ຈໍານວນຂອງຜູ້ເສຍຊີວິດໃນເຫດແກ໊ສ Methane
ລະເບີດທີ່ບໍ່ຖ່ານຫິນ ແຫ່ງນຶ່ງ ໃນພາກຕາເວັນຕົກສຽງໃຕ້
ຂອງປາກີສຖານ ໄດ້ເພີ່ມຂຶ້ນເປັນ 45 ຄົນແລ້ວ ຢ່າງນ້ອຍ.
ໃນວັນຈັນມື້ນີ້ ພວກຄົນງານໄດ້ກູ້ເອົາຊາກສົບຂຶ້ນມາໄດ້ອີກ
20 ກ່ວາສົບ ຈາກບໍ່ຖ່ານຫີນຢູ່ນອກເມືອງ Quetta ເມືອງ
ຫລວງຂອງແຂວງ Baluchistan ທາງພາກຕາເວັນອອກ
ສຽງໃຕ້ຂອງປາກິສຖານ. ເຈົ້າໜ້າທີ່ກ່າວວ່າ ໂອກາດທີ່ຈະ
ໄດ້ພົບເຫັນຜູ້ລອດຊີວິດມາໄດ້ນັ້ນ ແມ່ນມີນ້ອຍຫລາຍ.
ມີຄົນງານຂຸດບໍ່ຫລາຍກ່ວາ 50 ຄົນ ຖືກຕັນຢູ່ໃນບໍ່ ປະມານ 1,200 ແມັດ ເລິກລົງໄປ
ໃຕ້ດິນໃນວັນອາທິດວານນີ້ ເວລາອາຍແກ໊ສ Methane ລະເບີດລະເບີດຂຶ້ນ ເຮັດໃຫ້ບໍ່
ພັງລົງ. ອາຍແກ໊ສ methane ທີ່ຍັງມີຢູ່ໃນບໍລິເວນນັ້ນໄດ້ເປັນອຸບປະສັກຕໍ່ການກູ້ໄພ.
ບໍ່ຖ່ານຫິນນີ້ເເມ່ນເປັນຂອງລັດວິສາຫະກິດ ທີ່ຊື່ວ່າ ບໍລິສັດພັທະນາບໍ່ແຮ່ ປາກີສຖານ
ທີ່ໃຫ້ຜູ້ຮັບເໝົາບໍລິສັດນຶ່ງເຊົ່າຕໍ່. ເຈົ້າໜ້າທີ່ກ່າວວ່າ ທາງການໄດ້ປະກາດວ່າ ບໍ່ດັ່ງກ່າວ
ເປັນອັນຕະລາຍ ເມື່ອສອງອາທິດກ່ອນນີ້.
ທ່ານ Iftikhar ກ່າວວ່າ ເຫດລະເບີດນັ້ນໄດ້ສົ່ງຜົນໃຫ້ບໍ່ຖານຫີນທາງໃນພັງລົງ
ຊຶ່ງພາໃຫ້ພວກຄົນງານທີ່ຍັງຫາບໍ່ພໍ້ນັ້ນ ມີໂອກາດນ້ອຍເຕັມທີທີ່ຈະລອດອອກມາໄດ້.