ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວນະຄອນຫຼວງປາຣີ ສາມາດໃຊ້ເວລາ ຢູ່ນອກບ້ານ ໄດ້ຫຼາຍຂຶ້ນ


ຊາວຝຣັ່ງຄູ່ນຶ່ງ ໃສ່ໜ້າກາກ ເຕັ້ນລໍາຢູ່ຈະຕຸລັດ ໃນນະຄອນຫຼວງປາຣີ ເມື່ອວັນອາທີດ ວັນທີ 23 ພຶດສະພາ 2021.
ຊາວຝຣັ່ງຄູ່ນຶ່ງ ໃສ່ໜ້າກາກ ເຕັ້ນລໍາຢູ່ຈະຕຸລັດ ໃນນະຄອນຫຼວງປາຣີ ເມື່ອວັນອາທີດ ວັນທີ 23 ພຶດສະພາ 2021.

ການແຜ່ລະບາດ ຂອງໂຄວິດ-19 ແລະ ການເສຍຊີວິດ ຢູ່ໃນບັນດາປະເທດ ຢູໂຣບປາ
ກົດວ່າໄດ້ຫລຸດນ້ອຍຖອຍລົງແດ່ແລ້ວ ອັນເປັນຜົນມາຈາກມາດຕະ ການທີ່ເຄັ່ງຄັດໃນ
ສອງສາມເດືອນຜ່ານມາ ທີ່ບໍ່ໃຫ້ຄົນອອກນອກບ້ານແລະໃສ່ ໜ້າກາກໂດຍສະເພາະຢູ່
ໃນເຂດນະຄອນຫຼວງປາຣີທາງການໄດ້ເລີ້ມປະກາດ ໃຫ້ປະຊາຊົນອອກນອກບ້ານໄດ້
ແລ້ວ ແລະສາມາດໃຊ້ເວລາຫຼາຍຂຶ້ນຢູ່ນອກ ບ້ານໄດ້ ເລີ້ມແຕ່ 7:00 ໂມງແລງ ຫາ
9:00 ໂມງ ແລງ.

ເຖິງຢ່າງໃດກໍດີ ຍັງມີກົດລະບຽບຄວບຄຸມ ຢູ່ອີກຫຼາຍໆຢ່າງ ດັ່ງທີ່ຍາປ້າຄຳ ແພງ ຢູ່ໃນ
ເຂດຊານເມືອງຂອງນະຄອນຫຼວງປາຣີ ໄດ້ກ່າວເຖິງກົດລະບຽບ ແລະສະພາບການຫລ້າ
ສຸດ ສູ່ ວີໂອເອ ຟັງວ່າ:

ລິງໂດຍກົງ

ນະຄອນຫຼວງປາຣີ ເມືອງຫຼວງຂອງປະເທດຝຣັ່ງ ເປັນທີ່ຮູ້ກັນດີວ່າເປັນເມືອງ ແສງສີ ບໍ່
ມີການຫລັບນອນ ແລະເປັນບ່ອນທ່ອງທ່ຽວທີ່ມີຊື່ສຽງຂອງຊາວໂລກ. ບັດນີ້ປາກົດວ່າ
ຊາວນະຄອນຫຼວງປາຣີ ໄດ້ເລີ້ມມີຊີວິດຊີວາ ຂຶ້ນມາໃໝ່ອີກ ແລ້ວ ທີ່ມີຜູ້ຄົນພາອອກພາ
ກັນອອກມາຕາກອາກາດ ປິກນິກ ນັ່ງຫຼິ້ນຢູ່ຕາມ ແຄມແມ່ນໍ້າແຊນ (Seine) ທີໄຫຼຜ່ານ
ເມືອງນັ່ງຫຼິ້ນຢູ່ຕາມສວນສາທາລະນະ ຕ່າງໆ. ສັນຍາລັກອີກຢ່າງນຶ່ງຂອງຊາວນະຄອນ
ຫຼວງປາຣີນັ້ນກໍຄື ເຂົາເຈົ້າມັກ ພາກັນນັ່ງກິນດື່ມກາເຟ ຢູ່ຕາມຮ້ານເລາະແຄມທາງ.

XS
SM
MD
LG