ປະຊາຊົນຫຼາຍລ້ານຄົນ ຮວມທັງບັນດາຜູ້ນຳຂອງໂລກຫຼາຍໆ
ຄົນ ຄາດວ່າຈະເດີນຂະບວນໃນນະຄອນຫຼວງປາຣີ ໃນວັນອາ
ທິດມື້ນີ້ ໃນການສະແດງ ຄວາມເປັນນ້ຳນຶ່ງໃຈດຽວກັນຢ່າງຂະ
ໜານໃຫຍ່ ທີ່ບໍ່ເຄີຍມີມາກ່ອນກັບປະຊາຊົນຝຣັ່ງຫຼັງຈາກເກີດ
ຄວາມຮຸນແຮງຂອງ ພວກກໍ່ການຮ້າຍຍິງສັງຫານຜູ້ຄົນຢ່າງ
ປ່ວງບ້າ ຫວ່າງ 3 ມື້ຜ່ານມານີ້.
ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ພ້ອມທັງ
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel
ນາຍົກລັດຖະມົນຕີ Benjamin Netanyahu ແຫ່ງອິສຣາ
ແອລ ແລະ ປະທານາທິບໍດີ Mahmoud Abbas ແຫ່ງອຳນາດປົກຄອງປາແລສໄຕນ໌
ກຳນົດທີ່ຈະເຂົ້າປະກອບສ່ວນພ້ອມກັບກະສັດ ແລະພະຣາຊີນີແຫ່ງຈໍແດນ. ສ່ວນສະຫະ
ລັດແມ່ນຕາງໜ້າໃຫ້ໂດຍທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທຳ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerryກ່າວໃນວັນອາທິດມື້ນີ້ວ່າ
ການເຄື່ອນໄຫວໃດໆຂອງຜູ້ກໍ່ການຮ້າຍຈະບໍ່ຢຸດເຊົາ “ການເດີນຂະບວນເພື່ອເສລີ
ພາບ”. ຫົວໜ້ານັກການທູດສະຫະລັດກ່າວຢູ່ທີ່ອິນເດຍວ່າ “ພວກເຮົາຢືນຢູ່ຄຽງບ່າ
ຄຽງໄຫຼ່ກັນ” ກັບປະຊາຊົນຝຣັ່ງ “ບໍ່ພຽງແຕ່ໃນຄວາມໂກດແຄ້ນ ແລະຄວາມເຈັບ
ແຄ້ນແໜ້ນໃຈເທົ່ານັ້ນ ແຕ່ໃນຄວາມເປັນເອກກະພາບກັນ ແລະຄວາມໝັ້ນໝາຍ ໃນການປະເຊີນໜ້າກັບພວກຫົວຮຸນແຮງຈັດ.”
ປະຊາຊົນໃນຈຳນວນຫຼາຍກວ່າ 7 ແສນຄົນພາກັນເດີນຂະບວນຢ່າງມິດງຽບໃນຫົວເມືອງ
ຕ່າງໆ ໃນທົ່ວປະເທດຝຣັ່ງໃນວັນເສົາວານນີ້ ໃນການສະແດງການສະໜັບສະໜຸນຢ່າງຂະໜານໃຫຍ່ນຳພວກເຄາະຮ້າຍທີ່ເສຍຊີວິດໄປ 17 ຄົນ ຈາກຄວາມຮຸນແຮງທີ່ຮ້າຍກາດ
ທີ່ສຸດທີ່ເກີດຂຶ້ນໃນປະເທດ ໃນໄລຍະເວລາດົນກວ່າເຄິ່ງສັດຕະວັດ.
ທ່ານ Manuel Valls ນາຍົກລັດຖະມົນຕີຝຣັ່ງ ເວລາກ່າວຕໍ່ພວກທີ່ມາຮ່ວມໄວ້ອາໄລອາວອນນຳພວກທີ່ເສຍຊີວິດຢູ່ໃກ້ໆກັບຕະຫຼາດຫຼື Supermarket ຂາຍອາຫານຂອງຊາວຢິວ ບ່ອນທີ່ມືປືນຄົນນຶ່ງສັງ ຫານພວກໂຕປະກັນ 4 ຄົນວ່າ “ຂ້າພະເຈົ້າບໍ່ມີຄວາມ
ສົງໄສໃດໆວ່າ ພວກພົນລະເມືອງຫຼາຍລ້ານຄົນຈະມາຮ່ວມສະແດງຄວາມຮັກແຫ່ງອິດສະລະພາບຂອງພວກເຂົາເຈົ້າ.” ທ່ານ Manuel Valls ກ່າວຕໍ່ໄປ ວ່າ “ຝຣັ່ງບໍ່ມີຊາວຢິວ ເປັນປະເທດຝຣັ່ງຕໍ່ໄປບໍ່ໄດ້."
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ກ່າວ ໃນວັນອາທິດມື້ນີ້ ຢູ່ທີ່ອິສຣາແອລກ່ອນອອກເດີນທາງໄປປາຣີວ່າທ່ານຈະເປີດກອງປະຊຸມພິເສດລະດັບລັດ
ຖະມົນຕີ ເພື່ອຮັບເອົາຊາວ ຢິວຈາກຝຣັ່ງ ແລະປະເທດອື່ນໆໃນຢູໂຣບໄປອິສຣາແອລ
ເພີ້ມຂຶ້ນ ແລະກ່າວຕື່ມວ່າ ປະເທດອິສຣາແອລບໍ່ເປັນພຽງແຕ່ບ່ອນທີ່ທ່ານໄຫວ້ ວອນພາ
ວະນາໃຫ້ເທົ່ານັ້ນ ແຕ່ປະເທດອິສຣາແອລຍັງເປັນບ້ານເກີດ ຂອງພວກທ່ານອີກດ້ວຍ.
ຄາດວ່າ ການຮັກສາຄວາມປອດໄພຈະຍັງຄົງຢູ່ໃນສະພາບຮັດແໜ້ນຕໍ່ໄປໃນທົ່ວປະເທດ ເປັນເວລາຫຼາຍສັບປະດາ ໃນຂະນະທີ່ພວກສືບສວນສອບສວນສືບຕໍ່ຊອກຫາຜູ້ສາວຂອງມືປືນຄົນນຶ່ງໃນບັນດາມືປືນ 3 ຄົນທີ່ໄດ້ຖືກສັງຫານໄປໃນວັນສຸກຜ່ານມານີ້ ໃນຂະນະທີ່ມີການສາຍວີດີໂອກ່ຽວກັບເຫດການຈັບຜູ້ຄົນໄວ້ເປັນໂຕປະກັນ 2 ບັ້ນ ໃຫ້ຜູ້ຊົມໂທລະພາບເຫັນໃນທົ່ວໂລກນັ້ນ.