ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີກ 15 ຄົນເສຍຊີວິດ ໃນການໂຈມຕີຂອງຍົນ ​Drone ທີ່​ປາ​ກິ​ສຖານ


Drone ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ
Drone ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ

ທາງ​ການ​ປາ​ກິ​ສຖານ​ກ່າວ​ວ່າ ​ການ​ໂຈມ​ຕີ​ໂດ​ຍເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ຫຼື ​Drone ຂອງ
ສະຫະລັດ ບັ້ນ​ນຶ່ງ​ໃນເຂດ​ພາກ​ຕະຕົກ​ສຽງ​ເໜືອຂອງ​ປາ​ກິ​ສຖານ ໃນ ເຊົ້າວັນ​ຈັນ​
ມື້​ນີ້ ໄດ້​ສັງຫານ 15​ ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພກ່າວ​ວ່າ ເຮືອບິນ Drone ​ໄດ້​ຍິງລູກ​ສອນ​ໄຟ​ ​ໃສ່ໝູ່​ບ້ານ​ແຫ່ງ​ນຶ່ງ​ໃນ​ເຂດ Waziristan ເໜືອ​ ​ເລາະຕາມ​ເຂດ​ຊາຍ​ແດນຕິດ​ກັບ Afghanistan.

ຂົງເຂດຊົນເຜົ່າ​ແຫ່ງນີ້​ໄດ້​ກາຍ​ມາເປັນສູນ​ກາງການປະກອບກິດຈະກໍາຂອງກຸ່ມ ກໍ່ການຮ້າຍ al-Qaida ແລະກຸ່ມ Taliban.

ການ​ໂຈມ​ຕີ​ໂດຍ​ເຮືອບິນ Drone ​ໃນວັນຈັນມື້ນີ້ ແມ່ນເປັນຄັ້ງທີ່ 3 ໃນເວລາ 3 ມື້ ແລະເປັນຄັ້ງທີ່ 7 ໃນເວລາ 2 ອາທິດ ໃນປາກີສຖານ ເຖິງແມ່ນວ່າທາງ ປາກີສຖານ ໄດ້ຮຽກຮ້ອງໃຫ້ຢຸດເຊົາທໍາ​ການ​ໂຈມ​ຕີ​ດັ່ງກ່າວ​ກໍ​ຕາ​ມ.

ໃນວັນອາທິດວານນີ້ ​ເຮືອບິນ Drone ໄດ້ຍິງລູກ​ສອນ​ໄຟ 4 ລູກ​ໃສ່ໝູ່​ບ້ານ​ແຫ່ງ​ນຶ່ງ​ໃນ​ເຂດຊົນເຜົ່າ Waziristan ​ໃຕ້ ໂດຍ​ໄດ້​ສັງຫາ​ນພວກຫົວ​ຮຸນ​ແຮງ 10 ຄົນ.

XS
SM
MD
LG