ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ກໍ່ການຮ້າຍ ຢູ່ປາຣີ ປະເຊີນໜ້າ ກັບການສອບຖາມ ຂອງເຈົ້າໜ້າທີ່


ສາລະວັດທະຫານຝຣັ່ງ ແລະຕຳຫລວດ ຢືນຢູ່ທາງເຂົ້າຄຸກ Fleury-Merogis ໃກ້ກັບນະຄອນຫລວງ Paris.
ສາລະວັດທະຫານຝຣັ່ງ ແລະຕຳຫລວດ ຢືນຢູ່ທາງເຂົ້າຄຸກ Fleury-Merogis ໃກ້ກັບນະຄອນຫລວງ Paris.

ທ້າວ Salah Abdeslam ຜູ້​ຕ້ອງ​ສົງ​ໄສ ທີ່​ສຳຄັນ​ສຸດ ​ໃນ​ການ​ກໍ່​ການ​ຮ້າຍໂຈມ​ຕີ ​ໃນເດືອນ​ພະ​ຈິກ​ປີ​ກາຍ​ນີ້ ​ທີ່​ນະຄອນຫຼວງ Paris ຈະ​ປະ​ເຊີນ​ໜ້າ​ກັບ​ຄຳ​ຖາມ​ຕ່າງໆ ຂອງພວກ​ເຈົ້າ​ໜ້າ​ທີ​ສືບສວນ​ຝຣັ່ງ​ໃນ​ວັນ​ສຸກ​ມື້​ນີ້ ​ເປັນ​ເທື່ອ​ທຳ​ອິດ​ ນັບ​ແຕ່​ໄດ້​ຖືກ​ສົ່ງ ມາຈາກປະ​ເທດ Belgium ເດືອນ​ແລ້ວ​ນີ້.

ຄຳ​ໃຫ້ການ​ຂອງ​ລາວ​ ​ຫວັງ​ວ່າຄົງຈະເຮັດ​ໃຫ້​ເຫັນ​ເຂົ້າ​ໄປ​ຂ້າງ​ໃນຂອງ​ການວາງ​ແຜນ ​ແລະ​ຍຸດ​ທະ​ສາດ​ທີ່​ໃຊ້​ ໂດຍ​ພວກ​ຫົວ​ຮຸນ​ແຮງ​ຈັດ​ອິສລາມ ​ໃນ​ການລົງມື​ ​ໂຈມ​ຕີ​ກໍ່​ການ​ຮ້າຍ. ລາວ​ຍັງອາດ​ຈະ​ໃຫ້​ລາຍ​ລະອຽດກ່ຽວກັບ​ການ​ຕິດ​ຕໍ່​ໃດໆ​ລະ ຫວ່າງການ​ໂຈມ​ຕີ​ທີ່ນະຄອນຫລວງ Paris ​ແລະ Belgium ຊຶ່ງ​ທັງ​ສອງ​ໄດ້ລົງ ມືໂດຍ​ກຸ່ມ​ລັດ​ອິສລາມ.

ທ້​າວ Abdeslam ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ໃດໆ ກ່ຽວ​ກັບ​ບົດບາດ​ຂອງ​ລາວ​ໃນ​ການ​ໂຈມ​ ຕີລະຫວ່າງ​ການ​ສອບ​ປາກຄຳ ​ຢູ່ Belgium ​ໂດຍ​ເວົ້າວ່າ ລາວເປັນ​ພຽງ​ລູກມື​ ໃນ​ແຜນ ການ​ທີ່​ຮ່າງ​ຂຶ້ນ​ໂດຍ​ທ້າວ Abdellhamid Abaaoud.

ທ້​າວ Abdeslam ​ເປັນ​ເພື່ອນແຕ່​ສະ​ໄໝຍັງ​ເປັນເດັກນ້ອຍກັບຜູ້​ຕ້ອງ​ສົງ​ໄສທີ່​ເປັນ​ຫົວ ໜ້າ​ກຸ່ມ​ທີ່​ທຳ​ການ​ໂຈມ​ຕີແລະ​ເປັນຜູ້​ຕ້ອງ​ສົງ​ໄສ​ທີ່​ມີ​ບົດບາດສຳຄັນ​ໃນ​ການ​ໂຈມ​ຕີເມື່ອ ວັນ​ທີ 13 ​ເດືອນ​ພະຈິກແລະ​ການ​ກະກຽມ. ທ້າວ Abdeslam ​ໄດ້ຫລົບໜີເປັນ​ເວລາ​ຫລາຍ​ເດືອນ ​ໃນ​ຢູ​ໂຣບ​ ກ່ອນ​ລາວ​ຈະ​ຖືກຕາມ​ລ່າ​ ແລະ​ໃນ​ທີ​ສຸດ ​ກໍ​ຖືກ​ຈັບ​ທີ່​ນະຄອນ Brussels ບ່ອນ​ທີ່​ລາວໄດ້​ເຕີບໂຕມານັ້ນ.

ມີ​ການ​ເຊື່ອ​ວ່າ ທ້າວ Abdeslam ​ເປັນ​ຜູ້​ຂົນ​ສົ່ງ ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບສາມ​ຄົນ​ໄປ ເດິ່ນກິລາ​ແຫ່ງ​ຊາດ​ຝຣັ່ງ ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ບ່ອນທີ່​ເຂົາ​ເຈົ້າ​ ລະ​ເບີດ​ຕົນ ເອງນັ້ນ.

ເປັນ​ທີ່​ເຊື່ອກັນວ່າ​ ລາວໄດ້​ຖອນ​ໂຕ​ອອກ​ຈາກ​ການວາງ​ລະ​ເບີດ​ສະລະ​ຊີບ ​ໃນ​ນາ​ທີ​ສຸດ​ທ້າຍ ​ໃນ​ຂະນະ​ທີ່​ເຈົ້າໜ້າ​ທີ່​ຕຳຫລວດ ໄດ້​ພົບ​ເຫັນ​ເສື້ອບັນຈຸລະ​ເບີດ​ສະລະ​ຊີບ​ທີ່​ຍັງ​ບໍ່ ​ທັນ​ແຕກ ​ຢູ່ໃກ້​ກັບ​ໂທລະສັບ​ມື​ຖື​ຂອງ​ທ້າວ Abdeslam ທີ່​ມີ ຂໍ້​ມູຸນລະບຸ​ວ່າ ລາວ​ຢູ່​ທີ່​ນັ້ນ​ໃນ​ຄຳຄືນຂອງການໂຈມຕີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Paris Attackers
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG