ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະເພີ່ມທະວີ ການຕໍ່ສູ້ ກັບພວກ IS ເປັນ 2 ເທົ່າຫຼັງຈາກ ການໂຈມຕີ ປາຣີ


Paris Attacks Put Anti-IS Effort at Top of G-20 Agenda
please wait

No media source currently available

0:00 0:01:22 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ປະຕິຍານ ວ່າຈະຊ່ວຍເຫຼືອ ຝຣັ່ງ ໃນການ “ຕາມລ່າພວກອາຊະຍາກອນ” ໃນການໂຈມຕີໃນນະຄອນຫຼວງ ປາຣີ ເມື່ອວັນສຸກທີ່ຜ່ານມາ ແລະ ໄດ້ກ່າວວ່າທ່ານວາງແຜນທີ່ຈະ “ເພີ່ມທະວີຄູນ” ຄວາມພະຍາຍາມ ເພື່ອລົບລ້າງກຸ່ມລັດອິສລາມ, ຮູ້ຈັກກັນໃນພາສາ ອາຣັບ ວ່າ Daesh.

ຜູ້ນຳ ສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ ຫຼັງຈາກການພົບປະ ກັບປະທານາ ທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນ ການເລີ່ມຕົ້ນກອງປະຊຸມສຸດ ຍອດ G-20 ໃນຣິສອດທະເລ ເມດີ ເທີເຣນຽນຂອງ ເທີກີ.

ທ່ານໄດ້ກ່າວວ່າ “ພວກເຮົາຈະເພີ່ມທະວີຄູນຄວາມພະຍາຍາມຂອງພວກເຮົາ ເປັນສອງ ເທົ່າກັບສະມາຊິກອື່ນໆຂອງພັນທະມິດ ເພື່ອນຳເອົາການປ່ຽນແປງ ຊີເຣຍ ໄປສູ່ສັນຕິພາບ ແລະ ລົບລ້າງພວກ Daesh ດັ່ງກັບຄວາມຮຸນແຮງທີ່ ສ້າງຄວາມເຈັບ ປວດ ແລະ ຄວາມ ສູນເສຍສຳລັບປະຊາຊົນໃນ ປາຣີ ແລະ ນະຄອນຫຼວງ Angkara ຂອງ ເທີກີ ແລະ ພາກ ສ່ວນອື່ນໆຂອງໂລກ.”

ທ່ານ ໂອບາມາ ໄດ້ປະຕິຍານວ່າຈະໃຫ້ມີຄວາມເປັນນ້ຳໜຶ່ງໃຈດຽວກັນກັບ ຝຣັ່ງ ແລະ ໄດ້ ກ່າວປະນາມການໂຈມຕີຫຼາຍຄັ້ງພ້ອມໆກັນໃນຕອນຄ່ຳຂອງວັນສຸກ ທີ່ຜ່ານມາ ໃນນະຄອນ ຫຼວງຂອງ ຝຣັ່ງ. ທ່ານ ໂອບາມາ ໄດ້ກ່າວວ່າ “ການຂ້າຄົນ ບໍລິສຸດ, ອີງຕາມແນວຄິດທີ່ຄົດ ຄ້ຽວ, ມັນແມ່ນການໂຈມຕີບໍ່ພຽງແຕ່ໃສ່ ຝຣັ່ງ ເທົ່ານັ້ນ, ແລະ ບໍ່ແມ່ນພຽງແຕ່ ເທີກີ ເທົ່ານັ້ນ, ແຕ່ມັນເປັນການໂຈມຕີຕໍ່ພົນລະ ເຮືອນ ໃນທົ່ວໂລກ.” ທ່ານຍັງໄດ້ອ້າງອີງການລະເບີດທັງ ສອງຄັ້ງ ທີ່ການຊຸມນຸມ ປະທ້ວງ ຂອງພວກຝ່າຍຊ້າຍໃນນະຄອນຫຼວງ Ankara ເມື່ອເດືອນທີ່ ຜ່ານມາ ທີ່ໄດ້ເຮັດ ໃຫ້ມີຄົນເສຍຊີວິດຫຼາຍກວ່າ 100 ຄົນ.

ພວກຫົວຮຸນແຮງ ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີທັງ ສອງບ່ອນໃນ ນະຄອນຫຼວງ ປາຣີ ແລະ Ankara.

ການໂຈມຕີຂອງວັນສຸກທີ່ຜ່ານມາໃນ ປາຣີ ໄດ້ກາຍເປັນບັນຫາທີ່ຢູ່ສູງສຸດໃນ ກອງປະຊຸມລະ ຫວ່າງບັນດາຜູ້ນຳຂອງ 20 ປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດ ໃນໂລກ, ເຊິ່ງຕັ້ງໃຈທີ່ຈະເພັ່ງ ເລັງໃສ່ດ້ານການຄ້າ, ພະລັງງານ ແລະ ສະພາບອາ ກາດປ່ຽນແປງ. ບັນດາຜູ້ນຳ

G-20 ໄດ້ຈັດເວລາໄວ້ອາໄລສຳລັບຜູ້ຖືກເຄາະຮ້າຍໃນການໂຈມຕີຫຼາຍຄັ້ງ ດ້ວຍ.

At G-20, Obama Discusses Paris Attacks
please wait

No media source currently available

0:00 0:00:48 0:00
XS
SM
MD
LG