ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຕົກລົງ ກ່ຽວກັບ ກອງປະຊຸມດິນຟ້າອາກາດ ທີ່ນະຄອນປາຣີ ຫລ້າຊ້າໜຶ່ງມື້


ຜູ້ເຂົ້າຮ່ວມຄົນໜຶ່ງ ເຮັດວຽກຢູ່ໃນຫ້ອງປະຊຸມ ລະຫວ່າງກອງ ປະຊຸມ ວ່າດ້ວຍການປ່ຽນແປງດິນຟ້າອາກາດໂລກ ທີ່ Bourget ໃກ້ກັບນະຄອນປາຣີ ທີ 11 ທັນວາ 2015.
ຜູ້ເຂົ້າຮ່ວມຄົນໜຶ່ງ ເຮັດວຽກຢູ່ໃນຫ້ອງປະຊຸມ ລະຫວ່າງກອງ ປະຊຸມ ວ່າດ້ວຍການປ່ຽນແປງດິນຟ້າອາກາດໂລກ ທີ່ Bourget ໃກ້ກັບນະຄອນປາຣີ ທີ 11 ທັນວາ 2015.

ລັດຖະມົນ​ຕີ​ຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius ​ໄດ້​ປະ
ກາດ ​ທີ່ກອງ​ປະຊຸມການ​ເຈລະຈາ​ວ່າ​ດ້ວຍດິນ​ຟ້າ​ອາກາດ
​ສະຫະ​ປະຊາ​ຊາດ ​ໃນ​ນະຄອນ​ປາຣີວ່າ ຂໍ້​ຕົກລົງ​ຂັ້ນ​ສຸດ​ທ້າຍ
ຈະ​ບໍ່ສາມາດ​ນຳ​ອອກ​ມາ​ເຜີຍ​ແຜ່​ໂດຍ​ກອງ​ປະຊຸມ​ໄດ້ຈົນເທົ່າ
ວັນ​ເສົາ ​ແທນ​ທີ່ຈະ​ເປັນ​ວັນ​ສຸກ​ມື້​ນີ້ ​ດັ່ງ​ທີ່​ໄດ້ກຳນົດ​ໄວ້.

ທ່ານ Fabius ​ໄດ້​ປະກາດ ​ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ຫລັງ​ຈາກ
ໃນ​ອັນ​ທີ່ແຫ​ລ່ງ ຂ່າວ​ເວົ້າ​ວ່່າ ເປັນ​ຄໍ່າ​ຄືນຂອງ​ເຈລະຈາທີ່ຍາກ
ລຳບາກລະຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່​ຈາກ 195 ປະ​ເທດ ທີ່​ເຂົ້າ​
ຮວມປະຊຸມ.

ບັນດາລົດຂົນສົ່ງ ຈອດຢູ່ນອກທາງຮາຍເວ ຢູ່ນອກເມືອງ Ahmedabad ປເທດ ອິນເດຍ India ວັນ. 2 ທັນວາ 2015.
ບັນດາລົດຂົນສົ່ງ ຈອດຢູ່ນອກທາງຮາຍເວ ຢູ່ນອກເມືອງ Ahmedabad ປເທດ ອິນເດຍ India ວັນ. 2 ທັນວາ 2015.

ເຖິງ​ແມ່ນໄດ້ມີ​ລາຍ​ງານ​ກ່ຽວ​ກັບ​ການ​ເຈລະຈາ​ທີ່ຫຍຸ້ງຍາກລຳ​ບາກກໍ​ ຕາມ ທ່ານ Fabius
ກ່າວ​ວ່າ ບັນຍາກາດ​ໄດ້​ດຳ​ເນີນ​ໄປ​ເປັນ​ຢ່າງ “ດີ ທຸກ​ສິ່ງຢ່າງ​ເປັນໄປ​ໃນ​ທາງ​ບວກ ທຸກ​ສິ່ງຢ່າງກຳລັງດຳ​ເນີນ​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ” ​ເວລາ​ທ່ານ​ໄດ້​ກ່າວ​ຕໍ່ບັນດາ​ນັກ​ຂ່າວໃນ​ວັນ​
ສຸກ​ມື້​ນີ້.

ການ​ ບໍ່​ເຫັນດີ​ທີ່​ໃ​ຫ່ຍທີ່ສຸດແມ່ນ​ກ່ຽວ​ກັບຄວາມຮັບຜິ​ດຊອບໃນດ້ານ​ການ​ເງິນ​ທີ່​ວ່າ ບັນ
ດາ​ປະ​ເທດ​ທີ່ທຸກ​ຍາ​ກຄວນ​ໄດ້​ຮັບ ​ໃນມາດ​ຕະການເພື່ອ​ຕັດການ​ປ່ອຍ​ມົນ​ລະ​ພິດ ​ແລະ
ມີ​ສ່ວນ​ໄດ້​ສ່ວນ​ເສຍ​ແນວ​ ໃດ​ກ່ຽວ​ກັບ​ເປົ້າໝາຍ​ໄລຍະ​ຍາວຂອງ​ຂໍ້​ຕົກລົງ​ນີ້.

ລັດຖະມົນຕີ ຮ່າງປະເທດ ທ່ານ John Kerry (ຂວາ) ຍ່າງກັບ ທີ່ປຶກສາຂັ້ນສູງ ທຳນຽບຂາວ ທ່ານ Brian Deese (ຊ້າຍ) ແລະ ທູດພິເສດ ສະຫະລັດ ການປ່ຽນແປງດິນຟ້າອາກາດ ທ່ານ Todd Stern (ກາງ)
ລັດຖະມົນຕີ ຮ່າງປະເທດ ທ່ານ John Kerry (ຂວາ) ຍ່າງກັບ ທີ່ປຶກສາຂັ້ນສູງ ທຳນຽບຂາວ ທ່ານ Brian Deese (ຊ້າຍ) ແລະ ທູດພິເສດ ສະຫະລັດ ການປ່ຽນແປງດິນຟ້າອາກາດ ທ່ານ Todd Stern (ກາງ)

ໃນ​ການເຄື່ອນ​ ໄຫວ​ອື່ນໆນັ້ນ ປັກ​ກິ່ງ​ກ່າວ​ວ່າ ປະທານປະ​ເທດຈີນ ທ່ານ Xi Jinping ​ໄດ້ໂອ້​ລົມ​ທາງໂທລະສັບ ກັບປະທານາທິບໍດີສະຫະລັດ ທ່ານ Barack Obama ​ເພື່ອຫາ
ລືກ່ຽວ​ກັບ​ການ​ປ່ຽນ​ແປງຂອງດິນ​ຟ້າ​ອາ​ກາດ. ທຳ ນຽບຂາວ​ຍັງ​ບໍ່​ທັນ​ໄດ້​ກ່າວ​ເຖິງ​ ການ
ໂອ້​ລົມດັ່ງກ່າວ ​ແລະປັກ​ກິ່ງກໍບໍ່ໄດ້​ເວົ້າ​ເຖິງ​ອັນ​ທີ່​ພວກ​ທ່ານ​ລົມ​ກັນ ໃນລະຫວ່າງ​ການ​ສົນທະນາ​ທາງ​ໂທລະ​ສັບນັ້ນ.

UN Clinate Conference
please wait
Embed

No media source currently available

0:00 0:01:39 0:00

XS
SM
MD
LG