ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸງປາຣີ ບັງຄັບ ໃຫ້ປ່ຽນກັນ ຂົບລົດ ມື້ຄີກມື້ຄູ່ ເພື່ອລົດ ໝອກຄວັນ (ສະໄລດ໌)


ກຸງປາຣີ ​ຊຶ່ງກຳລັງຢູ່​ໃນລະຫວ່າງການດຳເນີນ​ຄວາ​ມພະຍາ
ຍາມ​ເພື່ອລົດ​ລະດັບ​ໝອກ​ຄວັນທີ່​ເປັນ​ອັນຕະລາຍ​ຮ້າ​ຍ​ແຮງ
​ນັ້ນ ໄດ້ອະນຸຍາດໃຫ້​ລົດ​ທີ່​ມີທະບຽນລົງທ້າຍ​ດ້ວຍ​ຕົວ​ເລກ
​ຄີກ ​ລົງ ແລ່ນ​ໃນ​ຖະໜົນ​ຫົນທາງໄດ້ ​ໃນວັນຈັນ​ວານ​ນີ້.

ສ່ວນ​ບັນດາລົດ​ທີ່​ມີທະບຽນລົງທ້າຍ​ດ້ວຍ​ຕົວ​ເລກ​ຄູ່ນັ້ນ​
ແມ່ນສາມາດ​ຂັບ​ຂີ່​ໃນທ້ອງ​ຖະໜົນໄດ້ໃນ​ວັນ​ອັງຄານ​ມື້ນີ້
ຖ້າລະດັບ​ໝອກ​ຄວັນຫາກຍັງ​ສູງ​ຢູ່ ຫຼັງ​ຈາກວັນຈັນ​ວານ​ນີ້ແລ້ວ.

ມີພວກ​ຕຳຫຼວດ​ຈຳນວນ 700 ຄົນ ໄດ້ອອກປະຕິບັດງານ
​ໃນ​ທົ່ວ​ກຸງ​ປາຣີ​ແລະ​ອີກ 22​ເຂດ ​ອ້ອມ​ແອ້ມ​ນະຄອນຫຼວງ​ຂອງຝຣັ່ງ​ ເພື່ອປະຕິບັດຈັດຕັ້ງ
ມາດຕະການ​ດັ່ງກ່າວ​ນີ້.

ຍວດ​ຍານພາຫະ​ນະທີ່​ແລ່ນ​ດ້ວຍ​ພະລັງ​ໄຟ​ຟ້າ ​ແລະ hybrid ນັ້ນ​ແມ່ນ​ໄດ້​ຮັບການ
ຍົກ​ເວັ້ນ ຈາກມາດຕະການ​ດັ່ງກ່າວ​ ຊຶ່ງ​ຮວມທັງ​ລົດ​ລາທີ່​ຄົນຂີ່​ນຳກັນ ຫຼາຍ​ກວ່າ 3 ຄົນ
​ຂຶ້ນ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່​ໄດ້​ມີການນຳໃຊ້ການຂັບ​ຂີ່​ຍວດ​ຍານ
ພາຫະນະ ​ແບບປ່ຽນຜຽນ​ກັນ​ຂັບ ​ວັນ​ເວັ້ນວັນ ນັບ​ຕັ້ງ​ແຕ່ປີ 1997 ເປັນຕົ້ນມາ.

ເຈົ້າໜ້າທີ່ໃນເຂດນະຄອນຫຼວງ​ໄດ້​ປະກາດ​ເອົາ​ບາດກ້າວ​ດັ່ງກ່າວ​ ​ໃນ​ວັນ​ເສົາ​ທີ່
​ຜ່ານ​ມາ ຫຼັງ ຈາກ​ສະພາບໝອກ​ຄວັນ ​ໄດ້ຖີບສູງ​ຂຶ້ນ​ສູ່ລະດັບທີ່ເປັນ​ອັນຕະລາຍ​.

ການຂົນສົ່ງສາທາລະນະ​ ​ແມ່ນ​ໄດ້​ໃຫ້​ບໍລິການ​ຟຣີ ​ໃນ​ທ້າຍ​ສັບປະ​ດາຜ່ານມາ ​
ເພື່ອ​ໃຫ້​ປະ ຊາຊົນ ​ປະ​ລົດ​ໄວ້​ຢູ່​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.

ສະພາບ​ຂອງ​ໝອກ​ຄວັນ​ ​ແມ່ນມີສາ​ເຫດ​ມາຈາກການ​ປະສົມ​ປະສານ​ຂອງ​ອາກາດ​
ໜາວ​ເຢັນ​ໃນ​ຕອນ​ກາງ​ຄືນ ​ແລະອົບອຸ່ນໃນ​ຕອນ​ກາງ​ເວັນ​ ຊຶ່ງຂັດຂວາງບໍ່​ໃຫ້​ໝອກ
​ຄວັນຈາງ​ຫາຍ​ໄປ. ​ ​
XS
SM
MD
LG