ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ຣີ ແລະ​ ແຂວງເຂດນອກ ຂອງ​ຝ​ຣັ່ງ ກຽມ​ຮັບ​ມື ກັບ​ການ​ປະ​ທ້ວງ ເສື້ອ​ກັກ​ເຫຼືອງ


ແມ່​ຍິງ​ຄົນ​ນຶ່ງ ​ຍ່າງ​ຜ່ານ​ຮູບ​ແຕ້ມ ຂອງ PBOY ກ່ຽວ​ກັບ ພວກ​ປະ​ທ້ວງ​ເສື້ອ​ກັກ​ເຫຼືອງ ທີ່​ໄດ້​ຮັບ​ແຮງ​ ຈາກ​ຮູບ​ແຕ້ມ​ຂອງ Eugene Delacroix, "La Liberte guidant le Peuple"
ແມ່​ຍິງ​ຄົນ​ນຶ່ງ ​ຍ່າງ​ຜ່ານ​ຮູບ​ແຕ້ມ ຂອງ PBOY ກ່ຽວ​ກັບ ພວກ​ປະ​ທ້ວງ​ເສື້ອ​ກັກ​ເຫຼືອງ ທີ່​ໄດ້​ຮັບ​ແຮງ​ ຈາກ​ຮູບ​ແຕ້ມ​ຂອງ Eugene Delacroix, "La Liberte guidant le Peuple"

ຝ​ຣັ່ງ ພວມ​ກຽມ​ຮັບ​ມືກັບການ​ປະ​ທ້ວງ​ຮອບ​ທີ 9 ​ຂອງພວກ “ເສື້ອກັກ​ສີ​ເຫຼືອງ” ໃນ​ວັນ​ເສົາ​ມື້ນີ້.

ມີ​ການ​ສົ່ງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ 80,000 ຄົນ ອອກ​ປະ​ຕິ​ບັດ​ງານ ຢູ່​ໃນ​ທົ່ວ​ປະ​ເທດ.

ໃນ​ຮອບ​ອາ​ທິດ​ຜ່ານ​ມາ ການ​ປະ​ທ້ວງ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ ທີ່​ໄດ້​ກາຍ​ເປັນ​ຄວາມ​ຮຸນ​ແຮງ ໄດ້​ໃຊ້​ລະ​ເບີດ​ນ້ຳ​ຕ​າ ແລະ​ທໍ່​ສີດ​ນ້ຳ​ຂະ​ໜາດ​ໃຫຍ່ ສີດ​ເຂົ້າ​ໃສ່​ພວກປະ​ທ້ວງທີ່​ຖະ​ໜົນໃຫຍ່ຊັງເອ​ລີ​ເຊ ​ແລະ​ອະ​ນຸ​ສາ​ວະ​ລີ​ປະ​ຕູ​ໄຊ.

ນອກ​ຈາກ​ນະ​ຄອນ​ຫຼວງ​ປາ​ຣີ​ແລ້ວ ພວກ​ຈັດ​ການ​ປະ​ທ້ວງ​ໃນ​ອາ​ທິດນີ້ ຍັງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເດີນ​ຂະ​ບວນ ທີ່​ເມືອງບວກໃນ​ພາກ​ກາງ​ຂອງ​ປະ​ເທດ ຊຶ່ງ​ອາດຈະ​ພາ​ໃຫ້​ມີ​ຜູ້​ຄົນ​ເຂົ້າ​ຮ່ວມ ທີ່​ຈະ​ພາ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ ໃນ​ການ​ເດີນ​ທາງ​ໄປ​ປາ​ຣີ.

ເຈົ້າ​ເມືອງໆ​ບວກ ທ່ານ​ປາ​ສ​ກາ​ລ ບ​ລັງ ກ່າວ​ຕໍ່​ອົງ​ການ​ຂ່າວ​ຝ​ຣັ່ງ​ອາ​ແອັ​ຟ​ເປ​ວ່າ ປະ​ຊາ​ຊົນ​ໃນ​ເມືອງ​ດັ່ງ​ກ່າວ​ມີ​ຄວາມ​ເປັນ​ຫ່ວງ ແລະ​ທຸ​ລະ​ກິດ​ຕ່າງໆ ກໍ​ພາ​ກັນ​ປິດປະ​ຕູ​ປ່ອງ​ຢ້ຽມ​ຮ້ານ​ຄ້າ ໃນ​ກໍ​ລະ​ນີ​ທີ່​ຄວາມ​ຮຸນ​ແຮງ​ລະ​ເບີດ​ຂຶ້ນ.

ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ຝ​ຣັ່ງ ເລີ້ມ​ຂຶ້ນ​ເມື່ອ​ວັນ​ທີ 17 ພະ​ຈິກ​ຜ່​ານ​ມາ ເພື່ອ​ຕໍ່​ຕ້ານ​ແຜນ​ການ​ຂຶ້ນ​ພາ​ສີ​ນ້ຳ​ມັນ. ການ​ເດີນ​ຂະ​ບວນນີ້​ແມ່ນ​ແນ​ໃສ່​ເພື່ອ​ປະ​ທ້ວງຕໍ່​ຕ້ານ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດແບບ​ເສ​ລີ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ.

ໃນ​ການ​ຕອບ​ຮັບ​ຕໍ່​ການ​ປະ​ທ້ວງ​ດັ່ງ​ກ່າວ ທ່ານ​ມາກ​ຣົງ ​ໃນ​ເດືອນ​ທັນ​ວາ​ຜ່ານ​ມານີ້ ໄດ້​ໃຫ້​ການ​ໂຍະ​ຍານ​ຜ່ອນ​ຜັນ ກ່ຽວ​ກັບ​ເລື້ອງ​ພາ​ສີ ແລະ​ເງິນ​ເດືອນ.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG