທ່ານ Bhatti ໄດ້ກ່າວຍົກຍ້ອງມື້ລາງເຈົ້າແຂວງປັນຈາບ
ທີ່ເປັນຜູ້ກ້າປາກກ້າເວົ້າ ຕໍ່ຕ້ານການນໍາໃຊ້ກົດໝາຍໝິ່ນປະໝາດສາສະໜາອິສລາມ ໄປ
ໃນທາງທີ່ບໍ່ຖືກຕ້ອງ ແລະໄດ້ບອກກັບ VOA ວ່າ ການສັງຫານທ່ານເຈົ້າແຂວງປັນຈາບ ເປັນການກະທໍາທີ່ປ່າເຖື່ອນ.

ປະທານາທິບໍດີ ປາກິສຖານ ທ່ານ Asif Ali Zardari ແລະ ກຸງ Vatican ຕ່າງກໍໄດ້
ປະນາມຢ່າງແຂງຂັນ ຕໍ່​ການ​ໂຈມ​ຕີ​ຄັ້ງວັນ​ພຸດ​ມື້ນີ້.

XS
SM
MD
LG